Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:2 - ພຣະຄຳພີສັກສິ

2 ພວກເຮົາ​ຮູ້​ຢູ່​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ພິພາກສາ​ລົງໂທດ​ຄົນ​ທັງຫລາຍ​ທີ່​ກະທຳ​ຢ່າງ​ນັ້ນ ກໍ​ຖືກຕ້ອງ​ຢູ່​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພວກເຮົາ​ຮູ້​ຢູ່​ວ່າ​ການ​ທີ່​ພຣະເຈົ້າ​ພິພາກສາ​ລົງໂທດ​ຜູ້​ທີ່​ເຮັດ​ຢ່າງ​ນັ້ນ​ແມ່ນ​ອີງໃສ່​ຄວາມຈິງ.

Uka jalj uñjjattʼäta Copia luraña




ໂຣມ 2:2
27 Jak'a apnaqawi uñst'ayäwi  

ແນ່ນອນ​ທີ່ສຸດ ພຣະອົງ​ຈະ​ບໍ່​ຂ້າ​ຄົນ​ຊອບທຳ​ພ້ອມ​ກັບ​ຄົນ​ອະທຳ ເປັນ​ໄປ​ບໍ່ໄດ້ ພຣະອົງ​ຈະ​ບໍ່​ເຮັດ​ເຊັ່ນ​ນັ້ນ. ຖ້າ​ພຣະອົງ​ເຮັດ ຄົນ​ຊອບທຳ​ກໍ​ຈະ​ຖືກ​ລົງໂທດ ເຊັ່ນດຽວ​ກັນ​ກັບ​ຄົນ​ອະທຳ ເປັນ​ໄປ​ບໍ່ໄດ້. ຜູ້​ພິພາກສາ​ໂລກ​ຕ້ອງ​ເຮັດ​ທຸກສິ່ງ​ຢ່າງ​ຍຸດຕິທຳ.”


ພຣະເຈົ້າ​ບໍ່​ຈຳເປັນ​ຕັ້ງ​ເວລາໃດ​ເວລາໜຶ່ງ ​ໄວ້ ເພື່ອ​ຈະ​ນຳ​ມະນຸດ​ຂຶ້ນ​ໄປ​ຍັງ​ສານ​ຕັດສິນ.


ພຣະເຈົ້າຢາເວ​ເປັນ​ຄວາມ​ຊອບທຳ​ໃນ​ທຸກສິ່ງ​ໃນ​ທາງ​ຂອງ​ພຣະອົງ. ແລະ​ຊົງ​ເມດຕາ​ໃນ​ການ​ກະທຳ​ທຸກຢ່າງ.


ພຣະອົງ​ຕັດສິນ​ຢ່າງ​ສັດຊື່​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ເຂົ້າຂ້າງ​ຂ້ານ້ອຍ​ແລ້ວ.


ເມື່ອ​ພຣະເຈົ້າຢາເວ​ມາ​ປົກຄອງ​ຄົນ​ໂລກນີ້ ພຣະອົງ​ຈະ​ປົງຄອງ​ຢ່າງ​ສັດຊື່​ແລະ​ເປັນທຳ ແລະ​ຈະ​ຕັດສິນ​ປະຊາຊົນ​ທັງຫລາຍ​ດ້ວຍ​ຄວາມຈິງ​ຂອງ​ພຣະອົງ.


ຕໍ່ໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ຈະມາ​ຕັດສິນ​ແຜ່ນດິນ​ໂລກ ເພື່ອ​ພິພາກສາ​ຕັດສິນ​ໂລກ​ດ້ວຍ​ຄວາມ​ຊອບທຳ​ແລະ​ຊົນຊາດ​ທັງຫຼາຍ​ດ້ວຍ​ຄວາມ​ສັດຊື່.


ເຮົາ​ບໍ່ໄດ້​ກ່າວ​ໃນ​ບ່ອນ​ທີ່​ລັບລີ້​ເລີຍ ຫລື​ປິດບັງ​ຈຸດ​ມຸ່ງໝາຍ​ຂອງເຮົາ​ໄວ້. ເຮົາ​ບໍ່ໄດ້​ຮ້ອງຂໍ​ໃຫ້​ປະຊາຊົນ​ອິດສະຣາເອນ ຊອກ​ຄົ້ນ​ຫາ​ເຮົາ​ໃນ​ບ່ອນ​ເປົ່າຮ້າງ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ແຕ່​ຄວາມຈິງ ເຮັດ​ໃຫ້​ທຸກຄົນ​ຮູ້ຈັກ​ແຕ່​ສິ່ງ​ທີ່​ຖືກຕ້ອງ.”


ຈົ່ງ​ມາ​ສະເໜີ​ຄະດີ​ຂອງ​ພວກເຈົ້າ​ທີ່​ສານ​ເບິ່ງດູ ຈົ່ງ​ໃຫ້​ຈຳເລີຍ​ປຶກສາ​ຊຶ່ງກັນແລະກັນ​ເບິ່ງ. ຜູ້ໃດ​ໄດ້​ກ່າວ​ລ່ວງໜ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນໍ? ບໍ່ແມ່ນ​ເຮົາ​ບໍ ອົງ​ທີ່​ເປັນ​ພຣະເຈົ້າຢາເວ? ຄື​ພຣະເຈົ້າ​ອົງ​ທີ່​ຊອບທຳ​ແລະ​ພຣະຜູ້ຊ່ວຍ; ນອກຈາກ​ເຮົາ​ບໍ່ມີ​ພຣະເຈົ້າ​ອື່ນໃດ​ອີກ​ແລ້ວ.


“ຂ້າແດ່​ພຣະເຈົ້າຢາເວ ຖ້າ​ຂ້ານ້ອຍ​ຖົກຖຽງ​ຄະດີ​ກັບ​ພຣະອົງ ພຣະອົງ​ກໍ​ຈະ​ພິສູດ​ວ່າ​ພຣະອົງ​ເປັນ​ຝ່າຍ​ຖືກຕ້ອງ. ແຕ່​ຂ້ານ້ອຍ​ຕ້ອງ​ຖາມ​ພຣະອົງ​ເຖິງ​ຄວາມ​ຍຸດຕິທຳ ເປັນຫຍັງ​ຄົນຊົ່ວ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແທ້? ເປັນຫຍັງ​ຄົນ​ບໍ່​ສັດຊື່ ຄົນ​ຂີ້ສໍ້​ຂີ້ໂກງ ຈຶ່ງ​ໄດ້​ຮັບ​ຜົນ​ສຳເລັດ​ໃນ​ຊີວິດ?


ແຕ່​ເຈົ້າ​ເວົ້າ​ວ່າ, ‘ສິ່ງ​ທີ່​ພຣະເຈົ້າຢາເວ​ເຮັດ​ນັ້ນ ແມ່ນ​ບໍ່​ຖືກຕ້ອງ.’ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ພວກເຈົ້າ​ຄິດວ່າ​ວິທີການ​ທີ່​ເຮົາ​ເຮັດ​ບໍ່​ຖືກຕ້ອງ​ບໍ? ວິທີການ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ​ບໍ່​ຖືກຕ້ອງ.


ແຕ່​ພວກເຈົ້າ ຊາວ​ອິດສະຣາເອນ​ພັດ​ເວົ້າ​ວ່າ, ‘ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ເຮັດ​ນັ້ນ​ບໍ່​ຖືກຕ້ອງ.’ ພວກເຈົ້າ​ຄິດ​ວ່າ​ວິທີທາງ​ຂອງເຮົາ​ບໍ່​ຖືກຕ້ອງ​ບໍ? ວິທີທາງ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ​ບໍ່​ຖືກຕ້ອງ.


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


ແຕ່​ພຣະເຈົ້າຢາເວ​ຍັງ​ສະຖິດ​ຢູ່​ໃນ​ເມືອງນີ້ ພຣະອົງ​ເຮັດ​ຖືກຕ້ອງ ແລະ​ບໍ່​ເຮັດ​ຜິດ​ຈັກເທື່ອ. ທຸກໆເຊົ້າ​ພຣະອົງ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ​ບໍ່ໄດ້​ຂາດ. ແຕ່​ເຖິງ​ປານ​ນັ້ນ ຄົນ​ອະທຳ​ໃນ​ທີ່ນັ້ນ​ກໍ​ຍັງ​ສືບຕໍ່​ເຮັດ​ຜິດ ແລະ​ບໍ່​ລະອາຍ​ໃຈ.


ເພາະວ່າ ພຣະອົງ​ໄດ້​ຊົງ​ກຳນົດ​ວັນ​ໜຶ່ງ​ໄວ້ ຊຶ່ງ​ໃນ​ວັນ​ນັ້ນ ພຣະອົງ​ຈະ​ຊົງ​ພິພາກສາ​ໂລກ​ຕາມ​ຄວາມ​ຍຸດຕິທຳ ໂດຍ​ມະນຸດ​ຜູ້ໜຶ່ງ ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໄວ້ ແລະ​ພຣະເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ຄົນ​ທັງປວງ​ມີ​ຄວາມ​ແນ່ໃຈ​ໃນ​ເລື່ອງ​ນີ້ ໂດຍ​ຊົງ​ບັນດານ​ໃຫ້​ມະນຸດ​ຜູ້ນັ້ນ​ເປັນ​ຄືນ​ມາ​ຈາກ​ຕາຍ.”


ເຫດສະນັ້ນ ມະນຸດ​ເອີຍ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜູ້ໃດ​ກໍຕາມ ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ, ເຈົ້າ​ບໍ່ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້. ດ້ວຍວ່າ, ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ ແລະ​ຍັງ​ເຮັດ​ຢ່າງ​ດຽວ​ກັບ​ພວກເຂົາ ເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນເອງ.


ແຕ່​ມະນຸດ​ເອີຍ ໃນ​ເມື່ອ​ເຈົ້າ​ຍັງ​ເຮັດ​ສິ່ງ​ນັ້ນ​ຢູ່ ແລະ​ກ່າວໂທດ​ໃສ່​ຜູ້​ອື່ນ ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ໜີ​ພົ້ນ​ຈາກ​ການ​ພິພາກສາ​ຂອງ​ພຣະເຈົ້າ​ໄດ້​ຊັ້ນບໍ?


ແຕ່​ດ້ວຍ​ໃຈ​ຂອງ​ເຈົ້າ​ແຂງ​ກະດ້າງ ແລະ​ບໍ່​ຍອມ​ທີ່​ຈະ​ກັບຕົວ ເຈົ້າ​ຈຶ່ງ​ກຳລັງ​ສະສົມ​ຄວາມ​ໂກດຮ້າຍ​ໄວ້​ໃຫ້​ຕົນເອງ ໃນ​ວັນ​ຂອງ​ຄວາມ​ຮ້າຍກາດ​ນັ້ນ, ຄື​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ພິພາກສາ​ລົງໂທດ ຢ່າງ​ຍຸດຕິທຳ​ໃຫ້​ປາກົດ​ແຈ້ງ​ນັ້ນ.


ແລ້ວ​ພວກເຮົາ​ເດ ຈະ​ວ່າ​ພຣະເຈົ້າ​ບໍ່​ຍຸດຕິທຳ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ


ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເທວະດາ​ແຫ່ງ​ນໍ້າ​ນັ້ນ​ຮ້ອງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຜູ້​ບໍຣິສຸດ ຜູ້​ຊົງ​ດຳລົງ​ຢູ່​ບັດນີ້ ແລະ​ຜູ້​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພຣະອົງ​ຊົງ​ເປັນ​ຜູ້​ຍຸດຕິທຳ ເພາະ​ພຣະອົງ​ຊົງ​ພິພາກສາ​ເຫດການ​ເຫຼົ່ານີ້.


ດ້ວຍວ່າ, ການ​ຕັດສິນ​ຂອງ​ພຣະອົງ ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ ພຣະເຈົ້າ​ໄດ້​ລົງໂທດ​ນາງ ຍ້ອນ​ນາງ​ໄດ້​ຂ້າ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka