ໂຣມ 3:21 - ພຣະຄຳພີສັກສິ21 ແຕ່ບັດນີ້ ພຣະເຈົ້າໄດ້ຊົງຊີ້ໃຫ້ເຫັນວ່າ ມະນຸດເປັນຄົນຊອບທຳຕໍ່ໜ້າພຣະອົງໄດ້ ໂດຍບໍ່ອີງໃສ່ກົດບັນຍັດ, ກົດບັນຍັດ ແລະຜູ້ທຳນວາຍກໍເປັນພະຍານເຖິງເລື່ອງນີ້. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່21 ແຕ່ບັດນີ້ ຄວາມຊອບທຳຈາກພຣະເຈົ້າ ເຊິ່ງຢູ່ນອກກົດບັນຍັດນັ້ນໄດ້ປາກົດແຈ້ງແລ້ວ, ເຊິ່ງໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍໄດ້ເປັນພະຍານເຖິງເລື່ອງນີ້. Uka jalj uñjjattʼäta |
ເຈັດເທື່ອເຈັດສິບປີນັ້ນແມ່ນໄລຍະເວລາ ທີ່ພຣະເຈົ້າໄດ້ກຳນົດໃຫ້ປະຊາຊົນແລະເມືອງອັນສັກສິດຂອງເຈົ້າ ເລີກເຮັດບາບແລະເລີກເຮັດຊົ່ວ. ບາບຈະໄດ້ຮັບການອະໄພ ແລະຄວາມຍຸດຕິທຳອັນຖາວອນຈະປາກົດມີມາ ເພື່ອວ່ານິມິດ ແລະຖ້ອຍຄຳຂອງຜູ້ທຳນວາຍຈະກາຍເປັນຈິງ ແລະເພື່ອພຣະວິຫານອັນສັກສິດ ຈະໄດ້ຖືກຢຶດຖວາຍຄືນໃໝ່ໃຫ້ແກ່ພຣະເຈົ້າ.
ແຕ່ຂ້ານ້ອຍໄດ້ຮັບຄວາມຊ່ວຍເຫລືອມາຈາກພຣະເຈົ້າເທົ່າເຖິງທຸກວັນນີ້. ດັ່ງນັ້ນ ຂ້ານ້ອຍຈຶ່ງຢືນຢູ່ໃນທີ່ນີ້ ເປັນພະຍານແກ່ທຸກຄົນບໍ່ວ່າຜູ້ໃຫຍ່ ຫລືຜູ້ນ້ອຍກໍດີ, ຂ້ານ້ອຍບໍ່ໄດ້ເວົ້າເລື່ອງອື່ນໃດ ນອກຈາກຢືນຢັນເລື່ອງທີ່ພວກຜູ້ທຳນວາຍ ແລະໂມເຊໄດ້ກ່າວໄວ້ເທົ່ານັ້ນວ່າ ຈະຕ້ອງເກີດຂຶ້ນຄື:
ເມື່ອພວກເຂົານັດວັນພົບກັບໂປໂລ, ຄົນຈຳນວນຫລາຍກວ່າເກົ່າໄດ້ມາຫາທີ່ບ່ອນພັກຂອງເພິ່ນ, ເພິ່ນຈຶ່ງກ່າວອະທິບາຍແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄໍ່າ ເປັນພະຍານເຖິງຣາຊອານາຈັກຂອງພຣະເຈົ້າຢ່າງຄົບຖ້ວນ ແລະຊັກຊວນໃຫ້ພວກເຂົາຮັບເຊື່ອໃນພຣະເຢຊູເຈົ້າ ໂດຍໃຊ້ຂໍ້ຄວາມຈາກກົດບັນຍັດຂອງໂມເຊ ແລະຈາກບັນດາຜູ້ທຳນວາຍເປັນຫລັກ.