Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 14:8 - ພຣະຄຳພີສັກສິ

8 ແຕ່​ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່ ກໍ​ມີ​ຊີວິດ​ຢູ່​ເພື່ອ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຖ້າ​ພວກເຮົາ​ຕາຍ ກໍ​ຕາຍ​ເພື່ອ​ອົງພຣະ​ຜູ້​ເປັນເຈົ້າ. ສະນັ້ນ ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍດີ ພວກເຮົາ​ກໍ​ເປັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ຖ້າ​ພວກເຮົາ​ຢູ່ ພວກເຮົາ​ກໍ​ຢູ່​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ຖ້າ​ພວກເຮົາ​ຕາຍ ພວກເຮົາ​ກໍ​ຕາຍ​ເພື່ອ​ອົງພຣະຜູ້ເປັນເຈົ້າ, ດັ່ງນັ້ນ ບໍ່​ວ່າ​ພວກເຮົາ​ຈະ​ຢູ່ ຫລື ຕາຍ, ພວກເຮົາ​ກໍ​ເປັນ​ຂອງ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 14:8
13 Jak'a apnaqawi uñst'ayäwi  

ພຣະອົງ​ແມ່ນ​ພຣະເຈົ້າ​ຂອງ​ຄົນ​ເປັນ, ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນ​ຕາຍ. ດ້ວຍວ່າ, ສຳລັບ​ພຣະອົງ​ແລ້ວ ທຸກຄົນ​ມີ​ຊີວິດ​ຢູ່.”


ພຣະອົງ​ກ່າວ​ດັ່ງນີ້ ໝາຍ​ເຖິງ​ວິທີ​ທີ່​ເປໂຕ​ຈະ​ຕາຍ ແລະ​ຈະ​ນຳ​ກຽດຕິຍົດ​ມາ​ສູ່​ພຣະເຈົ້າ.) ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ຈຶ່ງ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”


ຝ່າຍ​ດາວິດ, ເມື່ອ​ໄດ້​ປະຕິບັດ​ໃນ​ຄາວ​ອາຍຸ​ຂອງທ່ານ ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ແລ້ວ​ເພິ່ນ​ໄດ້​ຕາຍໄປ, ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ​ປະສົບ​ຄວາມ​ເປື່ອຍເນົ່າ.


ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.


ແຕ່​ໂປໂລ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ​ເຮັດ​ໃຫ້​ເຮົາ​ເສຍ​ກຳລັງ​ໃຈ​ເຊັ່ນນີ້? ເຮົາ​ຕຽມພ້ອມ​ບໍ່ແມ່ນແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ທີ່ນັ້ນ​ອີກ​ດ້ວຍ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ.”


ແຕ່​ຈະ​ເປັນ​ໄປ​ຕາມ​ລຳດັບ​ຂອງ​ແຕ່ລະຄົນ ຄື​ພຣະຄຣິດ​ເປັນ​ຜົນແລກ ຕໍ່ໄປ​ແມ່ນ​ພວກ​ທີ່​ເປັນ​ຂອງ​ພຣະຄຣິດ ໃນ​ເວລາ​ທີ່​ພຣະອົງ​ສະເດັດ​ມາ​ປາກົດ.


ເພາະ​ເປັນ​ຄວາມ​ມຸ້ງມາດ​ປາຖະໜາ ແລະ​ຄວາມຫວັງ​ຂອງເຮົາ​ວ່າ ເຮົາ​ຈະ​ບໍ່ມີ​ຄວາມ​ລະອາຍ​ໃນ​ສິ່ງໃດ​ເລີຍ, ແຕ່​ເມື່ອ​ກ່ອນ​ທຸກ​ເທື່ອ​ມີ​ໃຈ​ກ້າ​ສະເໝີ​ສັນໃດ ບັດນີ້ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ດຽວກັນ​ສັນນັ້ນ ພຣະຄຣິດ​ຈະ​ຊົງ​ຮັບ​ພຣະ​ກຽດຕິຍົດ​ໃນ​ຮ່າງກາຍ​ຂອງເຮົາ​ສະເໝີ ເຖິງ​ແມ່ນ​ເຮົາ​ຈະ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍຕາມ.


ເຖິງແມ່ນ​ຕົວ​ເຮົາ​ຈະ​ເສຍ​ສະຫລະ​ຊີວິດ​ເປັນ​ດັ່ງ​ເຄື່ອງ​ດື່ມ​ໃຫ້​ຄົບ​ເຄື່ອງ​ບູຊາ ທີ່​ພວກເຈົ້າ​ຖວາຍ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຮົາ​ຍັງ​ມີ​ຄວາມ​ຍິນດີ ແລະ​ຊົມຊື່ນ​ຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ເພາະ​ເພິ່ນ​ໄດ້​ສ່ຽງ​ຊີວິດ​ເກືອບ​ຕາຍ ເພື່ອ​ພາລະກິດ​ຂອງ​ພຣະຄຣິດ ທັງ​ໄດ້​ສ່ຽງ​ຊີວິດ​ເຮັດ​ໜ້າທີ່​ບົວລະບັດ​ຮັບໃຊ້​ເຮົາ​ຕາງ​ພວກເຈົ້າ​ທີ່​ບໍ່​ອາດ​ເຮັດ​ໄດ້.


ຜູ້​ທີ່​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຊີວິດ​ກັບ​ພຣະອົງ ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ ບໍ່​ວ່າ​ພວກເຮົາ​ຍັງ​ມີ​ຊີວິດ​ຢູ່ ຫລື​ຕາຍໄປ​ແລ້ວ​ກໍຕາມ.


ແລະ​ຂ້າພະເຈົ້າ​ໄດ້ຍິນ​ພຣະ​ສຸລະສຽງ​ຈາກ​ສະຫວັນ ຊົງ​ສັ່ງ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ‘ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງແຕ່​ນີ້​ໄປ​ກໍ​ເປັນ​ສຸກ.”’ ແລະ​ພຣະວິນຍານ​ຊົງ​ຢືນຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ພັກຜ່ອນ​ຈາກ​ການ​ເມື່ອຍຍາກ​ຂອງຕົນ ເພາະ​ການງານ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ກໍ​ຕິດຕາມ​ພວກເຂົາ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka