Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 14:1 - ພຣະຄຳພີສັກສິ

1 ສ່ວນ​ຜູ້​ທີ່​ອ່ອນ​ໃນ​ຄວາມເຊື່ອ​ນັ້ນ ຈົ່ງ​ຮັບ​ລາວ​ໄວ້ ຢ່າ​ຖົກຖຽງ​ກັບ​ລາວ​ໃນ​ເລື່ອງ​ຄວາມເຊື່ອ​ທີ່​ແຕກຕ່າງ​ກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຈົ່ງ​ຍອມຮັບ​ຜູ້​ທີ່​ອ່ອນແອ​ໃນ​ຄວາມເຊື່ອ ໂດຍ​ບໍ່​ການຜິດຖຽງກັນ​ໃນ​ເລື່ອງ​ຄວາມເຫັນແຕກຕ່າງກັນ.

Uka jalj uñjjattʼäta Copia luraña




ໂຣມ 14:1
31 Jak'a apnaqawi uñst'ayäwi  

ເຈົ້າ​ເຄີຍ​ສອນ​ຄົນ​ມາ​ແລ້ວ​ຕັ້ງ​ຫລວງຫລາຍ ແລະ​ຊ່ວຍຊູ​ຜູ້​ອ່ອນແຮງ​ໃຫ້​ເຂັ້ມແຂງ​ຂຶ້ນ.


ພຣະອົງ​ຈະ​ລ້ຽງ​ແກະ​ຂອງ​ພຣະອົງ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ ພຣະອົງ​ຈະ​ເຕົ້າໂຮມ​ລູກແກະ​ທຸກ​ໂຕ​ໄວ້ ແລະ​ອູ້ມ​ເຂົາ​ໄວ້​ຢູ່​ໃນ​ອ້ອມກອດ​ຂອງ​ພຣະອົງ ຈະ​ນຳ​ລູກແກະ ແມ່ແກະ​ເຫຼົ່ານັ້ນ​ຢ່າງ​ອ່ອນໂຍນ.


ລາວ​ຈະ​ບໍ່​ຫັກ​ຕົ້ນອໍ້​ຊຶ່ງ​ກຳລັງ​ກົ່ງ​ລົງ ທັງ​ຈະ​ບໍ່​ດັບ​ໄຟ​ໃນ​ຕະກຽງ​ທີ່​ກຳລັງ​ຈະ​ມອດ. ແຕ່​ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ ອັນ​ບໍ່​ສິ້ນສຸດ​ມາ​ໃຫ້​ແກ່​ມວນ​ມະນຸດ​ຊາດ.


ເຮົາ​ຈະ​ຊອກຫາ​ແກະ​ໂຕ​ທີ່​ຫລົງເສຍ​ໄປ, ຈະ​ນຳ​ແກະ​ໂຕ​ທີ່​ຊັດເຊ​ພະເນຈອນ​ໄປ​ນັ້ນ​ກັບຄືນ​ມາ, ຈະ​ພັນ​ບາດແຜ​ໂຕ​ທີ່​ໄດ້​ຖືກ​ທຳຮ້າຍ ແລະ​ຈະ​ປິ່ນປົວ​ໂຕ​ທີ່​ເຈັບໂຊ, ແຕ່​ໂຕ​ໃດ​ທີ່​ຕຸ້ຍພີ​ດີ ແລະ​ແຂງແຮງ ເຮົາ​ຈະ​ທຳລາຍ ເພາະ​ເຮົາ​ເປັນ​ຜູ້ລ້ຽງ​ທີ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ພວກເຈົ້າ​ບໍ່ໄດ້​ດູແລ​ແກະ​ໂຕ​ທີ່​ຈ່ອຍຜອມ, ບໍ່ໄດ້​ປິ່ນປົວ​ໂຕ​ທີ່​ເຈັບໂຊ, ບໍ່ໄດ້​ພັນ​ບາດແຜ​ໃຫ້​ໂຕ​ທີ່​ຖືກ​ທຳຮ້າຍ, ບໍ່ໄດ້​ນຳ​ໂຕ​ທີ່​ຫລົງ​ຝູງ​ກັບຄືນ​ມາ, ຫລື​ບໍ່ໄດ້​ຊອກຫາ​ໂຕ​ທີ່​ຫລົງເສຍ​ໄປ. ແຕ່​ພວກເຈົ້າ​ພັດ​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ.


ເຮົາ​ໄດ້​ໃຫ້​ຄົນລ້ຽງແກະ​ຜູ້ໜຶ່ງ​ເບິ່ງແຍງ​ຝູງແກະ​ຂອງເຮົາ ແຕ່​ລາວ​ບໍ່ໄດ້​ຊ່ວຍ​ແກະ​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ; ລາວ​ບໍ່ໄດ້​ຊອກຫາ​ໂຕ​ທີ່​ເສຍໄປ ຫລື​ປິ່ນປົວ​ໂຕ​ທີ່​ຖືກ​ບາດເຈັບ ຫລື​ລ້ຽງດູ​ໂຕ​ທີ່​ລອດຊີວິດ​ຢູ່, ແຕ່​ລາວ​ກັບ​ກິນ​ຊີ້ນ​ຂອງ​ແກະ​ໂຕ​ທີ່​ຕຸ້ຍພີ ແລະ​ຈີກ​ກີບ​ຕິນ​ຂອງ​ມັນ​ອອກ​ເສຍ.


ໄມ້ອໍ້​ທີ່​ບວບ​ແລ້ວ​ເພິ່ນ​ຈະ​ບໍ່​ຫັກ ໄສ້​ຕະກຽງ​ເປັນ​ຄວັນ​ກຳລັງ​ຈະ​ມອດ​ ເພິ່ນ​ຈະ​ບໍ່​ມອດ. ຈົນກວ່າ​ເພິ່ນ​ນຳ​ຄວາມ​ຍຸດຕິທຳ​ ໃຫ້​ມີ​ໄຊຊະນະ ແລະ​ບັນດາ​ປະຊາຊາດ​ຈະ​ມອບ​ ຄວາມຫວັງ​ໄວ້​ໃນ​ນາມ​ຂອງ​ເພິ່ນ.”


ໃນ​ທັນໃດນັ້ນ ພຣະເຢຊູເຈົ້າ​ກໍ​ເດ່​ມື​ອອກ​ໄປ​ຈັບ​ລາວ​ໄວ້ ແລ້ວ​ກ່າວ​ວ່າ, “ໂອ ຜູ້​ມີ​ຄວາມເຊື່ອ​ໜ້ອຍ​ເອີຍ ເປັນຫຍັງ​ຈຶ່ງ​ສົງໄສ?”


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໝິ່ນ​ເດັກນ້ອຍ​ເຫຼົ່ານີ້​ແມ່ນແຕ່​ຜູ້ໜຶ່ງ, ເຮົາ​ບອກ​ພວກເຈົ້າ​ວ່າ ເທວະດາ​ປະຈຳ​ຂອງ​ເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ສະເໝີ ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ. [


ເພາະ​ສິ່ງ​ນັ້ນ​ບໍ່ໄດ້​ເຂົ້າ​ໄປ​ໃນ​ຈິດໃຈ ແຕ່​ເຂົ້າ​ໄປ​ໃນ​ທ້ອງ​ແລ້ວ​ກໍ​ຖ່າຍ​ອອກ​ມາ.” (ການ​ເວົ້າ​ເຊັ່ນ​ນີ້ ພຣະເຢຊູເຈົ້າ​ໝາຍຄວາມວ່າ ອາຫານ​ທຸກ​ຊະນິດ​ເປັນ​ຂອງ​ກິນ​ໄດ້.)


