Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 3:12 - ພຣະຄຳພີສັກສິ

12 ແຕ່​ທຸກຄົນ​ໄດ້​ຫັນ​ໜີ​ຈາກ​ພຣະເຈົ້າ ພາກັນ​ເປັນ​ຄົນຊົ່ວ​ໄປ​ໝົດ ຜູ້​ເຮັດ​ການດີ​ບໍ່ມີ​ຈັກ​ຄົນ​ດຽວ”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ທຸກຄົນ​ໄດ້​ຫັນໜີ​ໄປ, ພວກເຂົາ​ພາກັນ​ກາຍເປັນ​ຄົນໄຮ້ຄ່າ​ໄປ​ໝົດ; ບໍ່​ມີ​ຈັກ​ຄົນ​ທີ່​ເຮັດ​ຄວາມດີ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ”.

Uka jalj uñjjattʼäta Copia luraña




ໂຣມ 3:12
22 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ເຫັນ​ວ່າ​ທຸກໆ​ສິ່ງ​ທີ່​ໄດ້​ນິຣະມິດ​ສ້າງ​ຂຶ້ນ​ມາ ແລ້ວ​ກໍ​ໄດ້ເຫັນ​ວ່າ​ດີຫລາຍ. ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ຫົກ.


ພວກເຂົາ​ລ້ວນແຕ່​ເຮັດ​ຜິດບາບ ແລະ​ເຮັດ​ການ​ຊົ່ວຮ້າຍ​ເໝືອນກັນ​ທຸກຄົນ ບໍ່ມີ​ຈັກ​ຄົນໜຶ່ງ​ຄົນດຽວ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ເລີຍ.


ຄົນໂງ່ຈ້າ​ເວົ້າ​ຕໍ່ກັນ​ວ່າ, “ໂລກນີ້​ບໍ່ມີ​ພຣະເຈົ້າ.” ພວກເຂົາ​ຕ່າງ​ກໍ​ເຮັດ​ໃຫ້​ຕົນ​ຊົ່ວ​ລົງ​ທັງນັ້ນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ໜ້າຢ້ານກົວ​ຫລາຍ ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ແຕ່​ທຸກຄົນ​ລ້ວນແຕ່​ເຮັດ​ຜິດ​ຄືກັນ​ໝົດ ບໍ່ມີ​ຈັກ​ຄົນດຽວ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ພວກເຂົາ​ໄດ້​ປະຖິ້ມ​ການ​ດຳເນີນ​ຊີວິດ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ປະຕິບັດ; ພວກເຂົາ​ໄດ້​ເອົາ​ຄຳ​ມາ​ຫລໍ່​ເປັນ​ຮູບ​ງົວເຖິກ​ນ້ອຍ​ໂຕໜຶ່ງ ແລະ​ໄດ້​ຂາບໄຫວ້​ຮູບ​ນັ້ນ​ທັງ​ຖວາຍບູຊາ​ແກ່​ມັນ. ພວກເຂົາ​ກຳລັງ​ເວົ້າ​ວ່າ ຮູບ​ນັ້ນ​ແມ່ນ​ພະ​ຂອງ​ພວກເຂົາ ທີ່​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ຢູ່​ໃນ​ໂລກນີ້ ບໍ່ມີ​ຜູ້ໃດ​ທີ່​ເຮັດ​ຖືກຕ້ອງ​ສະເໝີ​ໄປ ໂດຍ​ບໍ່ໄດ້​ເຮັດ​ບາບ​ຈັກເທື່ອ.


ສິ່ງ​ທັງໝົດ​ນີ້​ແຫຼະ ທີ່​ຂ້າພະເຈົ້າ​ໄດ້​ຮຽນຮູ້​ຄື: ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ໃຫ້​ເປັນ​ຄົນ​ທ່ຽງທຳ ແຕ່​ມະນຸດ​ໄດ້​ຄົ້ນຄ້ວາ​ກົນອຸບາຍ​ຕ່າງໆ​ອອກ​ມາ.


ພວກເຮົາ​ທຸກຄົນ​ເປັນ​ດັ່ງ​ແກະ​ທີ່​ໄດ້​ຫຼົງເສຍ​ໄປ ແຕ່ລະຄົນ​ເດີນ​ຕາມ​ທາງ​ຂອງ​ຕົນເອງ​ທັງນັ້ນ. ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ທ່ານ​ຮັບ​ໂທດທັນ ຄື​ໂທດກຳ​ທີ່​ເຮົາ​ທຸກຄົນ​ສົມຄວນ​ໄດ້​ຮັບ.


ແລະ​ເມື່ອ​ພວກເຈົ້າ​ຢູ່​ທີ່ໃດ ທີ່ນັ້ນ​ຈະ​ບໍ່ມີ​ຄວາມ​ປອດໄພ​ເລີຍ. ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ​ນັ້ນ ລ້ວນແຕ່​ບໍ່​ຍຸດຕິທຳ. ພວກເຈົ້າ​ເດີນ​ຕາມ​ທາງຄົດ ແລະ​ຄົນ​ທີ່​ເດີນ​ໄປ​ຕາມ​ທາງນັ້ນ ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ປອດໄພ.


ພວກ​ຂ້ານ້ອຍ​ທຸກຄົນ​ເປັນ​ຄົນບາບ​ໝົດ; ແມ່ນແຕ່​ການ​ເຮັດ​ທີ່ດີ​ທີ່ສຸດ​ຂອງ​ພວກ​ຂ້ານ້ອຍ​ກໍ​ຍັງ​ເປິເປື້ອນ. ເພາະ​ການບາບ ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ໃບໄມ້​ຫ່ຽວແຫ້ງ​ແລະ​ຖືກ​ລົມ​ພັດ​ໄປ.


ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ບາບ​ໄວ້​ສອງ​ປະການ ຄື​ພວກເຂົາ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ຜູ້​ເປັນ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ແລະ​ພວກເຂົາ​ໄດ້​ຂຸດ​ອ່າງນໍ້າ​ໄວ້​ສຳລັບ​ຕົນເອງ ເປັນ​ອ່າງ​ແຕກ​ທີ່​ບັນຈຸ​ນໍ້າ​ໄວ້​ບໍ່ໄດ້.


ແລະ​ເອົາ​ຄົນ​ຮັບໃຊ້​ຜູ້​ບໍ່ມີ​ປະໂຫຍດ​ຜູ້​ນີ້ ໂຍນ​ຖິ້ມ​ອອກ​ໄປ​ຂ້າງ​ນອກ​ໃນ​ຄວາມມືດ ໃນ​ທີ່ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຢູ່.”


ບໍ່ມີ​ຄົນ​ທີ່​ເຂົ້າໃຈ ບໍ່ມີ​ຄົນ​ທີ່​ສະແຫວງ​ຫາ​ພຣະເຈົ້າ.


“ລຳ​ຄໍ​ຂອງ​ພວກເຂົາ​ນັ້ນ ເປັນ​ດັ່ງ​ຂຸມຝັງສົບ​ທີ່​ໄຂ​ຢູ່ ພວກເຂົາ​ໃຊ້​ລີ້ນ​ຂອງ​ພວກເຂົາ ໃນ​ການ​ລໍ້ລວງ” “ມີ​ພິດ​ງູ​ຮ້າຍ​ຢູ່​ໃຕ້​ຮີມ​ປາກ​ຂອງ​ພວກເຂົາ”


ແທ້ຈິງ​ແລ້ວ, ພວກເຮົາ​ທຸກຄົນ​ເຄີຍ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ເຫຼົ່ານັ້ນ ຄື​ໄດ້​ດຳເນີນ​ຊີວິດ​ຕາມ​ກິເລດ​ຕັນຫາ​ທີ່​ເຮົາ​ຕ້ອງການ ຄື​ປະຕິບັດ​ຕາມ​ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດໃຈ​ຂອງ​ຕົນເອງ​ປາຖະໜາ​ຕາມ​ສັນດານ ພວກເຮົາ​ສົມຄວນ​ຖືກ​ພຣະເຈົ້າ​ລົງໂທດ​ເໝືອນ​ດັ່ງ​ຄົນອື່ນ.


ເມື່ອ​ກ່ອນ​ລາວ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ ແຕ່​ບັດນີ້​ລາວ​ເປັນ​ປະໂຫຍດ​ແກ່​ເຈົ້າ ແລະ​ແກ່​ເຮົາ​ເໝືອນກັນ.


ເພາະວ່າ ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ແກະ​ທີ່​ຫລົງ​ເສຍ​ໄປ, ແຕ່​ບັດນີ້​ພວກເຈົ້າ​ຖືກ​ນຳ​ຄືນ​ມາ​ຫາ​ພຣະຜູ້ລ້ຽງ ແລະ​ຜູ້​ເບິ່ງແຍງ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka