Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:11 - ພຣະຄຳພີສັກສິ

11 ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ເຫັນ​ແກ່​ໜ້າ​ຜູ້ໃດ​ເລີຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ເພາະວ່າ​ພຣະເຈົ້າ​ບໍ່​ໄດ້​ເຫັນແກ່​ໜ້າ​ຜູ້ໃດ.

Uka jalj uñjjattʼäta Copia luraña




ໂຣມ 2:11
14 Jak'a apnaqawi uñst'ayäwi  

ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ແລະ​ປະພຶດ​ຢ່າງ​ລະມັດ​ລະວັງ, ຍ້ອນ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ບໍ່​ຜ່ອນຜັນ​ຄວາມຜິດ​ໃດໆ ຫລື​ຕັດສິນ​ເຂົ້າຂ້າງ ຫລື​ຮັບ​ສິນຈ້າງ​ລາງວັນ​ໃດໆ​ທັງສິ້ນ.”


ພຣະອົງ​ບໍ່ໄດ້​ເຂົ້າຂ້າງ​ພວກ​ນັກປົກຄອງ​ເລີຍ ທັງ​ບໍ່ເຄີຍ​ເຫັນດີ​ນຳ​ຄົນ​ຮັ່ງມີ​ດ້ວຍ ຄື​ຄົນ​ຮັ່ງມີ​ທີ່​ເອົາປຽບ​ຄົນຍາກຈົນ ເພາະ​ທຸກໆ​ຄົນ​ແມ່ນ​ພຣະອົງ​ໄດ້​ສ້າງ.


ແລ້ວ​ພວກເຂົາ​ກໍ​ໃຊ້​ພວກ​ສິດ​ຂອງ​ພວກ​ຕົນ ພ້ອມ​ກັບ​ພັກພວກ​ຂອງ​ເຮໂຣດ​ບາງຄົນ ໄປ​ເວົ້າ​ກັບ​ພຣະອົງ​ວ່າ, “ອາຈານ​ເອີຍ ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຜູ້​ສັດຊື່ ແລະ​ທ່ານ​ສັ່ງສອນ​ຄວາມຈິງ​ໃນ​ທາງ​ຂອງ​ພຣະເຈົ້າ ໂດຍ​ບໍ່ໄດ້​ເອົາ​ໃຈ​ຜູ້ໃດ, ເພາະ​ທ່ານ​ບໍ່​ເຫັນ​ແກ່ໜ້າ​ຜູ້ໃດ.


ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ ພວກເຮົາ​ຮູ້​ວ່າ​ຖ້ອຍຄຳ​ທີ່​ທ່ານ​ກ່າວ ແລະ​ສັ່ງສອນ​ນັ້ນ​ຖືກຕ້ອງ ແລະ​ໂດຍ​ບໍ່​ເຫັນແກ່ໜ້າ​ຜູ້ໃດ, ແຕ່​ສັ່ງສອນ​ຫົນທາງ​ຂອງ​ພຣະເຈົ້າ​ຢ່າງ​ສັດຊື່.


ແລ້ວ​ເປໂຕ​ກໍ​ເລີ່ມຕົ້ນ​ກ່າວ​ວ່າ, “ບັດນີ້ ຂ້າພະເຈົ້າ​ຮູ້​ເຫັນ​ຄັກແນ່​ແລ້ວ​ວ່າ, ພຣະເຈົ້າ​ເຮັດ​ກັບ​ທຸກຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ.


ແລ້ວ​ພວກເຮົາ​ເດ ຈະ​ວ່າ​ພຣະເຈົ້າ​ບໍ່​ຍຸດຕິທຳ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ


ສ່ວນ​ຄົນ​ເຫຼົ່ານັ້ນ ທີ່​ພວກເຂົາ​ຖື​ວ່າ​ເປັນ​ຄົນ​ສຳຄັນ ພວກເຂົາ​ຈະ​ເຄີຍ​ເປັນ​ຄົນ​ຢ່າງ​ໃດ​ມາ​ກ່ອນ​ແລ້ວ​ກໍຕາມ ກໍ​ບໍ່​ສຳຄັນ​ຢ່າງ​ໃດ​ສຳລັບ​ເຮົາ ພຣະເຈົ້າ​ບໍ່​ຊົງ​ເຫັນ​ແກ່​ໜ້າ​ຄົນ​ໃດ ຄົນ​ເຫຼົ່ານັ້ນ​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຄົນ​ສຳຄັນ ກໍ​ບໍ່ໄດ້​ເພີ່ມ​ເຕີມ​ສິ່ງ​ໜຶ່ງ​ສິ່ງໃດ​ແກ່​ເຮົາ.


ຝ່າຍ​ນາຍ​ກໍ​ຈົ່ງ​ປະພຶດ​ຕໍ່​ຄົນ​ຮັບໃຊ້​ຂອງຕົນ​ໃນທຳນອງ​ດຽວກັນ ແລະ​ຈົ່ງ​ເຊົາ​ຂູ່ເຂັນ​ພວກເຂົາ ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ແລະ​ຄົນ​ຮັບໃຊ້​ຂອງ​ພວກເຈົ້າ ກໍ​ມີ​ເຈົ້ານາຍ​ຜູ້​ດຽວກັນ​ໃນ​ສະຫວັນ ແລະ​ພຣະອົງ​ບໍ່​ຊົງ​ເລືອກ​ໜ້າ​ຜູ້ໃດ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແມ່ນ​ພຣະເຈົ້າ​ເໜືອ​ບັນດາ​ພະ​ທັງໝົດ ແລະ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ບັນດາ​ເຈົ້ານາຍ​ທັງປວງ, ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ຊົງ​ຣິດອຳນາດ ແລະ​ເປັນ​ທີ່​ຢຳເກງ. ພຣະອົງ​ບໍ່​ເຫັນແກ່​ໜ້າ​ຜູ້ໃດ​ແລະ​ບໍ່​ເຫັນແກ່​ສິນຈ້າງ​ລາງວັນ​ໃດໆ.


ຢ່າ​ໃຫ້​ພວກເຂົາ​ຕັດສິນ​ແບບ​ເຂົ້າຂ້າງ​ອອກຂາ ແລະ​ຢ່າ​ຮັບ​ສິນຈ້າງ​ໃດໆ. ດ້ວຍວ່າ, ສິນຈ້າງ​ອັດຫູ​ບັງຕາ​ຄົນ​ສະຫລາດ​ແລະ​ຄົນ​ສັດຊື່ ແລະ​ພາ​ໃຫ້​ພວກເຂົາ​ຕັດສິນ​ຄວາມ​ຜິດພາດ​ໄດ້.


ສ່ວນ​ທຸກໆ​ຄົນ​ທີ່​ເຮັດ​ການ​ຊົ່ວ​ນັ້ນ ກໍ​ຈະ​ໄດ້​ຮັບ​ຜົນ​ກຳ ຕາມ​ກຳ​ຊົ່ວ​ຂອງຕົນ ເພາະ​ພຣະເຈົ້າ​ຕັດສິນ​ທຸກຄົນ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.


ແລະ​ຖ້າ​ພວກເຈົ້າ​ພາວັນນາ​ອະທິຖານ​ທູນ​ຂໍ​ຕໍ່​ພຣະອົງ ຜູ້​ຊົງ​ພິພາກສາ​ທຸກຄົນ ຕາມ​ກິດຈະການ​ຂອງ​ເຂົາ ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ເອີ້ນ​ພຣະອົງ​ວ່າ, “ພຣະບິດາເຈົ້າ” ກໍຕາມ ຈົ່ງ​ປະຕິບັດ​ໄປ​ດ້ວຍ​ຄວາມ​ຢຳເກງ ຕະຫລອດ​ເວລາ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka