Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 15:8 - ພຣະຄຳພີສັກສິ

8 ດ້ວຍວ່າ, ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ ພຣະຄຣິດ​ໄດ້​ເກີດ​ເປັນ​ຜູ້ຮັບໃຊ້​ຊາວ​ຢິວ ເພື່ອ​ເຮັດ​ໃຫ້​ພຣະສັນຍາ​ທີ່​ມີ​ໄວ້​ກັບ​ບັນພະບຸລຸດ​ນັ້ນ​ກາຍເປັນ​ຈິງ ເພື່ອ​ສະແດງ​ຄວາມ​ສັດຊື່​ຂອງ​ພຣະເຈົ້າ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ດ້ວຍວ່າ ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ​ພຣະຄຣິດເຈົ້າ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ພວກ​ຢິວ ທີ່​ເປັນ​ການສະແດງ​ຄວາມຈິງ​ຂອງ​ພຣະເຈົ້າ ເພື່ອ​ຢືນຢັນ​ຄຳ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ກັບ​ບັນດາ​ບັນພະບຸລຸດ

Uka jalj uñjjattʼäta Copia luraña




ໂຣມ 15:8
29 Jak'a apnaqawi uñst'ayäwi  

ສິ່ງ​ທີ່​ເຮົາ​ເວົ້າ ລ້ວນແຕ່​ເປັນ​ຄວາມຈິງ ການ​ໂອ້ລົມ​ອັນ​ຜິດໆ ເຮົາ​ກຽດຊັງ​ທັງສິ້ນ.


ພຣະອົງ​ຈະ​ສຳແດງ​ຄວາມສັດຊື່ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ປະຊາຊົນ​ຂອງ​ພຣະອົງ ຄື​ຕໍ່​ເຊື້ອສາຍ​ຂອງ​ອັບຣາຮາມ​ແລະ​ຢາໂຄບ ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ແຕ່​ດົນນານ​ມາແລ້ວ.


ແລ້ວ​ພຣະອົງ​ກໍ​ຕອບ​ວ່າ, “ເຮົາ​ຖືກ​ໃຊ້​ມາ​ຫາ​ຝູງແກະ​ທີ່​ເສຍ​ໄປ ໃນ​ຊາດ​ອິດສະຣາເອນ​ເທົ່ານັ້ນ.”


ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ພຣະອົງ​ໄດ້​ມາ​ສູ່​ບ້ານ​ເມືອງ​ທີ່​ເປັນ​ຂອງ​ພຣະອົງ​ເອງ ແຕ່​ຄົນ​ໃນ​ບ້ານ​ເມືອງ​ຂອງ​ພຣະອົງ​ບໍ່ໄດ້​ຕ້ອນຮັບ​ພຣະອົງ.


ມີ​ຝູງແກະ​ອື່ນ​ທີ່​ເປັນ​ຝູງແກະ​ຂອງເຮົາ ແຕ່​ບໍ່​ຢູ່​ໃນ​ຄອກ​ນີ້ ເຮົາ​ຈະ​ຕ້ອງ​ພາ​ແກະ​ເຫຼົ່ານັ້ນ​ມາ​ເໝືອນກັນ ພວກເຂົາ​ຈະ​ຟັງ​ສຽງ​ຂອງເຮົາ ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ເຂົ້າ​ເປັນ​ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.


ແຕ່​ໂປໂລ​ກັບ​ບາຣະນາບາ​ມີ​ໃຈ​ກ້າ​ກ່າວ​ອອກ​ໄປ​ວ່າ, “ຈຳເປັນ​ທີ່​ຈະ​ຕ້ອງ​ມາ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ ສູ່​ທ່ານ​ທັງຫລາຍ​ຟັງ​ກ່ອນ, ແຕ່​ໃນ​ເມື່ອ​ພວກທ່ານ​ບໍ່​ຍອມ​ຮັບ​ເອົາ​ພຣະທຳ​ນັ້ນ ແລະ​ຖື​ວ່າ​ຕົນ​ບໍ່​ສົມຄວນ​ທີ່​ຈະ​ຮັບ​ຊີວິດ​ນິຣັນດອນ. ດັ່ງນັ້ນ ພວກເຮົາ​ກໍ​ຈະ​ໄປ​ຫາ​ຄົນຕ່າງຊາດ.


ຈົ່ງ​ພິຈາລະນາ​ເບິ່ງ​ພຣະ​ເມດຕາ ແລະ​ຄວາມ​ເຄັ່ງຄັດ​ຂອງ​ພຣະເຈົ້າ ຄື​ພຣະອົງ​ສຳແດງ​ຄວາມ​ເຄັ່ງຄັດ​ຕໍ່​ພວກ​ທີ່​ຫລົງຜິດ​ໄປ ແຕ່​ພຣະອົງ​ເມດຕາ​ເຈົ້າ ຖ້າ​ເຈົ້າ​ຕັ້ງໝັ້ນ​ຢູ່​ໃນ​ພຣະ​ເມດຕາ​ນັ້ນ​ຕໍ່ໄປ, ຖ້າບໍ່​ດັ່ງນັ້ນ ເຈົ້າ​ກໍ​ຈະ​ຖືກ​ຫັກອອກ​ເໝືອນກັນ.


ເຈົ້າ​ທັງຫລາຍ​ກໍ​ເໝືອນກັນ ເມື່ອ​ກ່ອນ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າ, ແຕ່​ມາບັດນີ້ ພວກເຈົ້າ​ໄດ້​ຮັບ​ພຣະ​ເມດຕາ ຍ້ອນ​ພວກ​ຢິວ​ບໍ່​ເຊື່ອຟັງ​ພຣະອົງ​ສັນໃດ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ແລະ​ເພື່ອ​ຈະ​ຊົງ​ສຳແດງ​ໃນ​ປະຈຸບັນ​ວ່າ ພຣະອົງ​ຊົງ​ເປັນ​ຜູ້​ຍຸດຕິທຳ ແລະ​ຊົງ​ໂຜດ​ຜູ້​ທີ່​ເຊື່ອ​ໃນ​ພຣະເຢຊູເຈົ້າ​ເປັນ​ຜູ້​ຊອບທຳ​ດ້ວຍ.


ເຖິງ​ແມ່ນ​ມີ​ບາງຄົນ​ບໍ່​ສັດຊື່ ຄວາມ​ບໍ່​ສັດຊື່​ຂອງ​ພວກເຂົາ​ນັ້ນ ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ຫລື?


ດ້ວຍເຫດນີ້​ເອງ, ການ​ທີ່​ໄດ້​ຮັບ​ມໍຣະດົກ​ນັ້ນ ຈຶ່ງ​ຂຶ້ນ​ຢູ່​ກັບ​ຄວາມເຊື່ອ ເພື່ອ​ຈະ​ໄດ້​ເປັນ​ຕາມ​ພຣະຄຸນ ເພື່ອ​ພຣະສັນຍາ​ນັ້ນ​ຈະ​ເປັນ​ທີ່​ວາງ​ໃຈ​ແກ່​ຜູ້​ສືບ​ເຊື້ອສາຍ​ຂອງ​ເພິ່ນ​ທຸກຄົນ ແລະ​ບໍ່ແມ່ນ​ຜູ້​ສືບ​ເຊື້ອສາຍ​ທີ່​ຖື​ກົດບັນຍັດ​ພວກ​ດຽວ, ແຕ່​ແກ່​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ດຽວກັນ​ກັບ​ອັບຣາຮາມ ຜູ້​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ.


ເຮົາ​ໝາຍຄວາມວ່າ​ຢ່າງ​ນີ້: ແຕ່ລະຄົນ​ໃນ​ພວກເຈົ້າ​ເວົ້າ​ບໍ່​ຖືກຕ້ອງ​ປອງດອງ​ກັນ ຜູ້ໜຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເປໂຕ” ແລະ​ຜູ້​ອື່ນ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດ.”


ຖ້າ​ເປັນ​ເຊັ່ນນັ້ນ ເຮົາ​ໝາຍຄວາມວ່າ​ຢ່າງ​ໃດ? ເຄື່ອງ​ບູຊາ​ທີ່​ຖວາຍ​ແກ່​ຮູບເຄົາຣົບ​ນັ້ນ​ເປັນ​ຂອງ​ສັກສິດ​ບໍ ຫລື​ຮູບເຄົາຣົບ​ນັ້ນ​ສັກສິດ?


ບໍ່ແມ່ນ​ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຈົ້າ​ເອງ ແຕ່​ແມ່ນ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ຄົນ​ທີ່​ບອກ​ນັ້ນ). ບາງຄົນ​ຖາມ​ວ່າ, ເປັນຫຍັງ​ເສລີພາບ​ຂອງເຮົາ​ຕ້ອງ​ຖືກ​ຂັດຂວາງ ໂດຍ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ຄົນອື່ນ?


ພີ່ນ້ອງ​ທັງຫລາຍ​ເອີຍ ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ມາ​ນັ້ນ ໝາຍຄວາມວ່າ​ສິ່ງ​ທີ່​ເປັນ​ເນື້ອໜັງ​ແລະ​ເລືອດ ຈະ​ມີ​ສ່ວນ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້ ແລະ​ກາຍ​ທີ່​ເປື່ອຍເນົ່າ​ຈະ​ມີ​ສ່ວນ​ໃນ​ກາຍ​ທີ່​ບໍ່​ເປື່ອຍເນົ່າ​ກໍ​ບໍ່ໄດ້.


ດ້ວຍວ່າ, ພຣະສັນຍາ​ທຸກຢ່າງ​ຂອງ​ພຣະເຈົ້າ​ລ້ວນແຕ່​ເປັນ​ຈິງ ໂດຍ​ພຣະເຢຊູເຈົ້າ. ດ້ວຍເຫດນີ້ ເຮົາ​ຈຶ່ງ​ກ່າວ​ຄຳ​ວ່າ, “ອາແມນ” ​ໂດຍ​ພຣະອົງ ເພື່ອ​ເປັນ​ການ​ຖວາຍ​ກຽດ​ແດ່​ພຣະເຈົ້າ.


ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຢູ່​ນອກ​ພຣະຄຣິດ ພວກເຈົ້າ​ເປັນ​ຄົນ​ຕ່າງດ້າວ ແລະ​ບໍ່ໄດ້​ເປັນ​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ພວກເຈົ້າ​ບໍ່ໄດ້​ມີ​ສ່ວນ​ໃນ​ບັນດາ​ພັນທະສັນຍາ ທີ່​ຊົງ​ສັນຍາ​ໄວ້​ແກ່​ໄພ່ພົນ​ຂອງ​ພຣະອົງ ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້​ໂດຍ​ບໍ່ມີ​ຄວາມຫວັງ ແລະ​ໂດຍ​ບໍ່ມີ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka