ໂຣມ 16:12 - ພຣະຄຳພີສັກສິ12 ເຮົາຂໍຝາກຄວາມຄິດເຖິງ ມາຍັງນາງຕີຝາຍນາ ແລະ ນາງທີໂຟຊາ ທີ່ເຮັດວຽກງານໜັກໃນພາລະກິດຂອງອົງພຣະຜູ້ເປັນເຈົ້າ ແລະຂໍຝາກຄວາມຄິດເຖິງ ມາຍັງນາງເປຊີດາ ເພື່ອນທີ່ຮັກຂອງເຮົາ ຜູ້ໄດ້ເຮັດພາລະກິດອັນໜັກໜ່ວງຫລາຍໃນອົງພຣະຜູ້ເປັນເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ຂໍຝາກຄວາມຄິດເຖິງມາຍັງນາງຕີຝາຍນາ ແລະ ນາງທີໂຟຊາ ແມ່ຍິງທີ່ໄດ້ເຮັດວຽກຢ່າງໜັກໜ່ວງໃນອົງພຣະຜູ້ເປັນເຈົ້າ. ຂໍຝາກຄວາມຄິດເຖິງມາຍັງເປຊີດາເພື່ອນທີ່ຮັກຂອງເຮົາ ແມ່ຍິງອີກຄົນໜຶ່ງທີ່ໄດ້ເຮັດວຽກຢ່າງໜັກໜ່ວງໃນອົງພຣະຜູ້ເປັນເຈົ້າ. Uka jalj uñjjattʼäta |
ແຕ່ໂດຍພຣະຄຸນຂອງພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະພຣະຄຸນທີ່ພຣະອົງໄດ້ໂຜດໃຫ້ແກ່ເຮົານັ້ນ ກໍບໍ່ໄດ້ໄຮ້ປະໂຫຍດ, ກົງກັນຂ້າມ ເຮົາໄດ້ເຮັດການຢ່າງໜັກໜ່ວງຫຼາຍກວ່າບັນດາອັກຄະສາວົກຄົນອື່ນໆ ຕາມທີ່ຈິງແລ້ວບໍ່ແມ່ນເຮົາເອງເຮັດ ແຕ່ແມ່ນພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ກັບເຮົາທີ່ເຮັດ.
ເອປາຟາ ເປັນຄົນໜຶ່ງໃນພວກເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າເໝືອນກັນ ເພິ່ນພາວັນນາອະທິຖານຢ່າງຮ້ອນຮົນສຳລັບພວກເຈົ້າຢູ່ສະເໝີ ໂດຍຂໍພຣະເຈົ້າບັນດານໃຫ້ພວກເຈົ້າຕັ້ງໝັ້ນຢູ່ ເປັນຜູ້ໃຫຍ່ຄົບຖ້ວນ ແລະເປັນຜູ້ທີ່ມີຄວາມໝັ້ນໃຈ ປະຕິບັດຕາມນໍ້າພຣະໄທຂອງພຣະເຈົ້າ.