ໂຣມ 2:6 - ພຣະຄຳພີສັກສິ6 ເພາະພຣະອົງຈະຊົງໂຜດຕອບແທນຕາມການກະທຳຂອງພວກເຂົາທຸກຄົນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່6 ພຣະເຈົ້າ “ຈະຕອບແທນແຕ່ລະຄົນຕາມການກະທຳຂອງພວກເຂົາ”. Uka jalj uñjjattʼäta |
ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.
ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະມີໜັງສືອີກເຫຼັ້ມໜຶ່ງ ກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ.