Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:18 - ພຣະຄຳພີສັກສິ

18 ແລະ​ເຈົ້າ​ຮູ້ຈັກ​ນໍ້າພຣະໄທ​ຂອງ​ພຣະອົງ, ທັງ​ເຫັນ​ຊອບ​ໃນ​ສິ່ງ​ປະເສີດ ເພາະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ກົດບັນຍັດ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ຖ້າ​ພວກເຈົ້າ​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ເຫັນພ້ອມ​ໃນ​ສິ່ງ​ທີ່​ດີເລີດ ເພາະ​ພວກເຈົ້າ​ໄດ້​ຮັບ​ການ​ສອນ​ຈາກ​ກົດບັນຍັດ,

Uka jalj uñjjattʼäta Copia luraña




ໂຣມ 2:18
19 Jak'a apnaqawi uñst'ayäwi  

ການ​ອະທິບາຍ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ໃຫ້​ແສງ​ສະຫວ່າງ ແລະ​ນຳ​ປັນຍາ​ໃຫ້​ແກ່​ພວກ​ຄົນໂງ່ຈ້າ​ດ້ວຍ.


ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ນັ້ນ ຖືກຕ້ອງ​ທັງ​ເຮັດ​ໃຫ້​ຜູ້​ເຊື່ອຟັງ​ເບີກບານ​ໃຈ. ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ກໍ​ທ່ຽງທຳ ທັງ​ຊ່ວຍ​ໃຫ້​ເຂົ້າໃຈ​ຖືກຕ້ອງ.


ຄຳສັ່ງສອນ​ຂອງ​ເພິ່ນ​ເປັນ​ແສງແຈ້ງ​ເຍືອງ​ທາງເດີນ ຄຳບອກເຕືອນ​ຂອງເພິ່ນ​ສັ່ງສອນ​ເຈົ້າ​ໃຫ້​ຮູ້ຈັກ​ການ​ດຳເນີນ​ຊີວິດ.


ຂ້າພະເຈົ້າ​ເຮັດ​ເຊັ່ນ​ນີ້​ກໍ​ເພື່ອ​ທ່ານ​ຈະ​ຮູ້​ຄວາມຈິງ​ຢ່າງ​ຄັກແນ່ ເຖິງ​ເລື່ອງລາວ​ທີ່​ເປັນ​ແກ່ນສານ​ທີ່​ທ່ານ​ໄດ້​ຮັບ​ຮູ້​ກ່ອນ​ນັ້ນ.


“ຂ້ອຍໃຊ້​ທີ່​ຮູ້ຈັກ​ໃຈ​ນາຍ, ແຕ່​ບໍ່ໄດ້​ຈັດ​ຕຽມຕົວ​ໄວ້ ແລະ​ບໍ່ໄດ້​ເຮັດ​ຕາມ​ໃຈ​ນາຍ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ຫລາຍ​ບາດ.


ເມື່ອ​ເຈົ້າ​ທັງຫລາຍ​ຮູ້​ຄວາມຈິງ​ນີ້​ແລ້ວ ພວກເຈົ້າ​ເຮັດ​ຕາມ ພວກເຈົ້າ​ກໍ​ເປັນ​ສຸກ.


ທຸກສິ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ກໍ​ມີ​ໄວ້​ເພື່ອ​ສັ່ງສອນ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຄວາມຫວັງ​ດ້ວຍ​ຄວາມ​ອົດທົນ ແລະ​ມີ​ຄວາມ​ຊູໃຈ ດ້ວຍ​ພຣະຄຳພີ​ທີ່​ໄດ້​ກ່າວ​ໄວ້​ນັ້ນ.


ແລະ​ຖ້າ​ເຈົ້າ​ໝັ້ນໃຈ​ວ່າ ເຈົ້າ​ເປັນ​ຜູ້ນຳ​ທາງ​ຄົນ​ຕາບອດ, ເປັນ​ຄວາມ​ສະຫວ່າງ​ໃຫ້​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃນ​ຄວາມມືດ,


ບໍ່ມີ​ຊົນຊາດ​ອື່ນ​ໃດ ເຖິງ​ວ່າ​ຍິ່ງໃຫຍ່​ພຽງໃດ​ກໍຕາມ​ທີ່​ມີ​ກົດບັນຍັດ​ອັນ​ຍຸດຕິທຳ ເໝືອນ​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງສອນ​ພວກເຈົ້າ​ໃນວັນນີ້.


ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສັງເກດ​ໄດ້​ວ່າ ສິ່ງໃດ​ປະເສີດ​ທີ່ສຸດ ແລະ​ເພື່ອ​ພວກເຈົ້າ​ຈະ​ເປັນ​ຄົນ​ບໍຣິສຸດ ບໍ່ມີ​ທີ່​ຕິຕຽນ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດ.


ແຕ່​ຈົ່ງ​ທົດລອງ​ເບິ່ງ​ທຸກສິ່ງ ສິ່ງໃດ​ດີ ຈົ່ງ​ຢຶດຖື​ໄວ້​ໃຫ້​ໝັ້ນ


ອາຫານ​ແຂງ​ເປັນ​ອາຫານ​ສຳລັບ​ຜູ້​ໃຫຍ່​ແລ້ວ ຄື​ສຳລັບ​ຜູ້​ທີ່​ໄດ້​ຮັບ​ການ​ຝຶກຫັດ​ອົບຮົມ ໃຫ້​ສາມາດ​ສັງເກດ​ວ່າ ສິ່ງໃດ​ດີ​ແລະ​ສິ່ງໃດ​ຊົ່ວ.


ດັ່ງນັ້ນ ຖ້າ​ຜູ້ໃດ​ຮູ້​ວ່າ ອັນ​ໃດ​ເປັນ​ການ​ດີ​ແລະ​ບໍ່​ເຮັດ ຜູ້ນັ້ນ​ຈຶ່ງ​ມີ​ບາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka