Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 14:3 - ພຣະຄຳພີສັກສິ

3 ຢ່າ​ໃຫ້​ຄົນ​ທີ່​ກິນ ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ​ຢ່າ​ໃຫ້​ຜູ້​ທີ່​ກິນ​ແຕ່​ບາງ​ຢ່າງ​ກ່າວໂທດ​ຜູ້​ທີ່​ກິນ​ໄດ້​ທຸກຢ່າງ ເພາະ​ພຣະເຈົ້າ​ໄດ້​ຊົງ​ຮັບ​ເອົາ​ຜູ້ນັ້ນ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຄົນ​ທີ່​ກິນ​ທຸກ​ຢ່າງ​ກໍ​ຢ່າ​ໄດ້​ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ ຄົນ​ທີ່​ບໍ່​ກິນ​ກໍ​ຢ່າ​ໄດ້​ຕັດສິນ​ຄົນ​ທີ່​ກິນ ເພາະ​ພຣະເຈົ້າ​ໄດ້​ຍອມຮັບ​ພວກເຂົາ​ແລ້ວ.

Uka jalj uñjjattʼäta Copia luraña




ໂຣມ 14:3
20 Jak'a apnaqawi uñst'ayäwi  

“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໝິ່ນ​ເດັກນ້ອຍ​ເຫຼົ່ານີ້​ແມ່ນແຕ່​ຜູ້ໜຶ່ງ, ເຮົາ​ບອກ​ພວກເຈົ້າ​ວ່າ ເທວະດາ​ປະຈຳ​ຂອງ​ເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ສະເໝີ ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ. [


ຕໍ່ມາ ມີ​ພວກ​ສິດ​ຂອງ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ດ້ວຍເຫດໃດ ພວກ​ຂ້ານ້ອຍ​ກັບ​ພວກ​ຟາຣີຊາຍ​ຈຶ່ງ​ຖືສິນ​ອົດອາຫານ​ຢູ່​ເລື້ອຍ ສ່ວນ​ພວກ​ສາວົກ​ຂອງທ່ານ​ພັດ​ບໍ່​ຖື?”


ສຳລັບ​ຄົນ​ທີ່​ໝັ້ນໃຈ​ໃນ​ຕົວ​ເອງ​ວ່າ ເປັນ​ຄົນ​ຊອບທຳ ແລະ​ໝິ່ນປະໝາດ​ຄົນອື່ນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ນີ້​ສູ່​ພວກເພິ່ນ​ຟັງ​ວ່າ,


ແລ້ວ​ເປໂຕ​ກໍ​ເລີ່ມຕົ້ນ​ກ່າວ​ວ່າ, “ບັດນີ້ ຂ້າພະເຈົ້າ​ຮູ້​ເຫັນ​ຄັກແນ່​ແລ້ວ​ວ່າ, ພຣະເຈົ້າ​ເຮັດ​ກັບ​ທຸກຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ.


ຂະນະທີ່​ເປໂຕ​ຍັງ​ກ່າວ​ຢູ່​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ທຸກຄົນ​ທີ່​ກຳລັງ​ຟັງ​ຖ້ອຍຄຳ​ນັ້ນ.


ຄົນ​ພື້ນ​ເມືອງ​ໃນ​ທີ່​ນີ້ ໄດ້​ສະແດງ​ຄວາມ​ເປັນ​ມິດ​ແກ່​ພວກເຮົາ​ຢ່າງດີ​ທີ່ສຸດ ຝົນ​ກໍໄດ້​ຕົກ ແລະ​ອາກາດ​ກໍ​ໜາວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ດັງ​ໄຟ​ຕ້ອນຮັບ​ພວກເຮົາ​ທັງໝົດ.


ດ້ວຍວ່າ, ຖ້າ​ຊົນຊາດ​ພວກເຮົາ​ຖືກ​ປະຖິ້ມ ອັນ​ເປັນ​ເຫດ​ໃຫ້​ມະນຸດ​ທັງ​ໂລກ ກັບຄືນ​ມາ​ເປັນ​ມິດ​ກັບ​ພຣະເຈົ້າ ການ​ທີ່​ພຣະເຈົ້າ​ຮັບ​ເອົາ​ພວກ​ຢິວ​ກັບຄືນ​ມາ​ຫາ​ພຣະອົງ​ນັ້ນ ກໍ​ເໝືອນ​ກັບ​ວ່າ​ພວກເຂົາ​ໄດ້​ຕາຍໄປ​ແລ້ວ ກັບຄືນ​ມາ​ໃໝ່.


ສ່ວນ​ຜູ້​ທີ່​ອ່ອນ​ໃນ​ຄວາມເຊື່ອ​ນັ້ນ ຈົ່ງ​ຮັບ​ລາວ​ໄວ້ ຢ່າ​ຖົກຖຽງ​ກັບ​ລາວ​ໃນ​ເລື່ອງ​ຄວາມເຊື່ອ​ທີ່​ແຕກຕ່າງ​ກັນ.


ແລ້ວ​ເປັນຫຍັງ ເຈົ້າ​ຈຶ່ງ​ກ່າວໂທດ​ໃສ່​ພີ່ນ້ອງ​ຂອງຕົນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໝິ່ນປະໝາດ​ພີ່ນ້ອງ​ຂອງຕົນ? ເພາະວ່າ ພວກເຮົາ​ທຸກຄົນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະເຈົ້າ.


ເຫດສະນັ້ນ ພວກເຮົາ​ຢ່າ​ກ່າວໂທດ​ໃສ່​ກັນແລະກັນ​ອີກ​ຕໍ່ໄປ, ແຕ່​ຈົ່ງ​ຕັດສິນໃຈ​ເຮັດ​ດັ່ງນີ້​ກໍດີກວ່າ ຄື​ຢ່າ​ເອົາ​ສິ່ງໃດ​ສິ່ງໜຶ່ງ​ທີ່​ເຮັດ​ໃຫ້​ພີ່ນ້ອງ​ຊູນ​ສະດຸດ ຫລື​ລົ້ມ​ລົງ​ໃນ​ບາບ ມາ​ຂວາງ​ທາງ​ພີ່ນ້ອງ.


ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເປັນທຸກໃຈ ເພາະ​ອາຫານ​ທີ່​ເຈົ້າ​ກິນ, ເຈົ້າ​ກໍ​ບໍ່ໄດ້​ເຮັດ​ດ້ວຍ​ຄວາມຮັກ​ເສຍ​ແລ້ວ ຢ່າ​ໃຫ້​ອາຫານ​ທີ່​ເຈົ້າ​ກິນ​ນັ້ນ ເປັນ​ເຫດ​ເຮັດ​ໃຫ້​ຄົນ​ທີ່​ພຣະຄຣິດ​ໄດ້​ສິ້ນພຣະຊົນ​ແທນ​ແລ້ວ ຕ້ອງ​ຈິບຫາຍ​ໄປ.


ການ​ທີ່​ຈະ​ບໍ່​ກິນ​ຊີ້ນ ຫລື​ດື່ມ​ເຫຼົ້າ ຫລື​ເຮັດ​ສິ່ງໃດໆ ຊຶ່ງ​ເປັນ​ເຫດ​ໃຫ້​ພີ່ນ້ອງ​ຊູນ​ສະດຸດ​ໃຈ ກໍ​ເປັນ​ການ​ຖືກຕ້ອງ​ຢູ່​ແລ້ວ.


ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ຊຶ່ງກັນແລະກັນ​ເໝືອນ​ດັ່ງ​ທີ່​ພຣະຄຣິດ​ໄດ້​ຕ້ອນຮັບ​ພວກເຈົ້າ ເພື່ອ​ເປັນ​ການ​ຖວາຍ​ສະຫງ່າຣາສີ​ແກ່​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka