ໂຣມ 2:4 - ພຣະຄຳພີສັກສິ4 ຫລືວ່າ ເຈົ້າໝິ່ນປະໝາດພຣະກະລຸນາຄຸນອັນບໍຣິບູນ ແລະຄວາມອົດກັ້ນພຣະໄທກັບຄວາມອົດທົນຂອງພຣະອົງ, ເຈົ້າບໍ່ຮູ້ຫລືວ່າ ພຣະກະລຸນາຄຸນຂອງພຣະເຈົ້ານັ້ນ ກໍເພື່ອນຳເຈົ້າໃຫ້ກັບໃຈເສຍໃໝ່. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ຫລື ພວກເຈົ້າໝິ່ນປະໝາດຄວາມເມດຕາອັນອຸດົມສົມບູນຂອງພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນອັນລົ້ນເຫລືອຂອງພຣະອົງ, ພວກເຈົ້າບໍ່ຮູ້ບໍວ່າຄວາມເມດຕາຂອງພຣະເຈົ້ານັ້ນແມ່ນມີໄວ້ເພື່ອນຳພວກເຈົ້າໃຫ້ກັບໃຈໃໝ່? Uka jalj uñjjattʼäta |
ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ເວົ້າກັບພຣະອົງແລ້ວ ກ່ອນຈາກເຮືອນມາບໍ່ແມ່ນຫລືວ່າ ພຣະອົງຈະຕ້ອງກະທຳເຊັ່ນນີ້? ສະນັ້ນ ຂ້ານ້ອຍຈຶ່ງພະຍາຍາມສຸດຂີດ ທີ່ຈະໜີໄປຕາກຊິດ ເພາະຂ້ານ້ອຍຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ມີຄວາມຮັກແລະມີຄວາມເມດຕາ ອົດທົນສະເໝີ, ໃຈດີສະເໝີ, ພ້ອມທີ່ຈະປ່ຽນໃຈສະເໝີແລະບໍ່ລົງໂທດ.
ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງເສີຍຊ້າ ທີ່ຈະເຮັດໃຫ້ພຣະສັນຍາຂອງພຣະອົງສຳເລັດ ເໝືອນດັ່ງທີ່ບາງຄົນນັ້ນຄິດວ່າຊ້າ ແຕ່ພຣະອົງຊົງອົດທົນດົນນານ ເພາະເຫັນແກ່ເຈົ້າທັງຫຼາຍ. ພຣະອົງບໍ່ປະສົງໃຫ້ຜູ້ໃດຜູ້ໜຶ່ງຕ້ອງຈິບຫາຍໄປ, ແຕ່ຊົງປາຖະໜາທີ່ຈະໃຫ້ຄົນທັງປວງ ມາເຖິງການຖິ້ມໃຈເກົ່າເອົາໃຈໃໝ່.