ຖ້າ​ຈະ​ເອົາ​ຫີນ​ໂມ້ແປ້ງ​ກ້ອນ​ໃຫຍ່ໆ ຜູກ​ຄໍ​ຜູ້​ນັ້ນ​ຖິ້ມ​ລົງ​ໃນ​ທະເລ ກໍ​ດີກວ່າ​ທີ່​ລາວ​ຈະ​ກໍ່​ເຫດ ໃຫ້​ຄົນ​ໜຶ່ງ​ໃນ​ຜູ້​ຕໍ່າຕ້ອຍ​ເຫຼົ່ານີ້​ເກີດ​ການ​ຫລົງ​ຜິດ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ ກໍ​ຕ້ອນຮັບ​ເຮົາ​ເໝືອນກັນ ແລະ​ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.”


ຄົນ​ພື້ນ​ເມືອງ​ໃນ​ທີ່​ນີ້ ໄດ້​ສະແດງ​ຄວາມ​ເປັນ​ມິດ​ແກ່​ພວກເຮົາ​ຢ່າງດີ​ທີ່ສຸດ ຝົນ​ກໍໄດ້​ຕົກ ແລະ​ອາກາດ​ກໍ​ໜາວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ດັງ​ໄຟ​ຕ້ອນຮັບ​ພວກເຮົາ​ທັງໝົດ.


ດ້ວຍວ່າ, ຖ້າ​ຊົນຊາດ​ພວກເຮົາ​ຖືກ​ປະຖິ້ມ ອັນ​ເປັນ​ເຫດ​ໃຫ້​ມະນຸດ​ທັງ​ໂລກ ກັບຄືນ​ມາ​ເປັນ​ມິດ​ກັບ​ພຣະເຈົ້າ ການ​ທີ່​ພຣະເຈົ້າ​ຮັບ​ເອົາ​ພວກ​ຢິວ​ກັບຄືນ​ມາ​ຫາ​ພຣະອົງ​ນັ້ນ ກໍ​ເໝືອນ​ກັບ​ວ່າ​ພວກເຂົາ​ໄດ້​ຕາຍໄປ​ແລ້ວ ກັບຄືນ​ມາ​ໃໝ່.


ຄົນ​ໜຶ່ງ​ເຊື່ອ​ວ່າ​ກິນ​ຫຍັງ​ກໍໄດ້​ໝົດ ແຕ່​ຄົນ​ທີ່​ມີ​ຄວາມເຊື່ອ​ອ່ອນ ກໍ​ກິນ​ແຕ່​ບາງ​ຢ່າງ​ເທົ່ານັ້ນ.


ການ​ທີ່​ຈະ​ບໍ່​ກິນ​ຊີ້ນ ຫລື​ດື່ມ​ເຫຼົ້າ ຫລື​ເຮັດ​ສິ່ງໃດໆ ຊຶ່ງ​ເປັນ​ເຫດ​ໃຫ້​ພີ່ນ້ອງ​ຊູນ​ສະດຸດ​ໃຈ ກໍ​ເປັນ​ການ​ຖືກຕ້ອງ​ຢູ່​ແລ້ວ.


ຢ່າ​ໃຫ້​ຄົນ​ທີ່​ກິນ ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ​ຢ່າ​ໃຫ້​ຜູ້​ທີ່​ກິນ​ແຕ່​ບາງ​ຢ່າງ​ກ່າວໂທດ​ຜູ້​ທີ່​ກິນ​ໄດ້​ທຸກຢ່າງ ເພາະ​ພຣະເຈົ້າ​ໄດ້​ຊົງ​ຮັບ​ເອົາ​ຜູ້ນັ້ນ​ແລ້ວ.


ດ້ວຍເຫດນີ້, ພວກເຮົາ​ຜູ້​ທີ່​ມີ​ຄວາມເຊື່ອ​ເຂັ້ມແຂງ​ແລ້ວ ຄວນ​ອົດທົນ​ຕໍ່​ຜູ້​ທີ່​ຍັງ​ອ່ອນ​ໃນ​ຄວາມເຊື່ອ ເພື່ອ​ແບກ​ພາລະ​ຂອງ​ພວກເຂົາ, ພວກເຮົາ​ບໍ່ຄວນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ຕົນເອງ.


ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ຊຶ່ງກັນແລະກັນ​ເໝືອນ​ດັ່ງ​ທີ່​ພຣະຄຣິດ​ໄດ້​ຕ້ອນຮັບ​ພວກເຈົ້າ ເພື່ອ​ເປັນ​ການ​ຖວາຍ​ສະຫງ່າຣາສີ​ແກ່​ພຣະເຈົ້າ.


ເຖິງ​ແມ່ນ​ວ່າ ອັບຣາຮາມ​ມີ​ອາຍຸ​ສັງຂານ​ປະມານ​ຮ້ອຍ​ປີ​ແລ້ວ, ແຕ່​ຄວາມເຊື່ອ​ຂອງ​ເພິ່ນ​ບໍ່ໄດ້​ລົດນ້ອຍ​ຖອຍລົງ​ເລີຍ ເມື່ອ​ຄິດເຖິງ​ຮ່າງກາຍ​ຂອງຕົນ ທີ່​ປຽບ​ເໝືອນ​ຄື​ຕາຍ​ແລ້ວ ແລະ​ຄິດເຖິງ​ຊາຣາ​ເມຍ​ຂອງ​ເພິ່ນ​ທີ່​ເປັນ​ໝັນ.


ຕໍ່​ຄົນ​ທີ່​ອ່ອນ​ໃນ​ຄວາມເຊື່ອ ເຮົາ​ກໍ​ເຮັດ​ເໝືອນ​ຄົນ​ອ່ອນແອ ດັ່ງ​ຜູ້ໜຶ່ງ​ໃນ​ພວກເຂົາ ເພື່ອ​ຈະ​ໄດ້​ໃຈ​ຄົນ​ອ່ອນແອ ດັ່ງນັ້ນ ເຮົາ​ຈຶ່ງ​ຍອມ​ເປັນ​ຄົນ​ທຸກ​ຊະນິດ ເພື່ອ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ ດ້ວຍ​ທຸກ​ວິທີ​ທາງ​ທີ່​ເຮົາ​ອາດ​ເຮັດ​ໄດ້.


ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໄວ້​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເໝືອນ​ດັ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃຫ້​ນັບຖື​ທຸກຄົນ​ທີ່​ເປັນ​ແບບ​ດຽວກັນ​ກັບ​ເພິ່ນ,


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮ້ອງຂໍ​ພວກເຈົ້າ​ຕື່ມ​ອີກ ຄື​ຈົ່ງ​ຕັກເຕືອນ​ຜູ້​ທີ່​ບໍ່​ຢູ່​ໃນ​ລະບຽບ, ຈົ່ງ​ໜູນໃຈ​ຜູ້​ທີ່​ນ້ອຍໃຈ, ຈົ່ງ​ຊ່ວຍເຫຼືອ​ຜູ້​ທີ່​ອ່ອນແຮງ ແລະ​ຈົ່ງ​ອົດທົນ​ຕໍ່​ທຸກໆ​ຄົນ.


ອາຫານ​ແຂງ​ເປັນ​ອາຫານ​ສຳລັບ​ຜູ້​ໃຫຍ່​ແລ້ວ ຄື​ສຳລັບ​ຜູ້​ທີ່​ໄດ້​ຮັບ​ການ​ຝຶກຫັດ​ອົບຮົມ ໃຫ້​ສາມາດ​ສັງເກດ​ວ່າ ສິ່ງໃດ​ດີ​ແລະ​ສິ່ງໃດ​ຊົ່ວ.


ຖ້າ​ຜູ້ໃດ​ມາ​ຫາ​ເຈົ້າ ແລະ​ບໍ່​ເອົາ​ຄຳສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ຄົນ​ນັ້ນ​ເຂົ້າ​ໃນ​ເຮືອນ ແລະ​ທັງ​ຢ່າ​ສະແດງ​ຄວາມ​ຄຳນັບ​ຕໍ່​ຜູ້ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka