Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 15:12 - ພຣະຄຳພີສັກສິ

12 ແລະ​ເອຊາຢາ​ກໍ​ກ່າວ​ອີກ​ວ່າ, “ຈະ​ມີ​ໜໍ່ແນວ​ອອກ​ມາ​ຈາກ​ເຢຊີ ຄື​ຜູ້​ຈະ​ຊົງ​ບັງເກີດ​ມາ ຄຸ້ມຄອງ​ປະຊາຊາດ​ທັງຫລາຍ ປະຊາຊາດ​ທັງຫລາຍ​ ຈະ​ໄວ້ວາງໃຈ​ໃນ​ພຣະອົງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ແລະ ເອຊາຢາ​ກໍ​ກ່າວ​ອີກ​ວ່າ, “ຮາກ​ຂອງ​ເຢຊີ ຈະ​ປົ່ງ​ຂຶ້ນ​ມາ, ຜູ້​ທີ່​ຈະ​ຂຶ້ນ​ມາ​ເພື່ອ​ປົກຄອງ​ປະຊາຊາດ​ທັງຫລາຍ ຄົນຕ່າງຊາດ​ທັງຫລາຍ​ຈະ​ມີ​ຄວາມຫວັງ​ໃນ​ພຣະອົງ”.

Uka jalj uñjjattʼäta Copia luraña




ໂຣມ 15:12
24 Jak'a apnaqawi uñst'ayäwi  

ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ ແລະ​ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ.


ຂໍ​ໃຫ້​ນາມ​ກະສັດ​ນັ້ນ​ຢ່າ​ເປັນ​ທີ່​ລືມໄລ​ໄປ ຂໍ​ໃຫ້​ຊື່ສຽງ​ເພິ່ນ​ຍືນຍົງ​ດັ່ງ​ດວງອາທິດ ຂໍ​ໃຫ້​ທຸກ​ຊົນຊາດ​ຂໍ​ພຣະເຈົ້າ​ອວຍພອນ​ພວກຕົນ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ອວຍພອນ​ແກ່​ກະສັດ​ນັ້ນ.


ເຊື້ອວົງ​ຂອງ​ກະສັດ​ດາວິດ​ເປັນ​ດັ່ງ​ກົກໄມ້​ທີ່​ຖືກ​ປໍ້າ​ລົງ​ແລ້ວ, ແຕ່​ຍັງ​ມີ​ກິ່ງ​ເກີດ​ອອກ​ມາ​ຈາກ​ຕໍ​ນັ້ນ​ສັນໃດ ກໍ​ຈະ​ມີ​ກະສັດ​ອົງ​ໃໝ່ ເກີດຂຶ້ນ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ສັນນັ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ພຣະອົງ​ກ່າວ​ວ່າ, “ເຮົາ​ມີ​ພາລະກິດ ທີ່​ຍິ່ງໃຫຍ່​ໃຫ້​ເຈົ້າ​ຜູ້ຮັບໃຊ້​ຂອງເຮົາ​ເຮັດ. ບໍ່ແມ່ນ​ພຽງແຕ່​ໃຫ້​ນຳ​ຄວາມ​ຍິ່ງໃຫຍ່ ຂອງ​ຊົນຊາດ​ອິດສະຣາເອນ​ທີ່​ລອດຕາຍ​ຄືນ​ມາ, ແຕ່​ຈະ​ໃຫ້​ເຈົ້າ​ເປັນ​ແສງ​ສະຫວ່າງ​ແກ່​ບັນດາ​ປະຊາຊາດ​ທັງຫລາຍ ເພື່ອ​ວ່າ​ເຈົ້າ​ຈະ​ນຳ​ຄວາມ​ລອດພົ້ນ​ຂອງເຮົາ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ໃນ​ສະໄໝ​ທີ່​ກະສັດ​ເຫຼົ່ານັ້ນ​ປົກຄອງ ພຣະເຈົ້າ​ແຫ່ງ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກເທື່ອ. ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ພ່າຍແພ້​ຈັກເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ​ອື່ນໆ​ໃຫ້​ໝົດສິ້ນ​ໄປ ແລ້ວ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕະຫລອດໄປ​ເປັນນິດ.


ເພິ່ນ​ໄດ້​ຮັບ​ສິດ​ອຳນາດ, ກຽດຕິຍົດ ແລະ​ອຳນາດ​ແຫ່ງ​ການ​ເປັນໃຫຍ່ ຈົນ​ວ່າ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໄດ້​ຮັບໃຊ້​ເພິ່ນ. ສິດ​ອຳນາດ​ຂອງ​ເພິ່ນ​ຈະ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ເວລາ​ຜູ້ນັ້ນ​ມາ ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເພິ່ນ​ດ້ວຍ​ກຳລັງ ຊຶ່ງ​ມາ​ຈາກ​ພຣະເຈົ້າຢາເວ ແລະ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ. ປະຊາຊົນ​ຂອງ​ພຣະອົງ​ຈະ​ຢູ່​ຢ່າງ​ປອດໄພ ເພາະ​ປະຊາຊົນ​ໝົດ​ທັງໂລກ​ຈະ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງເພິ່ນ


ຖ້າ​ຄວາມຫວັງ​ຂອງ​ພວກເຮົາ​ໃນ​ພຣະຄຣິດ ມີ​ຄຸນຄ່າ​ພຽງແຕ່​ສຳລັບ​ຊີວິດ​ນີ້​ເທົ່ານັ້ນ ພວກເຮົາ​ກໍ​ເປັນ​ຄົນ​ທີ່​ໜ້າ​ສັງເວດ​ທີ່ສຸດ​ໃນ​ບັນດາ​ຄົນ​ທັງປວງ.


ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.


ໂດຍ​ທາງ​ພຣະອົງ​ນັ້ນ ພວກເຈົ້າ​ຈຶ່ງ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຊົງ​ປະທານ​ສະຫງ່າຣາສີ​ໃຫ້​ແກ່​ພຣະອົງ ເພື່ອ​ຄວາມເຊື່ອ​ແລະ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.


ແລະ​ທຸກຄົນ​ທີ່​ມີ​ຄວາມຫວັງ​ຢ່າງ​ນີ້​ໃນ​ພຣະອົງ ກໍ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ບໍຣິສຸດ.


“ຝ່າຍ​ເຮົາ ຄື ເຢຊູ ເຮົາ​ໄດ້​ໃຊ້​ເທວະດາ​ຂອງເຮົາ​ໄປ​ເປັນ​ພະຍານ ເພື່ອ​ສຳແດງ​ເຫດການ​ເຫຼົ່ານີ້​ແກ່​ພວກເຈົ້າ ສຳລັບ​ຄຣິສຕະຈັກ​ທັງຫລາຍ ເຮົາ​ນີ້​ເປັນ​ຮາກເຄົ້າ ແລະ​ໜໍ່ເຊື້ອ​ຂອງ​ດາວິດ ເປັນ​ດາວເພັກ​ດວງ​ໃສ​ຮຸ່ງເຮືອງ.”


ແລ້ວ​ມີ​ທ່ານ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ​ນັ້ນ ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ ເບິ່ງແມ! ສິງ​ຈາກ​ເຜົ່າ​ຢູດາ ໜໍ່ແໜງ​ແຫ່ງ​ເຊື້ອສາຍ​ຂອງ​ດາວິດ ເປັນ​ຜູ້​ມີ​ໄຊຊະນະ​ແລ້ວ ຈຶ່ງ​ສາມາດ​ແກະ​ຕາປະທັບ​ທັງ​ເຈັດ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka