Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 14:4 - ພຣະຄຳພີສັກສິ

4 ເຈົ້າ​ແມ່ນ​ຜູ້ໃດ​ຈຶ່ງ​ຕັດສິນ​ຄົນ​ຮັບໃຊ້​ຂອງ​ຜູ້​ອື່ນ? ຄົນ​ຮັບໃຊ້​ນັ້ນ​ຈະ​ສຳເລັດ ຫລື​ຫລົ້ມເຫລວ ກໍ​ຂຶ້ນ​ຢູ່​ກັບ​ນາຍ​ຂອງ​ລາວ, ລາວ​ຈະ​ຕັ້ງໝັ້ນ​ຢູ່​ໄດ້ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເຮັດ​ໃຫ້​ລາວ​ຕັ້ງໝັ້ນ​ຢູ່​ໄດ້​ແນ່ນອນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເຈົ້າ​ແມ່ນ​ຜູ້ໃດ​ຈຶ່ງ​ຈະ​ຕັດສິນ​ຄົນຮັບໃຊ້​ຂອງ​ຄົນ​ອື່ນ? ຜູ້ຮັບໃຊ້​ນັ້ນ​ຈະ​ຕັ້ງໝັ້ງຄົງ ຫລື ລົ້ມລົງ​ກໍ​ຂຶ້ນ​ຢູ່​ກັບ​ນາຍ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ຕັ້ງໝັ້ນຄົງ​ຢູ່​ໄດ້ ເພາະ​ອົງພຣະຜູ້ເປັນເຈົ້າ​ສາມາດ​ເຮັດ​ໃຫ້​ພວກເຂົາ​ຕັ້ງໝັ້ນຄົງ​ຢູ່​ໄດ້.

Uka jalj uñjjattʼäta Copia luraña




ໂຣມ 14:4
19 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ເດີນ​ຕາມ​ທາງ​ທີ່​ພຣະອົງ​ສັ່ງສອນ​ສະເໝີ ແລະ​ບໍ່ເຄີຍ​ຫລີກ​ໜີ​ຈາກ​ທາງນັ້ນ​ຈັກເທື່ອ.


ເພາະ​ພຣະອົງ​ໄດ້​ໃຫ້​ກຳລັງ​ຂອງ​ຄົນຊົ່ວຮ້າຍ​ເສຍໄປ ແຕ່​ພຣະເຈົ້າຢາເວ​ຄຸ້ມຄອງ​ຄົນ​ຊອບທຳ​ໄວ້.


ເມື່ອ​ພວກເຂົາ​ລົ້ມລົງ ພວກເຂົາ​ຈະ​ບໍ່​ຖືກ​ຢຽບຢໍ່າ ເພາະ​ພຣະອົງ​ຈະ​ຈັບມື​ຖືແຂນ​ຂອງ​ພວກເຂົາ​ໃຫ້​ລຸກຂຶ້ນ​ໃໝ່.


ສຳລັບ​ພຣະເຈົ້າຢາເວ​ພຣະອົງ​ຮັກ​ຄວາມ​ເປັນທຳ ແລະ​ບໍ່​ປ່ອຍປະ​ລະເລີຍ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ​ນັ້ນ. ພຣະອົງ​ຄຸ້ມຄອງ​ເຂົາເຈົ້າ​ຕະຫລອດໄປ ແຕ່​ເຊື້ອສາຍ​ຂອງ​ຄົນຊົ່ວ​ຈະ​ຖືກ​ໄລ່​ໃຫ້​ໜີໄປ​ສິ້ນ.


ພຣະອົງ​ເຊີດຊູ​ກຳລັງ​ຜູ້​ທີ່​ອິດເມື່ອຍ​ອ່ອນແຮງ ແລະ​ໃຫ້​ຄວາມ​ເຂັ້ມແຂງ​ແກ່​ຜູ້​ທີ່​ຂາດ​ກຳລັງ.


ດັ່ງນັ້ນ ຖ້າ​ພຣະເຈົ້າ​ໃຫ້​ພວກເຂົາ ໄດ້​ຮັບ​ຂອງ​ພຣະຣາຊທານ​ຢ່າງ​ດຽວກັນ​ກັບ​ໃຫ້​ພວກເຮົາ ເມື່ອ​ພວກເຮົາ​ໄດ້​ຮັບ​ເຊື່ອ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ, ຝ່າຍ​ຂ້າພະເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ຈະ​ຂັດຂວາງ​ພຣະເຈົ້າ​ໄດ້.”


ແລະ​ຖ້າ​ຄົນ​ຢິວ​ບໍ່​ສືບຕໍ່​ດື້ດ້ານ​ຢູ່​ໃນ​ຄວາມ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ, ພວກເຂົາ​ກໍ​ຈະ​ຖືກ​ຕໍ່​ເຂົ້າ​ຄືນ​ໃສ່​ໃນ​ບ່ອນ​ທີ່​ພວກເຂົາ​ເຄີຍ​ເປັນ​ຢູ່​ນັ້ນ ເພາະ​ພຣະເຈົ້າ​ຜູ້​ມີ​ຣິດເດດ​ສາມາດ​ເຮັດ​ເຊັ່ນນີ້​ໄດ້.


ຢ່າ​ໃຫ້​ຄົນ​ທີ່​ກິນ ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ​ຢ່າ​ໃຫ້​ຜູ້​ທີ່​ກິນ​ແຕ່​ບາງ​ຢ່າງ​ກ່າວໂທດ​ຜູ້​ທີ່​ກິນ​ໄດ້​ທຸກຢ່າງ ເພາະ​ພຣະເຈົ້າ​ໄດ້​ຊົງ​ຮັບ​ເອົາ​ຜູ້ນັ້ນ​ແລ້ວ.


ຈົ່ງ​ຖວາຍ​ພຣະ​ກຽດ​ແດ່​ພຣະເຈົ້າ ຜູ້​ຊົງ​ຣິດເດດ​ທີ່​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່ ຕາມ​ຂ່າວປະເສີດ​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ​ທີ່​ເຮົາ​ປະກາດ​ນັ້ນ ແລະ​ຕາມ​ການ​ເປີດເຜີຍ​ໃຫ້​ເຫັນ​ເຖິງ​ຄວາມຈິງ​ອັນ​ເລິກລັບ ຊຶ່ງ​ໄດ້​ຖືກ​ປົກບັງ​ໄວ້​ມາ​ຕັ້ງແຕ່​ບູຮານ​ນະການ​ພຸ້ນ.


ແຕ່​ມະນຸດ​ເອີຍ, ເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ກ້າ​ກ່າວ​ໂຕ້​ຕອບ​ພຣະເຈົ້າ​ໄດ້? ສິ່ງ​ທີ່​ຖືກ​ປັ້ນ​ຈະ​ກ່າວ​ແກ່​ຜູ້​ປັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ປັ້ນ​ຂ້ອຍ​ມາ​ແບບ​ນີ້?”


ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.


ຊຶ່ງ​ເປັນ​ຜູ້​ທີ່​ຣິດອຳນາດ​ຂອງ​ພຣະເຈົ້າ ຊົງ​ເຝົ້າ​ຮັກສາ​ໄວ້​ດ້ວຍ​ຄວາມເຊື່ອ ຈົນ​ໄດ້​ເຖິງ​ຄວາມ​ພົ້ນ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ປາກົດ​ໃນ​ວັນ​ສຸດທ້າຍ.


ອັນ​ໜຶ່ງ ຂໍ​ພຣະກຽດ, ພຣະ​ເດຊານຸພາບ, ພຣະ​ອານຸພາບ ແລະ​ສັກດາ​ນຸພາບ​ຈົ່ງ​ມີ​ແດ່​ພຣະອົງ ຜູ້​ທີ່​ສາມາດ​ປ້ອງກັນ​ຮັກສາ​ພວກເຈົ້າ​ໄວ້​ບໍ່​ໃຫ້​ສະດຸດ​ລົ້ມ​ລົງ ແລະ​ນຳ​ພວກເຈົ້າ​ມາ​ຢູ່​ຊ້ອງ​ພຣະພັກ​ອັນ​ສະຫງ່າຣາສີ​ຂອງ​ພຣະອົງ ຢ່າງ​ຜູ້​ທີ່​ບໍ່ມີ​ຄວາມຜິດ ແຕ່​ມີ​ຄວາມ​ຍິນດີ​ອັນ​ເຫລືອລົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka