Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 3:13 - ພຣະຄຳພີສັກສິ

13 “ລຳ​ຄໍ​ຂອງ​ພວກເຂົາ​ນັ້ນ ເປັນ​ດັ່ງ​ຂຸມຝັງສົບ​ທີ່​ໄຂ​ຢູ່ ພວກເຂົາ​ໃຊ້​ລີ້ນ​ຂອງ​ພວກເຂົາ ໃນ​ການ​ລໍ້ລວງ” “ມີ​ພິດ​ງູ​ຮ້າຍ​ຢູ່​ໃຕ້​ຮີມ​ປາກ​ຂອງ​ພວກເຂົາ”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 “ຄໍ​ຂອງ​ພວກເຂົາ​ຄື​ຂຸມຝັງສົບ​ທີ່​ໄຂ​ຢູ່ ພວກເຂົາ​ໃຊ້​ລີ້ນ​ຂອງ​ຕົນ​ໃນ​ການລໍ້ລວງ”. “ມີ​ພິດ​ງູຮ້າຍ​ຢູ່​ທີ່​ຮິມສົບ​ຂອງ​ພວກເຂົາ”.

Uka jalj uñjjattʼäta Copia luraña




ໂຣມ 3:13
17 Jak'a apnaqawi uñst'ayäwi  

ລີ້ນ​ຂອງ​ພວກເຂົາ​ຂ້າ​ຄົນ​ໄດ້​ເໝືອນ​ດັ່ງ​ລີ້ນ​ງູ​ ຄຳເວົ້າ​ຂອງ​ພວກເຂົາ​ກໍ​ເປັນ​ດັ່ງ​ພິດ​ງູເຫົ່າ.


ຄຳເວົ້າ​ຂອງ​ພວກເຂົາ​ຊົ່ວຊ້າ​ເຕັມ​ໄປ​ດ້ວຍ​ຄຳຕົວະ ບໍ່​ເຮັດ​ສິ່ງ​ທີ່​ສະຫລາດ ແລະ​ບໍ່​ເຮັດ​ສິ່ງ​ດີ​ຕໍ່ໄປ​ອີກ.


ສິ່ງ​ທີ່​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ເວົ້າ​ເປັນ​ທີ່​ວາງໃຈ​ບໍ່ໄດ້​ເລີຍ ພວກເຂົາ​ຄິດ​ແຕ່​ຫາທາງ​ທຳລາຍ​ເທົ່ານັ້ນ ຄື​ເວົ້າ​ປະຈົບ​ປະແຈງ​ແລະ​ເອາະເຊາະ​ດີ ແຕ່​ເຕັມ​ໄປ​ດ້ວຍ​ຄຳຫລອກລວງ ໃຫ້​ເຖິງ​ຕາຍ​ທັງສິ້ນ.


ເຈົ້າ​ວາງແຜນ​ຊົ່ວ​ຫລາຍຢ່າງ ເພື່ອ​ນຳ​ໄປ​ປອງຮ້າຍ​ຄົນອື່ນ ລີ້ນ​ຂອງເຈົ້າ​ນັ້ນ​ຄົມ​ດັ່ງ​ມີດແຖ ເຈົ້າ​ຜູ້​ປະດິດ​ຄິດ​ສ້າງ​ແຕ່​ການຕົວະ.


ຂ້ານ້ອຍ​ຖືກ​ປິດລ້ອມ​ໂດຍ​ເຫຼົ່າ​ສັດຕູ ຜູ້​ເປັນ​ດັ່ງ​ໂຕສິງ​ທີ່​ກັດກິນ​ມະນຸດ. ແຂ້ວ​ມັນ​ນັ້ນ​ຄ້າຍ​ຄື​ຫອກ​ແລະ​ລູກສອນ ລີ້ນ​ມັນ​ຄ້າຍ​ຄື​ກັບ​ດາບ​ອັນ​ຄົມໆ.


ພວກເຈົ້າ​ເຮັດ​ຜິດ​ໃນ​ຖານ​ເວົ້າຕົວະ, ເຮັດ​ຮຸນແຮງ ແລະ​ຂ້າ​ຄົນ.


ບັນດາ​ນັກຍິງ​ໜ້າທະນູ​ຂອງ​ພວກເຂົາ​ເປັນ​ທະຫານ​ທີ່​ເກັ່ງກ້າ ແລະ​ຂ້າ​ຄົນ​ໂດຍ​ບໍ່ມີ​ຄວາມ​ເມດຕາ.


ເຮົາ​ບອກ​ພວກເຂົາ​ດັ່ງນີ້: ນິມິດ​ຕ່າງໆ​ທີ່​ພວກເຈົ້າ​ເຫັນ​ນັ້ນ ແມ່ນ​ນິມິດ​ທີ່​ຈອມປອມ ແລະ​ຄຳ​ທີ່​ພວກເຈົ້າ​ທຳນວາຍ​ນັ້ນ​ກໍ​ບໍ່ຈິງ. ພວກເຈົ້າ​ເວົ້າ​ວ່າ ສິ່ງ​ນັ້ນ​ເປັນ​ຄຳເວົ້າ​ຂອງເຮົາ ແຕ່​ເຮົາ​ບໍ່ເຄີຍ​ໄດ້​ກ່າວ​ແກ່​ພວກເຈົ້າ​ເລີຍ.’


ແຕ່​ທຸກຄົນ​ໄດ້​ຫັນ​ໜີ​ຈາກ​ພຣະເຈົ້າ ພາກັນ​ເປັນ​ຄົນຊົ່ວ​ໄປ​ໝົດ ຜູ້​ເຮັດ​ການດີ​ບໍ່ມີ​ຈັກ​ຄົນ​ດຽວ”


ບໍ່​ເປັນ​ຢ່າງນັ້ນ​ດອກ ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ເວົ້າ​ຕົວະ​ກໍຕາມ, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພື່ອ​ພຣະອົງ​ຈະ​ໄດ້​ປາກົດ​ວ່າ ຊົງ​ເປັນ​ຜູ້​ທ່ຽງທຳ ໃນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະອົງ ແລະ​ຊົງ​ມີໄຊ​ເມື່ອ​ພວກເຂົາ​ກ່າວໂທດ​ໃສ່​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka