ໂຣມ 2:13 - ພຣະຄຳພີສັກສິ13 ດ້ວຍວ່າ, ບໍ່ແມ່ນພວກຄົນທີ່ຟັງກົດບັນຍັດຈະເປັນຜູ້ຊອບທຳຕໍ່ພຣະພັກພຣະເຈົ້າ, ແຕ່ແມ່ນຜູ້ທີ່ໄດ້ເຮັດຕາມກົດບັນຍັດເທົ່ານັ້ນ ທີ່ຈະໄດ້ຊົງຖືວ່າເປັນຄົນຊອບທຳ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່13 ດ້ວຍວ່າ ຜູ້ທີ່ຊອບທຳໃນສາຍຕາພຣະເຈົ້າບໍ່ແມ່ນຜູ້ທີ່ໄດ້ຍິນໄດ້ຟັງກົດບັນຍັດ ແຕ່ແມ່ນຜູ້ທີ່ໄດ້ເຮັດຕາມກົດບັນຍັດເທົ່ານັ້ນທີ່ພຣະເຈົ້າຈະປະກາດວ່າເປັນຜູ້ຊອບທຳ. Uka jalj uñjjattʼäta |
ແຕ່ພວກເຮົາກໍຮູ້ຢູ່ວ່າ ບໍ່ມີຜູ້ໃດຖືກຊົງຖືວ່າເປັນຄົນຊອບທຳ ໂດຍການປະຕິບັດຕາມກົດບັນຍັດ ແຕ່ໂດຍທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າເທົ່ານັ້ນ ເຖິງແມ່ນພວກເຮົາກໍຍັງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າ ເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທຳໂດຍຄວາມເຊື່ອໃນພຣະຄຣິດ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ ເພາະວ່າໂດຍການປະຕິບັດຕາມກົດບັນຍັດນັ້ນ “ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນຄົນຊອບທຳໄດ້.”
ປະຊາຊົນອິດສະຣາເອນເອີຍ ຈົ່ງເຊື່ອຟັງແລະປະຕິບັດຕາມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ແລ້ວພວກເຈົ້າກໍຈະຢູ່ເຢັນເປັນສຸກ ແລະກາຍເປັນຊົນຊາດໜຶ່ງທີ່ມີອຳນາດ ພວກເຈົ້າຈະມີຊີວິດຢູ່ໃນດິນແດນທີ່ອຸດົມສົມບູນແລະຮັ່ງມີ ຕາມທີ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ສັນຍາໄວ້.