Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 13:8 - ພຣະຄຳພີສັກສິ

8 ຢ່າ​ເປັນ​ໜີ້​ຜູ້ໃດ ເວັ້ນໄວ້​ແຕ່​ຄວາມຮັກ​ທີ່​ມີ​ຕໍ່​ກັນແລະກັນ, ເພາະ​ຜູ້​ທີ່​ຮັກ​ຄົນອື່ນ ກໍ​ປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ຢ່າ​ຕິດຄ້າງ​ເປັນ​ໜີ້​ຜູ້ໃດ ເວັ້ນ​ແຕ່​ໜີ້​ທີ່​ບໍ່​ອາດ​ຈ່າຍຄືນ​ໄດ້​ໝົດ ຄື​ຄວາມຮັກ​ທີ່​ມີ​ຕໍ່​ກັນແລະກັນ ເພາະ​ຜູ້​ທີ່​ຮັກ​ຄົນອື່ນ​ກໍ​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.

Uka jalj uñjjattʼäta Copia luraña




ໂຣມ 13:8
12 Jak'a apnaqawi uñst'ayäwi  

“ເຈົ້າ​ຢາກ​ໃຫ້​ຄົນອື່ນ​ເຮັດ​ຕໍ່​ເຈົ້າ​ຢ່າງ​ໃດ ກໍ​ຈົ່ງ​ເຮັດ​ຕໍ່​ເພິ່ນ​ຢ່າງ​ນັ້ນ​ເໝືອນກັນ ອັນ​ນີ້​ແມ່ນ​ກົດບັນຍັດ ແລະ ຄຳສັ່ງສອນ​ຂອງ​ພວກ​ຜູ້ທຳນວາຍ.”


ບັດນີ້ ເຮົາ​ມອບ​ກົດບັນຍັດ​ຂໍ້​ໃໝ່​ໃຫ້​ພວກເຈົ້າ​ຄື: ຈົ່ງ​ຮັກ​ຊຶ່ງກັນແລະກັນ ເຮົາ​ຮັກ​ພວກເຈົ້າ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ຢ່າງ​ນັ້ນ.


ຄວາມຮັກ​ບໍ່​ເຮັດ​ອັນຕະລາຍ​ຕໍ່​ເພື່ອນບ້ານ. ສະນັ້ນ ຄວາມຮັກ​ຈຶ່ງ​ເປັນ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ.


ຈົ່ງ​ໃຫ້​ແກ່​ທຸກຄົນ ຕາມ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ ສ່ວຍສາ​ອາກອນ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ພາສີ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ຄວາມ​ຢຳເກງ​ຄວນ​ມີ​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ກຽດຕິຍົດ​ຄວນ​ໃຫ້​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ.


ດ້ວຍວ່າ, ກົດບັນຍັດ​ທັງໝົດ​ກໍ​ລວມ​ເຂົ້າ​ໃນ​ຂໍ້​ດຽວ​ນີ້​ຄື: “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”


ແລ້ວ​ນອກຈາກ​ສິ່ງ​ທັງປວງ​ນີ້ ຈົ່ງ​ເອົາ​ຄວາມຮັກ​ເປັນ​ສາຍ​ຜູກມັດ​ທຸກສິ່ງ​ໄວ້ ໃຫ້​ເຖິງ​ຄວາມ​ຄົບຖ້ວນ.


ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ.


ຖ້າ​ເຈົ້າ​ທັງຫລາຍ​ເຮັດ​ຕາມ​ພຣະ​ຣາຊບັນຍັດ​ໂດຍ​ຄົບຖ້ວນ​ຕາມ​ພຣະຄຳພີ ຂໍ້​ທີ່​ວ່າ, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.” ພວກເຈົ້າ​ກໍ​ເຮັດ​ຖືກຕ້ອງ​ແລ້ວ.


ດັ່ງນັ້ນ ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ​ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ ຄື​ຜູ້ໃດ​ທີ່​ບໍ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ຫລື​ບໍ່​ຮັກ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka