ໂຣມ 2:22 - ພຣະຄຳພີສັກສິ22 ເຈົ້າບອກວ່າ, “ຢ່າຫລິ້ນຊູ້” ແຕ່ເຈົ້າຍັງຫລິ້ນຊູ້ຢູ່ຫລືບໍ່? ເຈົ້າກຽດຊັງຮູບເຄົາຣົບ ແຕ່ເຈົ້າຍັງປຸ້ນວິຫານຢູ່ຫລືບໍ່? Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່22 ພວກເຈົ້າຜູ້ກ່າວວ່າຢ່າຫລິ້ນຊູ້ ແຕ່ພວກເຈົ້າເອງຍັງຫລິ້ນຊູ້ຢູ່ບໍ? ພວກເຈົ້າຜູ້ກຽດຊັງຮູບເຄົາລົບ ແຕ່ພວກເຈົ້າເອງຍັງປຸ້ນວິຫານຢູ່ບໍ? Uka jalj uñjjattʼäta |
“ຂໍໃຫ້ຄຳສາບແຊ່ງຕົກຖືກຄົນຂີ້ໂກງ ຜູ້ຖວາຍສັດທີ່ໜ້າຂີ້ດຽດແກ່ເຮົາ ເມື່ອຢູ່ໃນຝູງມີສັດໂຕດີທີ່ຕົນໄດ້ສັນຍາວ່າຈະຖວາຍໃຫ້ແກ່ອົງພຣະຜູ້ເປັນເຈົ້າ ດ້ວຍວ່າ, ເຮົາເປັນກະສັດຜູ້ຍິ່ງໃຫຍ່ ແລະນາມຊື່ຂອງເຮົາເປັນທີ່ຢຳເກງໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
ເມື່ອພວກເຈົ້ານຳສັດຕາບອດ ຫລືສັດເຈັບໂຊ ຫລືສັດຂາພິການ ມາຖວາຍແກ່ເຮົາ ພວກເຈົ້າຄິດວ່າເປັນການຖືກຕ້ອງແລ້ວບໍ? ຈົ່ງລອງນຳສັດເຊັ່ນນັ້ນໄປໃຫ້ຜູ້ປົກຄອງຂອງພວກເຈົ້າເບິ່ງດູ ເພິ່ນຈະພໍໃຈນຳພວກເຈົ້າບໍ? ຫລືພວກເຈົ້າຈະໄດ້ຮັບຄວາມດີຄວາມຊອບຫຍັງແດ່ຈາກເພິ່ນ?” ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.