Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 15:2 - ພຣະຄຳພີສັກສິ

2 ແຕ່​ພວກເຮົາ​ທຸກຄົນ​ຄວນ​ເຮັດ​ໃຫ້​ເປັນ​ທີ່​ພໍໃຈ​ຂອງ​ບັນດາ​ພີ່ນ້ອງ ເພື່ອ​ນຳ​ປະໂຫຍດ​ມາ​ສູ່​ພວກເຂົາ ແລະ​ເພື່ອ​ເສີມສ້າງ​ພວກເຂົາ​ຂຶ້ນ​ໃນ​ຄວາມເຊື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພວກເຮົາ​ແຕ່ລະຄົນ​ຄວນ​ເຮັດ​ໃຫ້​ເພື່ອນບ້ານ​ພໍໃຈ ເພື່ອ​ເປັນ​ຜົນ​ດີ​ແກ່​ພວກເຂົາ, ເພື່ອ​ເສີມສ້າງ​ພວກເຂົາ​ຂຶ້ນ.

Uka jalj uñjjattʼäta Copia luraña




ໂຣມ 15:2
15 Jak'a apnaqawi uñst'ayäwi  

ເຫດສະນັ້ນ ພວກເຮົາ​ຈົ່ງ​ສະແຫວງ​ຫາ​ສິ່ງ​ທັງຫລາຍ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ສະຫງົບສຸກ ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຈະເລີນ​ແກ່​ກັນແລະກັນ.


“ເຮົາ​ເຮັດ​ສິ່ງສາລະພັດ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ”, ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ເປັນ​ປະໂຫຍດ “ເຮົາ​ເຮັດ​ສິ່ງສາລະພັດ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ”, ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ຈະ​ໃຫ້​ຈະເລີນ​ຂຶ້ນ.


ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ຫາ​ຜົນ​ປະໂຫຍດ​ໃສ່​ຕົນເອງ, ແຕ່​ຈົ່ງ​ເຫັນ​ແກ່​ປະໂຫຍດ​ຂອງ​ຄົນອື່ນ​ດ້ວຍ.


ເໝືອນ​ດັ່ງ​ເຮົາ​ເອງ​ເຄີຍ​ເຮັດ​ທຸກຢ່າງ ໃຫ້​ເປັນ​ທີ່​ພໍໃຈ​ຄົນ​ທັງປວງ ໂດຍ​ບໍ່​ເຫັນແກ່​ປະໂຫຍດ​ສ່ວນຕົວ ແຕ່​ເຫັນແກ່​ປະໂຫຍດ​ຂອງ​ຄົນ​ທັງຫລາຍ ເພື່ອ​ພວກເຂົາ​ຈະ​ໄດ້​ພົ້ນ.


ບໍ່​ເຮັດ​ການ​ອັນ​ບໍ່​ສຸພາບ ບໍ່​ຄິດເຫັນ​ປະໂຫຍດ​ສ່ວນຕົວ​ແຕ່​ຝ່າຍ​ດຽວ ບໍ່ມີ​ໃຈ​ຮ້າຍ​ງ່າຍ ບໍ່​ມັກ​ຈົດຈຳ​ຄວາມຜິດ


ພີ່ນ້ອງ​ທັງຫລາຍ​ເອີຍ ກ່ຽວກັບ​ເລື່ອງ​ນີ້ ເຮົາ​ຈະ​ລົງ​ຄວາມ​ເຫັນ​ວ່າ​ຢ່າງ​ໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ, ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຮ້ອງເພງ​ສັນລະເສີນ, ບາງຄົນ​ສັ່ງສອນ ບາງຄົນ​ກໍ​ມີ​ບົດ​ຄວາມ​ທີ່​ຊົງ​ສຳແດງ​ມາ​ຈາກ​ພຣະເຈົ້າ ມີ​ບາງຄົນ​ກໍ​ເວົ້າ​ພາສາ​ແປກໆ ແລະ​ບາງຄົນ​ແປ​ພາສາ​ແປກໆ, ເຈົ້າ​ຈົ່ງ​ເຮັດ​ສິ່ງ​ທັງໝົດ​ນີ້ ເພື່ອ​ເສີມສ້າງ​ຄຣິສຕະຈັກ​ໃຫ້​ຈະເລີນ​ຂຶ້ນ.


ແຕ່​ພວກ​ທີ່​ປະກາດ​ພຣະທຳ​ກໍ​ເວົ້າ​ກັບ​ມະນຸດ ເພື່ອ​ໃຫ້​ເສີມສ້າງ​ພວກເຂົາ​ຈະເລີນ​ຂຶ້ນ ແລະ​ເປັນ​ການ​ໜູນໃຈ ແລະ ເລົ້າໂລມ​ໃຈ​ພວກເຂົາ.


ເຈົ້າ​ທັງຫລາຍ​ຄົງ​ຄິດ​ຢູ່​ຕະຫລອດ​ມາ​ວ່າ, ເຮົາ​ກ່າວ​ແກ້​ຕົວ​ຕໍ່​ພວກເຈົ້າ ທີ່​ຈິງ​ເຮົາ​ກ່າວ​ໃນ​ພຣະຄຣິດ ເໝືອນ​ເຮົາ​ຢູ່​ຊ້ອງໜ້າ​ພຣະເຈົ້າ. ພີ່ນ້ອງ​ທີ່​ຮັກ​ຂອງເຮົາ​ເອີຍ, ສິ່ງສາລະພັດ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ເຮົາ​ເຮັດ​ເພື່ອ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ.


ເພາະວ່າ ເມື່ອ​ພວກເຮົາ​ອ່ອນແອ ແລະ​ພວກເຈົ້າ​ເຂັ້ມແຂງ​ນັ້ນ ເຮົາ​ກໍ​ຊົມຊື່ນ​ຍິນດີ, ດັ່ງນັ້ນ ເຮົາ​ຈຶ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ພວກເຈົ້າ​ຈະເລີນ​ຂຶ້ນ​ຢ່າງ​ຄົບ​ບໍລິບູນ.


ເພື່ອ​ຈັດຕຽມ​ໄພ່ພົນ​ທັງຫລາຍ​ຂອງ​ພຣະອົງ ໃຫ້​ເປັນ​ຜູ້ຮັບໃຊ້​ທີ່​ເໝາະສົມ ເພື່ອ​ເສີມສ້າງ​ພຣະກາຍ​ຂອງ​ພຣະຄຣິດ​ໃຫ້​ຈະເລີນ​ຂຶ້ນ.


ຢ່າ​ໃຫ້​ຄຳ​ຫຍາບ​ຊ້າ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ, ແຕ່​ໃຫ້​ໃຊ້​ຄຳ​ເວົ້າ​ອັນ​ດີ​ທີ່​ຈະ​ຊ່ວຍ​ໃຫ້​ຈະເລີນ​ຂຶ້ນ ແລະ​ໃຫ້​ເໝາະສົມ​ກັບ​ຄວາມ​ຕ້ອງການ ເພື່ອ​ຖ້ອຍຄຳ​ທີ່​ພວກເຈົ້າ​ກ່າວ​ນັ້ນ ຈະ​ເປັນ​ຄຸນ​ປະໂຫຍດ​ແກ່​ຜູ້​ທີ່​ໄດ້ຍິນ​ໄດ້​ຟັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka