Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:3 - ພຣະຄຳພີສັກສິ

3 ແຕ່​ມະນຸດ​ເອີຍ ໃນ​ເມື່ອ​ເຈົ້າ​ຍັງ​ເຮັດ​ສິ່ງ​ນັ້ນ​ຢູ່ ແລະ​ກ່າວໂທດ​ໃສ່​ຜູ້​ອື່ນ ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ໜີ​ພົ້ນ​ຈາກ​ການ​ພິພາກສາ​ຂອງ​ພຣະເຈົ້າ​ໄດ້​ຊັ້ນບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ດັ່ງນັ້ນ ເມື່ອ​ເຈົ້າ​ຜູ້​ເປັນ​ພຽງ​ແຕ່​ມະນຸດ​ທີ່​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ​ກັບ​ພວກເຂົາ, ພວກເຈົ້າ​ຄິດ​ວ່າ​ພວກເຈົ້າ​ຈະ​ໜີ​ຈາກ​ການພິພາກສາລົງໂທດ​ຂອງ​ພຣະເຈົ້າ​ໄດ້​ບໍ?

Uka jalj uñjjattʼäta Copia luraña




ໂຣມ 2:3
22 Jak'a apnaqawi uñst'ayäwi  

ບັນດາ​ຜູ້ນຳ​ຊາວ​ອຳໂມນ​ກໍ​ໄປ​ບອກ​ກະສັດ​ຂອງ​ພວກຕົນ​ວ່າ, “ທ່ານ​ຄິດ​ເຫັນ​ຢ່າງ​ໃດ​ທີ່​ກະສັດ​ດາວິດ​ສົ່ງ​ຄະນະທູດ ມາ​ສະແດງ​ຄວາມ​ເສຍໃຈ​ນຳ​ທ່ານ​ໃນ​ເວລາ​ເຊັ່ນນີ້ ເພື່ອ​ເປັນ​ການ​ໃຫ້ກຽດ​ແກ່​ພໍ່​ຂອງທ່ານ​ຊັ້ນບໍ? ຄົງ​ບໍ່​ເປັນ​ດັ່ງນັ້ນ​ດອກ ເພິ່ນ​ສົ່ງ​ພວກ​ເຫຼົ່ານີ້​ມາ​ສອດແນມ​ເບິ່ງ​ບ້ານ​ເມືອງ​ເພື່ອ​ເອົາ​ຊະນະ​ພວກເຮົາ.”


ເຈົ້າ​ໄດ້​ເຮັດ​ທຸກສິ່ງ​ນີ້ ແຕ່​ເຮົາ​ບໍ່ໄດ້​ເວົ້າຫຍັງ ສະນັ້ນ ເຈົ້າ​ຈຶ່ງ​ຄິດ​ວ່າ​ເຮົາ​ກໍ​ຄືກັນ​ກັບ​ເຈົ້າ ແຕ່​ບັດນີ້​ເຮົາ​ຂໍ​ກ່າວ​ຕຳໜິ​ຕິຕຽນ ແລະ​ເຮັດ​ໃຫ້​ເລື່ອງ​ຈະແຈ້ງ​ຕໍ່ໜ້າ​ເຈົ້າ.


ຂ້າແດ່​ພຣະເຈົ້າ ໂຜດ​ລົງໂທດ ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ ດ້ວຍ​ຄວາມ​ຄຽດຮ້າຍ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ຜາບແພ້​ພວກເຂົາ​ສາເທາະ.


ຄົນຊົ່ວຮ້າຍ​ຈະ​ຕ້ອງ​ຖືກ​ທຳລາຍ​ຢ່າງ​ແນ່ນອນ, ແຕ່​ຄົນ​ຊອບທຳ​ຈະ​ຜີກ​ໜີໄປ​ໄດ້.


ພຣະເຈົ້າຢາເວ​ກຽດຊັງ​ທຸກຄົນ​ທີ່​ເວົ້າ​ຄຳ​ຫຍາບຊ້າ​ຈອງຫອງ, ໂທດກຳ​ຈະ​ຕ້ອງ​ມາ​ເຖິງ​ພວກເຂົາ​ຢ່າງ​ແນ່ແທ້.


ແຕ່​ກະສັດ​ແຫ່ງ​ຢູດາຍ​ໄດ້​ກໍ່​ການ​ກະບົດ ແລະ​ສົ່ງ​ຄະນະ​ຜູ້​ຕາງໜ້າ​ຂອງຕົນ​ໄປ​ປະເທດ​ເອຢິບ ເພື່ອ​ຫາ​ຝູງມ້າ ແລະ​ກອງທັບ​ອັນ​ມີ​ທະຫານ​ຫລວງຫລາຍ​ມາ. ລາວ​ຈະ​ເຮັດ​ຫລ້ອນໜ້າທີ່​ຫລື? ລາວ​ຈະ​ໄປ​ລອດ​ບໍ? ລາວ​ຝ່າຝືນ​ຄຳໝັ້ນ​ສັນຍາ​ໂດຍ​ບໍ່​ຮັບ​ໂທດ​ໄດ້​ບໍ?


ລາວ​ໄດ້​ລະເມີດ​ຄຳ​ສາບານ​ຂອງຕົນ ຕະຫລອດ​ທັງ​ໄດ້​ລະເມີດ​ຄຳໝັ້ນ​ສັນຍາ ທີ່​ຕົນ​ໄດ້​ເຮັດ​ໄວ້​ນັ້ນ. ລາວ​ໄດ້​ຝ່າຝືນ​ສິ່ງ​ທັງໝົດ​ເຫຼົ່ານີ້​ທີ່​ລາວ​ໄດ້​ເຮັດ​ໄວ້. ສະນັ້ນ ບັດນີ້ ລາວ​ບໍ່​ຫ່ອນ​ຈະ​ປົບໜີໄປ​ໄດ້.


ເພິ່ນ​ກ່າວ​ວ່າ, “ພຣະເຈົ້າ​ຮັກ​ເຈົ້າ. ດັ່ງນັ້ນ ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ເຈົ້າ​ອຸກໃຈ​ຫລື​ຢ້ານກົວ​ເລີຍ.” ເມື່ອ​ເພິ່ນ​ໄດ້​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ຮູ້ສຶກ​ມີ​ແຮງ​ຂຶ້ນ ແລະ​ເວົ້າ​ວ່າ, “ນາຍ​ເອີຍ ຈົ່ງ​ບອກ​ສິ່ງ​ທີ່​ທ່ານ​ຈະ​ຕ້ອງ​ກ່າວ​ນັ້ນ​ສູ່​ຂ້ານ້ອຍ​ຟັງ​ແດ່. ທ່ານ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ມີ​ແຮງ​ຂຶ້ນ​ແດ່​ແລ້ວ.”


ພວກ​ຊາດ​ງູ ແນວ​ງູ​ຮ້າຍ​ເອີຍ ພວກເຈົ້າ​ຈະ​ໜີ​ພົ້ນ​ຈາກ​ໂທດ​ແຫ່ງ​ໄຟ​ນະຣົກ​ໄດ້​ຢ່າງ​ໃດ?


ເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ເອີ້ນ​ຫາ​ພຣະບິດາເຈົ້າ​ຂອງເຮົາ​ໃຫ້​ຊ່ວຍເຫລືອ​ໄດ້ ແລະ​ໃນ​ທັນທີ ພຣະອົງ​ຈະ​ໃຊ້​ຝູງ​ເທວະດາ​ຫລາຍກວ່າ​ສິບສອງ​ກອງທັບ​ມາ​ຊ່ວຍ​ເຮົາ.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊາຍ​ເອີຍ ຜູ້ໃດ​ໄດ້​ຕັ້ງ​ເຮົາ​ໃຫ້​ເປັນ​ຜູ້​ຕັດສິນ​ຄວາມ ຫລື​ເປັນ​ຜູ້​ແບ່ງປັນ​ມໍຣະດົກ​ລະຫວ່າງ​ພວກເຈົ້າ?”


ຫລັງຈາກ​ນັ້ນ​ອີກ​ໜ້ອຍ​ໜຶ່ງ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເຫັນ​ເປໂຕ ແລະ​ເວົ້າ​ວ່າ, “ໂຕ​ເປັນ​ຄົນ​ໜຶ່ງ ໃນ​ພວກ​ນັ້ນ​ເໝືອນກັນ.” ແຕ່​ເປໂຕ​ຕອບ​ວ່າ, “ບໍ່ ບໍ່ແມ່ນ​ດອກ.”


ແຕ່​ເປໂຕ​ໄດ້​ຕອບ​ວ່າ, “ຊາຍ​ເອີຍ ເລື່ອງ​ທີ່​ເຈົ້າ​ເວົ້າ​ເຖິງ​ນັ້ນ ຂ້ອຍ​ບໍ່​ຮູ້ຈັກ.” ໃນ​ທັນໃດນັ້ນ ເມື່ອ​ເປໂຕ​ເວົ້າ​ຍັງ​ບໍ່​ທັນ​ຂາດ​ຄຳ ໄກ່​ກໍ​ຂັນ​ຂຶ້ນ.


ເຖິງ​ແມ່ນ​ພວກເຂົາ​ຮູ້ຈັກ​ກົດບັນຍັດ​ຂອງ​ພຣະເຈົ້າ​ທີ່​ກ່າວ​ວ່າ ຄົນ​ທີ່​ກະທຳ​ຢ່າງ​ນັ້ນ ກໍ​ສົມຄວນ​ຕ້ອງ​ຕາຍ, ເຖິງ​ປານ​ນັ້ນ ພວກເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ​ທັງ​ເຫັນພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ອີກ​ດ້ວຍ.


ເຫດສະນັ້ນ ມະນຸດ​ເອີຍ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜູ້ໃດ​ກໍຕາມ ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ, ເຈົ້າ​ບໍ່ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້. ດ້ວຍວ່າ, ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ ແລະ​ຍັງ​ເຮັດ​ຢ່າງ​ດຽວ​ກັບ​ພວກເຂົາ ເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນເອງ.


ພວກເຮົາ​ຮູ້​ຢູ່​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ພິພາກສາ​ລົງໂທດ​ຄົນ​ທັງຫລາຍ​ທີ່​ກະທຳ​ຢ່າງ​ນັ້ນ ກໍ​ຖືກຕ້ອງ​ຢູ່​ແລ້ວ.


ແຕ່​ມະນຸດ​ເອີຍ, ເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ກ້າ​ກ່າວ​ໂຕ້​ຕອບ​ພຣະເຈົ້າ​ໄດ້? ສິ່ງ​ທີ່​ຖືກ​ປັ້ນ​ຈະ​ກ່າວ​ແກ່​ຜູ້​ປັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ປັ້ນ​ຂ້ອຍ​ມາ​ແບບ​ນີ້?”


ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫຼະ ຄວາມ​ພິນາດ​ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ​ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.


ດັ່ງນັ້ນ ຖ້າ​ພວກເຮົາ​ລະເລີຍ​ຕໍ່​ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ​ເຊັ່ນນີ້ ພວກເຮົາ​ຈະ​ຫລົບ​ໜີ​ຈາກ​ການ​ລົງໂທດ​ໄດ້​ຢ່າງ​ໃດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ປະກາດ​ຄວາມ​ພົ້ນ​ນັ້ນ​ໃນ​ເວລາ​ທຳອິດ ແລະ​ພວກ​ທີ່​ໄດ້ຍິນ​ກໍ​ຢືນຢັນ​ແກ່​ພວກເຮົາ​ວ່າ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka