Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:23 - ພຣະຄຳພີສັກສິ

23 ເຈົ້າ​ກ່າວ​ອ້າງ​ເຖິງ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ເຈົ້າ​ເຮັດ​ໃຫ້​ພຣະເຈົ້າ​ເສຍກຽດ ໂດຍ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ​ຢູ່​ຊັ້ນບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

23 ພວກເຈົ້າ​ຜູ້​ອວດອ້າງ​ໃນ​ກົດບັນຍັດ ແຕ່​ພວກເຈົ້າ​ເອງ​ໝິ່ນປະໝາດ​ພຣະເຈົ້າ​ໂດຍ​ຝ່າຝືນ​ກົດບັນຍັດ​ບໍ?

Uka jalj uñjjattʼäta Copia luraña




ໂຣມ 2:23
14 Jak'a apnaqawi uñst'ayäwi  

ປະໂຣຫິດ​ຈະ​ກວດເບິ່ງ​ພະຍາດ​ຄືນ​ໃໝ່​ໃນ​ວັນ​ທີ​ເຈັດ ແລະ​ຖ້າ​ພະຍາດ​ນັ້ນ​ບໍ່​ແຜ່​ລາມ​ອອກ​ໄປ ແລະ​ບໍ່ມີ​ຂົນ​ເຫລືອງ​ແລະ​ບໍ່​ປາກົດ​ເຫັນ​ວ່າ ທີ່​ບໍລິເວນ​ນັ້ນ​ເລິກ​ກວ່າ​ຜິວໜັງ


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ຄົນ​ຟາຣີຊາຍ​ຢືນ​ນຶກ​ໃນ​ໃຈ ແລະ​ພາວັນນາ​ອະທິຖານ ວ່າ, ‘ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ ທີ່​ຂ້ານ້ອຍ​ບໍ່​ເປັນ​ດັ່ງ​ຄົນອື່ນໆ​ທີ່​ເປັນ​ຄົນ​ໂລບ, ຄົນ​ບໍ່​ສັດຊື່ ຫລື​ຄົນ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້​ອື່ນ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ ທີ່​ບໍ່​ເປັນ​ດັ່ງ​ຄົນ​ເກັບພາສີ​ຜູ້​ນັ້ນ.


ຢ່າ​ຄິດ​ວ່າ ເຮົາ​ຟ້ອງ​ເຈົ້າ​ທັງຫລາຍ​ຕໍ່​ພຣະບິດາເຈົ້າ ມີ​ຜູ້​ຟ້ອງ​ພວກເຈົ້າ​ແລ້ວ ຄື​ໂມເຊ ຜູ້​ຊຶ່ງ​ພວກເຈົ້າ​ມອບ​ຄວາມຫວັງ​ນຳ​ນັ້ນ.


ແຕ່​ຖ້າ​ເຈົ້າ​ໄດ້​ຊື່​ວ່າ​ເປັນ​ຢິວ ເຈົ້າ​ເພິ່ງ​ອາໄສ​ກົດບັນຍັດ ແລະ​ອວດ​ວ່າ​ມີ​ພຣະເຈົ້າ,


ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກສິ່ງ ເປັນ​ຕົ້ນ​ວ່າ​ພຣະເຈົ້າ​ໄດ້​ມອບ​ພຣະຄຳ​ໂອວາດ​ຂອງ​ພຣະອົງ​ໃຫ້​ຊາວ​ຢິວ​ຖື​ຮັກສາ.


ເມື່ອ​ເປັນ​ຢ່າງ​ນັ້ນ​ແລ້ວ ເຮົາ​ຈະ​ເອົາ​ອັນ​ໃດ​ມາ​ອວດ​ກໍ​ໝົດ​ຫົນທາງ ຈະ​ອ້າງ​ຫລັກ​ອັນ​ໃດ​ວ່າ​ໝົດ​ຫົນທາງ ຈະ​ອ້າງ​ຫລັກ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຫລື? ບໍ່ແມ່ນ​ດອກ ແຕ່​ຕ້ອງ​ອ້າງ​ເອົາ​ຫລັກ​ຂອງ​ຄວາມເຊື່ອ.


ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ ໄດ້​ຮັບ​ການ​ຊົງ​ໃຫ້​ເປັນ​ລູກ​ຂອງ​ພຣະເຈົ້າ ໃຫ້​ພວກເຂົາ​ຮັບ​ພຣະ​ສະຫງ່າຣາສີ ຮັບ​ບັນດາ​ພັນທະສັນຍາ ກັບ​ພວກເຂົາ ແລະ​ມອບ​ກົດບັນຍັດ, ພິທີ​ນະມັດສະການ ແລະ​ບັນດາ​ຄຳສັນຍາ​ໃຫ້​ແກ່​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka