Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 15:9 - ພຣະຄຳພີສັກສິ

9 ແລະ​ເພື່ອ​ໃຫ້​ຄົນຕ່າງຊາດ​ໄດ້​ສັນລະເສີນ​ພຣະເຈົ້າ ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ດ້ວຍເຫດນີ້ ຂ້ານ້ອຍ​ ຈຶ່ງ​ຈະ​ສັນລະເສີນ​ພຣະອົງ ໃນ​ທ່າມກາງ​ຄົນຕ່າງຊາດ​ທັງຫລາຍ. ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ​ຍ້ອງຍໍ​ ສັນລະເສີນ ຖວາຍ​ແກ່​ພຣະນາມ​ຂອງ​ພຣະອົງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ເພື່ອ​ໃຫ້​ຄົນຕ່າງຊາດ​ໄດ້​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເຫດສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ສັນລະເສີນ​ພຣະອົງ​ໃນ​ທ່າມກາງ​ຄົນຕ່າງຊາດ​ທັງຫລາຍ; ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ນາມ​ຂອງ​ພຣະອົງ”.

Uka jalj uñjjattʼäta Copia luraña




ໂຣມ 15:9
6 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຍ້ອງຍໍ​ ສັນລະເສີນ​ພຣະອົງ​ທ່າມກາງ​ຊົນຊາດ​ທັງຫລາຍ ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ.


ດັ່ງນັ້ນ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ຂ້ານ້ອຍ​ຈຶ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ແລະ​ຮ້ອງເພງ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ ໃນ​ທ່າມກາງ​ບັນດາ​ຊົນຊາດ ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ໃນ​ທ່າມກາງ​ປະຊາຊົນ​ທຸກ​ຊາດ​ພາສາ​ດ້ວຍ.


ເມື່ອ​ປະຊາຊົນ​ໄດ້​ເຫັນ​ເຫດການ​ນີ້​ພວກເຂົາ​ຈຶ່ງ​ຢ້ານ ແລະ​ພາກັນ​ສັນລະເສີນ​ພຣະເຈົ້າ​ທີ່​ໃຫ້​ສິດ​ອຳນາດ​ຢ່າງ​ນີ້​ແກ່​ມະນຸດ.


ເຈົ້າ​ທັງຫລາຍ​ກໍ​ເໝືອນກັນ ເມື່ອ​ກ່ອນ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າ, ແຕ່​ມາບັດນີ້ ພວກເຈົ້າ​ໄດ້​ຮັບ​ພຣະ​ເມດຕາ ຍ້ອນ​ພວກ​ຢິວ​ບໍ່​ເຊື່ອຟັງ​ພຣະອົງ​ສັນໃດ.


ຫລື​ວ່າ ພຣະເຈົ້າ​ນັ້ນ​ເປັນ​ພຣະເຈົ້າ​ຂອງ​ຄົນ​ຢິວ​ເທົ່ານັ້ນ​ບໍ? ພຣະອົງ​ບໍ່ໄດ້​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ​ບໍ? ແມ່ນແລ້ວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka