ໂຣມ 15:16 - ພຣະຄຳພີສັກສິ16 ເພື່ອໃຫ້ເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ ໄປຍັງຄົນຕ່າງຊາດ ແລະເຮັດໜ້າທີ່ປະໂຣຫິດປະກາດຂ່າວປະເສີດເລື່ອງພຣະເຈົ້າ ເພື່ອວ່າຄົນຕ່າງຊາດຈະເປັນເຄື່ອງບູຊາທີ່ພຣະເຈົ້າພໍພຣະໄທ ຄືຊຳລະໄວ້ແລ້ວ ດ້ວຍພຣະວິນຍານບໍຣິສຸດເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່16 ເພື່ອໃຫ້ເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າໄປຍັງຄົນຕ່າງຊາດ ເຮັດໜ້າທີ່ປະໂລຫິດປະກາດຂ່າວປະເສີດຂອງພຣະເຈົ້າ ເພື່ອວ່າຄົນຕ່າງຊາດຈະໄດ້ກາຍເປັນເຄື່ອງຖວາຍບູຊາທີ່ພຣະເຈົ້າຍອມຮັບ ເຊິ່ງພຣະວິນຍານບໍລິສຸດເຈົ້າໄດ້ຊຳລະໃຫ້ບໍລິສຸດແລ້ວ. Uka jalj uñjjattʼäta |
ພວກເຈົ້າກໍຮູ້ແລ້ວວ່າ ພວກເຮົາໄດ້ຮັບການຂົ່ມເຫັງ ແລະການປະຈານຢ່າງໃດ ໃນເມືອງຟີລິບປອຍ ກ່ອນທີ່ພວກເຮົາມາຫາພວກເຈົ້າໃນເມືອງເທສະໂລນິກ ເຖິງແມ່ນວ່າມີການຕໍ່ຕ້ານຢ່າງຫລວງຫລາຍຢູ່ໃນທີ່ນັ້ນກໍຕາມ ພຣະເຈົ້າຂອງພວກເຮົາກໍໄດ້ປະທານໃຈກ້າຫານແກ່ພວກເຮົາ ເພື່ອປະກາດຂ່າວປະເສີດທີ່ມາຈາກພຣະອົງແກ່ພວກເຈົ້າ.
ກໍຊົງສຳແດງໃຫ້ພວກຜູ້ທຳນວາຍນັ້ນຮູ້ວ່າ ທີ່ທ່ານເຫຼົ່ານັ້ນໄດ້ປະຕິບັດໃນເຫດການທັງປວງນັ້ນ ບໍ່ແມ່ນສຳລັບພວກເພິ່ນເອງ ແຕ່ສຳລັບເຈົ້າທັງຫລາຍ. ບັດນີ້ ຄົນເຫຼົ່ານັ້ນທີ່ປະກາດຂ່າວປະເສີດແກ່ເຈົ້າທັງຫລາຍ ໄດ້ກ່າວສິ່ງເຫຼົ່ານັ້ນແກ່ພວກເຈົ້າແລ້ວ ໂດຍພຣະວິນຍານບໍຣິສຸດເຈົ້າ ຜູ້ຊົງຮັບໃຊ້ມາຈາກສະຫວັນ. ເຫດການເຫຼົ່ານີ້ ເປັນສິ່ງຊຶ່ງພວກເທວະດາປາຖະໜາຈະພິຈາລະນາເບິ່ງ.