ໂຣມ 3:4 - ພຣະຄຳພີສັກສິ4 ບໍ່ເປັນຢ່າງນັ້ນດອກ ພຣະເຈົ້າກ່າວແຕ່ຄວາມຈິງ ເຖິງແມ່ນວ່າມະນຸດທຸກຄົນເວົ້າຕົວະກໍຕາມ, ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເພື່ອພຣະອົງຈະໄດ້ປາກົດວ່າ ຊົງເປັນຜູ້ທ່ຽງທຳ ໃນຖ້ອຍຄຳທັງຫລາຍຂອງພຣະອົງ ແລະຊົງມີໄຊເມື່ອພວກເຂົາກ່າວໂທດໃສ່ພຣະອົງ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ບໍ່ເປັນຢ່າງນັ້ນ! ພຣະເຈົ້າກ່າວແຕ່ຄວາມຈິງ ເຖິງແມ່ນວ່າມະນຸດທຸກຄົນຈະເປັນຄົນເວົ້າຕົວະກໍຕາມ. ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ: “ເພື່ອພຣະອົງຈະໄດ້ຮັບການພິສູດວ່າ ເປັນຝ່າຍຖືກເມື່ອພຣະອົງກ່າວ ແລະ ຊະນະເມື່ອພຣະອົງພິພາກສາ”. Uka jalj uñjjattʼäta |
ແຕ່ເລື່ອງນີ້ໝາຍຄວາມວ່າ ສິ່ງທີ່ດີນຳຄວາມຕາຍມາສູ່ເຮົາຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ ແມ່ນຄວາມຜິດບາບນັ້ນແຫຼະ ຄືບາບທີ່ອາໄສສິ່ງດີນຳຄວາມຕາຍມາສູ່ເຮົາ ເພື່ອໃຫ້ສັນດານແທ້ຂອງຄວາມບາບຖືກເປີດເຜີຍ. ສະນັ້ນ ໂດຍທາງກົດບັນຍັດຄວາມຜິດບາບຈຶ່ງຖືກສະແດງໃຫ້ເຫັນວ່າ ມັນຊົ່ວຮ້າຍຫລາຍທີ່ສຸດ.
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.