Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 16:2 - ພຣະຄຳພີສັກສິ

2 ກະລຸນາ​ຮັບ​ນາງ​ໄວ້​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເໝືອນ​ດັ່ງ​ທີ່​ຄົນ​ຂອງ​ພຣະເຈົ້າ​ຄວນ​ປະຕິບັດ​ແກ່​ກັນແລະກັນ ແລະ​ຊ່ວຍເຫລືອ​ນາງ​ໃນ​ທຸກສິ່ງ​ທີ່​ນາງ​ຕ້ອງການ ເພາະວ່າ​ນາງ​ເອງ​ໄດ້​ຊ່ວຍ​ສົງເຄາະ​ຫລາຍ​ຄົນ​ລວມທັງ​ເຮົາ​ເອງ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮັບ​ນາງ​ໄວ້​ໃນ​ອົງພຣະຜູ້ເປັນເຈົ້າ​ຕາມ​ສົມຄວນ​ແກ່​ຄົນ​ຂອງ​ພຣະເຈົ້າ ແລະ ຊ່ວຍເຫລືອ​ນາງ​ໃນ​ທຸກສິ່ງ​ທີ່​ນາງ​ຕ້ອງການ ເພາະວ່າ​ນາງ​ເອງ​ໄດ້​ຊ່ວຍເຫລືອ​ຄົນ​ຈໍານວນ​ຫລາຍ​ລວມທັງ​ເຮົາ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຣມ 16:2
25 Jak'a apnaqawi uñst'ayäwi  

ຈອມ​ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້ ແກ່​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫຼົ່ານີ້​ຂອງເຮົາ, ພວກເຈົ້າ​ກໍໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ.’


ເມື່ອ​ອານາເນຍ​ໄດ້ຍິນ​ເຊັ່ນນັ້ນ ກໍ​ຕອບ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຫລາຍ​ຄົນ​ໄດ້​ບອກ​ຂ້ານ້ອຍ​ເຖິງ​ເລື່ອງ​ຊາຍ​ຄົນ​ນີ້ ຕະຫລອດ​ທັງ​ຄວາມ​ຊົ່ວຮ້າຍ​ທີ່​ລາວ​ໄດ້​ເຮັດ​ຕໍ່​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ​ໃນ​ນະຄອນ​ເຢຣູຊາເລັມ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ອານາເນຍ​ວ່າ, “ເຈົ້າ​ຈົ່ງ​ໄປ​ເທາະ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ຊາຍ​ຄົນ​ນີ້ ໃຫ້​ຮັບໃຊ້​ເຮົາ ເພື່ອ​ລາວ​ຈະ​ນຳ​ເອົາ​ນາມຊື່​ຂອງເຮົາ​ໄປ​ຕໍ່ໜ້າ​ຄົນຕ່າງຊາດ, ບັນດາ​ກະສັດ ແລະ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ແລ້ວ​ໃນ​ເມືອງ​ຢົບປາ​ກໍ​ມີ​ລູກສິດ​ຜູ້ໜຶ່ງ ຊື່​ວ່າ ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາ​ກຣີກ​ວ່າ ໂດຣະກາ ໝາຍຄວາມວ່າ ກວາງ​ແມ່). ນາງ​ເຮັດ​ແຕ່​ຄຸນງາມ​ຄວາມດີ ແລະ​ເຄີຍ​ໃຫ້​ທານ​ຄົນ​ຍາກຈົນ​ຕະຫລອດ​ມາ.


ດັ່ງນັ້ນ ເປໂຕ​ຈຶ່ງ​ລຸກ​ຂຶ້ນ​ໄປ​ກັບ​ພວກເຂົາ ເມື່ອ​ມາ​ເຖິງ​ແລ້ວ ພວກເຂົາ​ກໍ​ນຳ​ເພິ່ນ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ຊຶ່ງ​ມີ​ແມ່ໝ້າຍ​ທັງໝົດ​ໄດ້​ມາ​ອ້ອມ​ເພິ່ນ​ໄວ້ ທັງ​ຮ້ອງໄຫ້ ແລະ​ຊີ້​ໃຫ້​ເຫັນ​ເສື້ອຜ້າ ແລະ​ເສື້ອ​ຊັ້ນນອກ​ຕ່າງໆ​ທີ່​ໂດຣະກາ​ເປັນ​ຜູ້​ເຮັດ ເມື່ອ​ນາງ​ຍັງ​ມີ​ຊີວິດ​ຢູ່​ກັບ​ພວກ​ຕົນ.


ຝ່າຍ​ເປໂຕ​ກໍ​ຍື່ນ​ມື​ຊ່ວຍເຫຼືອ​ນາງ​ໃຫ້​ລຸກ​ຂຶ້ນ, ແລ້ວ​ເພິ່ນ​ກໍ​ເອີ້ນ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທຸກຄົນ​ເຂົ້າ​ມາ ລວມທັງ​ບັນດາ​ແມ່ໝ້າຍ ແລະ​ເພິ່ນ​ໄດ້​ມອບ​ນາງ​ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ໃຫ້​ແກ່​ພວກເຂົາ.


ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ຊຶ່ງກັນແລະກັນ​ເໝືອນ​ດັ່ງ​ທີ່​ພຣະຄຣິດ​ໄດ້​ຕ້ອນຮັບ​ພວກເຈົ້າ ເພື່ອ​ເປັນ​ການ​ຖວາຍ​ສະຫງ່າຣາສີ​ແກ່​ພຣະເຈົ້າ.


ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ຟີໂລໂລກ ແລະ ນາງ​ຢູລີອາ ເນເຣ ແລະ​ນ້ອງສາວ​ຂອງ​ເພິ່ນ ພ້ອມ​ທັງ​ທ່ານ​ໂອລິມປາ ແລະ​ໄພ່ພົນ​ບໍຣິສຸດ​ທຸກຄົນ​ທີ່​ຢູ່​ນຳ​ພວກເພິ່ນ.


ທ່ານ​ໄຄໂຢ ເຈົ້າ​ຂອງ​ເຮືອນ ບ່ອນ​ທີ່​ຮັບ​ລ້ຽງ​ເຮົາ ແລະ​ເປັນ​ຜູ້​ບຳລຸງ​ຄຣິສຕະຈັກ​ໜ່ວຍ​ນີ້ ກໍ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ທຸກຄົນ ທ່ານ​ເອຣາຊະໂຕ ນາຍຄັງ​ປະຈຳ​ເມືອງ ພ້ອມ​ທັງ​ກູອາໂຕ ພີ່ນ້ອງ​ຂອງ​ພວກເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ. [


ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ມາຣີ ຜູ້​ທີ່​ໄດ້​ເຮັດ​ວຽກງານ​ຢ່າງ​ໜັກໜ່ວງ​ສຳລັບ​ພວກທ່ານ.


ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອູຣະບານ ຜູ້​ຮ່ວມ​ງານ​ໃນ​ພາລະກິດ​ຂອງ​ພຣະຄຣິດ​ກັບ​ພວກເຮົາ ແລະ​ພ້ອມ​ທັງ​ທ່ານ​ຊະຕາຂີ ເພື່ອນ​ທີ່ຮັກ​ຂອງເຮົາ.


ເນື່ອງ​ຈາກ​ພວກເຈົ້າ​ເປັນ​ໄພ່ພົນ​ຂອງ​ພຣະເຈົ້າ ໃນ​ທ່າມກາງ​ພວກເຈົ້າ​ຈຶ່ງ​ບໍ່​ສົມຄວນ​ທີ່​ຈະ​ເອີ່ຍ​ເຖິງ, ເລື່ອງ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ, ການ​ຊົ່ວຮ້າຍ​ທຸກຢ່າງ ແລະ​ຄວາມ​ໂລພາ​ຕັນຫາ.


ພຽງແຕ່​ໃຫ້​ເຈົ້າ​ທັງຫລາຍ ດຳເນີນ​ຊີວິດ​ໃຫ້​ສົມກັບ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ຫລື​ບໍ່​ມາ​ກໍຕາມ ເຮົາ​ກໍ​ຈະ​ໄດ້ຍິນ​ຂ່າວ​ຂອງ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕໍ່ສູ້​ເໝືອນ​ຢ່າງ​ເປັນ​ຄົນ​ຄົນ​ດຽວ ເພື່ອ​ຄວາມເຊື່ອ​ອັນ​ເກີດ​ຈາກ​ຂ່າວປະເສີດ​ນັ້ນ.


ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໄວ້​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເໝືອນ​ດັ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃຫ້​ນັບຖື​ທຸກຄົນ​ທີ່​ເປັນ​ແບບ​ດຽວກັນ​ກັບ​ເພິ່ນ,


ອາຣິດຕາໂຂ ຜູ້​ທີ່​ຖືກ​ຄຸກ​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ, ມາຣະໂກ​ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນຳ​ແລ້ວ​ວ່າ ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ແຕ່​ໃຫ້​ປະດັບ​ຕົວ​ດ້ວຍ​ເຮັດ​ການ​ດີ ໃຫ້​ສົມ​ກັບ​ເປັນ​ແມ່ຍິງ​ທີ່​ອ້າງ​ຕົນ​ວ່າ ເປັນ​ຄົນ​ຢຳເກງ​ພຣະເຈົ້າ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ໂຜດ​ປະທານ​ພຣະ​ເມດຕາ​ແກ່​ເພິ່ນ​ໃນ​ວັນ​ນັ້ນ​ດ້ວຍ​ເທີ້ນ ຝ່າຍ​ເຈົ້າ​ກໍ​ຮູ້​ດີ​ວ່າ ເພິ່ນ​ໄດ້​ບົວລະບັດ​ເຮົາ​ຫລາຍ​ປານໃດ ເມື່ອ​ເຮົາ​ຢູ່​ທີ່​ເມືອງ​ເອເຟໂຊ​ນັ້ນ.


ໃນທຳນອງ​ດຽວກັນ ຈົ່ງ​ແນະນຳ​ພວກ​ແມ່ຍິງ​ທີ່​ອາວຸໂສ ໃຫ້​ປະພຶດ​ຕົນ​ສົມກັບ​ເປັນ​ຄົນ​ຂອງ​ພຣະເຈົ້າ ພວກເຂົາ​ຕ້ອງ​ບໍ່​ເປັນ​ຄົນ​ມັກ​ກ່າວ​ນິນທາ​ໃສ່ຮ້າຍ​ປ້າຍສີ ຫລື​ຕິດເຫລົ້າ​ເມົາ​ສຸຣາ ພວກເຂົາ​ຕ້ອງ​ເປັນ​ຜູ້​ສັ່ງສອນ​ຄຸນງາມ​ຄວາມດີ


ບັດນີ້ ເຮົາ​ໄດ້​ໃຊ້​ລາວ​ຄືນ​ມາ​ຫາ​ເຈົ້າ ໂອເນຊີໂມ​ຜູ້​ນີ້ ເປັນ​ໝາກ​ຫົວໃຈ​ຂອງເຮົາ.


ເຫດສະນັ້ນ ຖ້າ​ເຈົ້າ​ຖື​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ຂອງ​ເຈົ້າ​ແລ້ວ ຈົ່ງ​ຕ້ອນຮັບ​ລາວ​ໄວ້​ເໝືອນ​ກັບ​ເຈົ້າ​ຕ້ອນຮັບ​ຕົວ​ເຮົາ​ເອງ.


ຖ້າ​ຜູ້ໃດ​ມາ​ຫາ​ເຈົ້າ ແລະ​ບໍ່​ເອົາ​ຄຳສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ຄົນ​ນັ້ນ​ເຂົ້າ​ໃນ​ເຮືອນ ແລະ​ທັງ​ຢ່າ​ສະແດງ​ຄວາມ​ຄຳນັບ​ຕໍ່​ຜູ້ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka