Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 13:9 - ພຣະຄຳພີສັກສິ

9 ຂໍ້​ກົດບັນຍັດ​ທີ່​ວ່າ, “ຢ່າ​ຫລິ້ນຊູ້, ຢ່າ​ຂ້າ​ຄົນ, ຢ່າ​ລັກ​ຊັບ, ຢ່າ​ໂລບ,” ທັງ​ຂໍ້​ກົດບັນຍັດ​ອື່ນໆ ກໍ​ຮ່ວມ​ຢູ່​ໃນ​ຂໍ້​ດຽວກັນ​ນີ້​ຄື “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ຂໍ້ບັນຍັດ​ທີ່​ວ່າ, “ຢ່າ​ຫລິ້ນຊູ້”, “ຢ່າ​ຂ້າຄົນ”, “ຢ່າ​ລັກຊັບ”, “ຢ່າ​ໂລບ”, ແລະ ພຣະບັນຍັດ​ອື່ນໆ​ກໍ​ລວມ​ຢູ່ໃນ​ຂໍ້​ດຽວ​ກັນ​ນີ້​ຄື, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ”.

Uka jalj uñjjattʼäta Copia luraña




ໂຣມ 13:9
13 Jak'a apnaqawi uñst'ayäwi  

ຢ່າ​ແກ້ແຄ້ນ​ຫລື​ຜູກ​ພະຍາບາດ​ກັບ​ຜູ້ໃດ​ຜູ້ໜຶ່ງ ແຕ່​ຈົ່ງ​ຮັກ​ເພື່ອນ​ມະນຸດ​ເໝືອນ​ຮັກ​ຕົນເອງ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຈົ່ງ​ເຮັດ​ກັບ​ພວກເຂົາ​ເໝືອນ​ເຮັດ​ກັບ​ພີ່ນ້ອງ​ອິດສະຣາເອນ​ຄົນອື່ນໆ ແລະ​ຈົ່ງ​ຮັກ​ພວກເຂົາ​ເໝືອນ​ຮັກ​ພວກເຈົ້າ​ເອງ. ຈົ່ງ​ຈຳ​ໄວ້​ວ່າ ພວກເຈົ້າ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ໃນ​ດິນແດນ​ຂອງ​ຊາວ​ເອຢິບ​ມາ​ຄັ້ງ​ໜຶ່ງ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຂໍ້​ທີ​ສອງ​ກໍ​ເໝືອນກັນ​ຄື: ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.’


ເຈົ້າ​ກໍ​ຮູ້ຈັກ​ກົດບັນຍັດ​ທີ່​ວ່າ, ‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້ອື່ນ, ຢ່າ​ລັກ​ຊັບ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້ໂກງ, ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ.”’


ກົດບັນຍັດ​ຂໍ້​ທີ​ສອງ​ນັ້ນ ຄື: ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.’ ບໍ່ມີ​ກົດບັນຍັດ​ຂໍ້​ໃດ​ທີ່​ສຳຄັນ​ກວ່າ​ສອງ​ຂໍ້​ນີ້.”


ແລ້ວ​ຊາຍ​ຜູ້​ນັ້ນ​ກໍ​ຕອບ​ວ່າ, “ຈົ່ງ​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ດ້ວຍ​ສຸດໃຈ ດ້ວຍ​ສຸດຈິດ ດ້ວຍ​ສຸດ​ກຳລັງ ແລະ​ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ” ແລະ “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”


ທ່ານ​ກໍ​ຮູ້ຈັກ​ກົດບັນຍັດ​ແລ້ວ​ວ່າ, ‘ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ, ຢ່າ​ຂ້າຄົນ, ຢ່າ​ລັກຊັບ, ຢ່າ​ກ່າວຫາ​ຜູ້​ອື່ນ​ໂດຍ​ບໍ່ມີ​ຄວາມຈິງ ຈົ່ງ​ນັບຖື​ພໍ່ແມ່​ຂອງຕົນ.”’


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ນັ້ນ​ເປັນ​ຊ່ອງທາງ​ປ່ອຍຕົວ​ໄປ​ຕາມ​ຕັນຫາ​ຂອງ​ຮ່າງກາຍ ແຕ່​ຈົ່ງ​ຮັບໃຊ້​ຊຶ່ງກັນແລະກັນ​ດ້ວຍ​ຄວາມຮັກ​ເທີ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka