Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 3:19 - ພຣະຄຳພີສັກສິ

19 ແຕ່​ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ ກົດບັນຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ​ກໍ​ກ່າວ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ​ເພື່ອ​ອັດ​ປາກ​ທຸກຄົນ ແລະ​ເພື່ອ​ໃຫ້​ມະນຸດ​ທຸກຄົນ​ໃນ​ໂລກ ຢູ່​ໃຕ້​ການ​ພິພາກສາ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ບັດນີ້ ພວກເຮົາ​ຮູ້​ວ່າ​ສິ່ງໃດ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ກໍ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອວ່າ​ທຸກ​ປາກ​ຈະ​ມິດງຽບ​ຢູ່ ແລະ ເພື່ອ​ໃຫ້​ທັງ​ໂລກ​ຮັບຜິດຊອບ​ຕໍ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 3:19
24 Jak'a apnaqawi uñst'ayäwi  

ພຣະອົງ​ໃຫ້​ຄົນ​ທຸກ​ລຳບາກ​ມີ​ຄວາມ​ຫວັງໃຈ ແລະ​ຊົງ​ງັບ​ປາກ​ຄົນຊົ່ວ​ໃຫ້​ມິດງຽບ.


ເມື່ອ​ຄົນ​ຊອບທຳ​ເຫັນ​ເຫດການ​ນີ້​ຕ່າງ​ກໍ​ດີໃຈ ແຕ່​ຄົນຊົ່ວຮ້າຍ​ທຸກຄົນ​ຕ່າງ​ກໍ​ງັບ​ປາກ​ມິດງຽບ.


ສ່ວນ​ກະສັດ​ນັ້ນ​ກໍ​ຈະ​ຊົມຊື່ນ​ຍິນດີ ເພາະວ່າ​ພຣະເຈົ້າ​ໃຫ້​ໄຊຊະນະ​ແກ່​ເພິ່ນ. ຄົນ​ທັງຫລາຍ​ທີ່​ສັນຍາ​ໃນ​ພຣະນາມ​ຂອງ​ພຣະເຈົ້າ ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ແຕ່​ປາກ​ຂອງ​ຄົນ​ຂີ້ຕົວະ​ຈະ​ຖືກ​ງັບ​ໄວ້.


ເຮົາ​ຈະ​ຍົກ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ, ແຕ່​ເຈົ້າ​ຈະ​ຈົດຈຳ​ມັນ​ໄວ້ ແລະ​ລະອາຍ​ໃຈ ຈົນ​ບໍ່​ກ້າ​ອ້າ​ປາກ​ເວົ້າ​ເຖິງ​ມັນ​ເລີຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ທັງ​ນີ້​ກໍ​ເພື່ອ​ຈະ​ໄດ້​ເປັນ​ຈິງ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້ ໃນ​ກົດບັນຍັດ​ຂອງ​ພວກເຂົາ​ວ່າ, ‘ພວກເຂົາ​ໄດ້​ກຽດຊັງ​ເຮົາ​ໂດຍ​ບໍ່ມີ​ເຫດ.”’


ເມື່ອ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພວກເຂົາ​ຈຶ່ງ​ໜີ​ອອກ​ໄປ​ເທື່ອລະ​ຄົນ​ຈົນ​ໝົດ ເລີ່ມ​ແຕ່​ຄົນ​ແກ່​ໄປ​ຈົນເຖິງ​ຜູ້​ສຸດທ້າຍ ຍັງເຫລືອ​ແຕ່​ພຣະເຢຊູເຈົ້າ ແລະ​ແມ່ຍິງ​ທີ່​ຢືນ​ຢູ່​ທີ່​ນັ້ນ.


ຕັ້ງແຕ່​ເລີ່ມ​ສ້າງ​ໂລກ​ມາ ສະພາບ​ທີ່​ບໍ່​ປາກົດ​ຂອງ​ພຣະເຈົ້າ ຄື​ຣິດທານຸພາບ​ອັນ​ຖາວອນ ແລະ​ຄວາມ​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ກໍໄດ້​ປາກົດ​ແຈ້ງ​ໃນ​ສັບພະສິ່ງ​ທີ່​ພຣະອົງ​ຊົງ​ສ້າງ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່ມີ​ຂໍ້​ແກ້ຕົວ​ໄດ້,


ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກສິ່ງ ເປັນ​ຕົ້ນ​ວ່າ​ພຣະເຈົ້າ​ໄດ້​ມອບ​ພຣະຄຳ​ໂອວາດ​ຂອງ​ພຣະອົງ​ໃຫ້​ຊາວ​ຢິວ​ຖື​ຮັກສາ.


ດ້ວຍວ່າ, ທຸກຄົນ​ໄດ້​ເຮັດ​ຜິດບາບ ແລະ​ຂາດ​ຈາກ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ;


ບໍ່​ເປັນ​ຢ່າງນັ້ນ​ດອກ ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ເວົ້າ​ຕົວະ​ກໍຕາມ, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພື່ອ​ພຣະອົງ​ຈະ​ໄດ້​ປາກົດ​ວ່າ ຊົງ​ເປັນ​ຜູ້​ທ່ຽງທຳ ໃນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະອົງ ແລະ​ຊົງ​ມີໄຊ​ເມື່ອ​ພວກເຂົາ​ກ່າວໂທດ​ໃສ່​ພຣະອົງ.”


ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກເຮົາ​ຄົນ​ຢິວ​ໄດ້​ປຽບ​ກວ່າ​ຄົນຕ່າງຊາດ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ເພາະ​ເຮົາ​ກໍໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ ມະນຸດ​ທຸກຄົນ​ທັງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ກໍ​ຢູ່​ໃຕ້​ອຳນາດ​ຂອງ​ຄວາມ​ຜິດບາບ​ເໝືອນກັນ​ທຸກຄົນ.


ເພື່ອ​ວ່າ ບໍ່​ໃຫ້​ມະນຸດ​ຄົນ​ໃດ​ອວດຕົວ​ໄດ້​ຊ້ອງໜ້າ​ພຣະເຈົ້າ.


ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”


ເຮົາ​ຂໍ​ຖາມ​ພວກ​ທີ່​ຢູ່​ໃຕ້​ກົດບັນຍັດ​ວ່າ, ພວກເຈົ້າ​ບໍ່ໄດ້ຍິນ​ສິ່ງ​ທີ່​ກົດບັນຍັດ​ກ່າວ​ບໍ?


ເພື່ອ​ຈະ​ຊົງ​ໄຖ່​ເອົາ​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ ເພື່ອ​ໃຫ້​ພວກເຮົາ​ໄດ້​ຖານະ​ເປັນ​ບຸດ.


ສະນັ້ນ ຖ້າ​ພຣະວິນຍານ​ນຳພາ​ພວກເຈົ້າ ພວກເຈົ້າ​ກໍ​ບໍ່​ຢູ່​ໃຕ້​ກົດບັນຍັດ.


ພຣະອົງ​ຄຸ້ມຄອງ​ຊີວິດ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ ສ່ວນ​ຄົນຊົ່ວຮ້າຍ​ຈະ​ຖືກ​ດັບສູນ​ໃນ​ທີ່​ມືດ; ມະນຸດ​ບໍ່​ຫ່ອນ​ໄຊຊະນະ​ໄດ້​ດ້ວຍ​ກຳລັງ ຄື​ໂດຍ​ກຳລັງ​ຂອງ​ຕົນເອງ​ທີ່​ມີ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka