Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 16:6 - ພຣະຄຳພີສັກສິ

6 ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ມາຣີ ຜູ້​ທີ່​ໄດ້​ເຮັດ​ວຽກງານ​ຢ່າງ​ໜັກໜ່ວງ​ສຳລັບ​ພວກທ່ານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ນາງ​ມາຣີ ຜູ້​ທີ່​ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ເພື່ອ​ພວກເຈົ້າ​ທັງຫລາຍ.

Uka jalj uñjjattʼäta Copia luraña




ໂຣມ 16:6
7 Jak'a apnaqawi uñst'ayäwi  

ໃນ​ທີ່ນັ້ນ ມີ​ແມ່ຍິງ​ຫລາຍ​ຄົນ​ເບິ່ງ​ຢູ່​ຫ່າງໆ ແມ່ຍິງ​ເຫຼົ່ານີ້​ໄດ້​ຕິດຕາມ​ພຣະເຢຊູເຈົ້າ ແລະ​ບົວລະບັດ​ພຣະອົງ ມາ​ແຕ່​ແຂວງ​ຄາລີເລ.


ຖ້າ​ເຈົ້າ​ຄຳນັບ​ພີ່ນ້ອງ​ຂອງຕົນ​ເທົ່ານັ້ນ ພວກເຈົ້າ​ໄດ້​ເຮັດ​ຫຍັງ​ດີ​ລື່ນ​ຄົນອື່ນ​ແດ່? ແມ່ນແຕ່​ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ເໝືອນກັນ.


ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ຕີຝາຍນາ ແລະ ນາງ​ທີໂຟຊາ ທີ່​ເຮັດ​ວຽກງານ​ໜັກ​ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ເປຊີດາ ເພື່ອນ​ທີ່ຮັກ​ຂອງເຮົາ ຜູ້​ໄດ້​ເຮັດ​ພາລະກິດ​ອັນ​ໜັກໜ່ວງ​ຫລາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ຄຣິສຕະຈັກ​ທີ່​ນະມັດສະການ​ຢູ່​ໃນ​ເຮືອນ​ຂອງ​ພວກເພິ່ນ​ເໝືອນກັນ. ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ເອປາຍເນດ ເພື່ອນ​ທີ່ຮັກ​ຂອງເຮົາ ເພິ່ນ​ເປັນ​ຄົນ​ທຳອິດ​ໃນ​ແຂວງ​ເອເຊຍ​ທີ່​ເຊື່ອ​ໃນ​ພຣະຄຣິດ.


ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອັນດາໂລນິໂກ​ກັບ​ນາງ​ຢູເນຍ ພີ່ນ້ອງ​ຮ່ວມ​ຊາດ​ທີ່​ໄດ້​ຖືກ​ຂັງຄຸກ​ນຳກັນ​ກັບ​ເຮົາ ທ່ານ​ທັງສອງ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ພວກ​ອັກຄະສາວົກ ທັງ​ໄດ້​ຢູ່​ໃນ​ພຣະຄຣິດ​ກ່ອນ​ເຮົາ​ດ້ວຍ.


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮ້ອງ​ຂໍ​ພວກເຈົ້າ​ໃຫ້​ຮັບຮູ້ ຜູ້​ທີ່​ເຮັດ​ການ​ງານ​ຢ່າງ​ໜັກໜ່ວງ​ໃນ​ທ່າມກາງ​ພວກເຈົ້າ ຄື​ຜູ້​ທີ່​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ ແລະ​ເປັນ​ຜູ້​ສອນ​ພວກເຈົ້າ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ແລະ​ມີ​ຊື່ສຽງ​ໃນ​ການ​ສ້າງ​ຄຸນງາມ​ຄວາມດີ ເປັນ​ຕົ້ນ: ເປັນ​ຍິງ​ທີ່​ຝຶກແອບ​ລ້ຽງດູ​ລູກໆ​ຂອງຕົນ​ເປັນ​ຢ່າງດີ ມີ​ນໍ້າໃຈ​ຕ້ອນຮັບ​ແຂກ ເຮັດ​ໜ້າທີ່​ດ້ວຍ​ຄວາມ​ຖ່ອມຕົວ​ສຳລັບ​ພີ່ນ້ອງ​ຄຣິສຕຽນ ຊ່ວຍເຫຼືອ​ຄົນ​ທີ່​ຢູ່​ໃນ​ຄວາມ​ຂັດສົນ ແລະ​ຖວາຍ​ຕົນເອງ​ເຂົ້າ​ໃນ​ການ​ຮັບໃຊ້​ໃຫ້​ດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka