Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 13:6 - ພຣະຄຳພີສັກສິ

6 ຍ້ອນ​ເຫດຜົນ​ຢ່າງ​ດຽວກັນ​ນີ້​ແຫຼະ ພວກເຈົ້າ​ຈົ່ງ​ເສຍ​ພາສີ ເພາະ​ຜູ້​ມີ​ອຳນາດ​ນັ້ນ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພິ່ນ​ກຳລັງ​ເຮັດ​ໜ້າທີ່​ນີ້​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ນີ້​ຄື​ເຫດຜົນ​ທີ່​ພວກເຈົ້າ​ເສຍ​ພາສີ ເພາະ​ຜູ້​ມີ​ອຳນາດ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ຜູ້​ໃຫ້​ເວລາ​ທັງໝົດ​ຂອງ​ຕົນ​ໃນ​ການປົກຄອງ​ບ້ານ​ເມືອງ.

Uka jalj uñjjattʼäta Copia luraña




ໂຣມ 13:6
18 Jak'a apnaqawi uñst'ayäwi  

ເມື່ອ​ຊາວ​ຊີເຣຍ​ແຫ່ງ​ນະຄອນ​ດາມັສກັດ​ໄດ້​ສົ່ງ​ກອງທັບ​ໄປ​ຊ່ວຍ​ເຈົ້າ​ຮາດາເດເຊ​ແຫ່ງ​ໂຊບາ ກະສັດ​ດາວິດ​ກໍ​ບຸກໂຈມຕີ​ຄືນ ແລະ​ໄດ້​ຂ້າ​ພວກເຂົາ​ຊາວສອງພັນ​ຄົນ.


ກະສັດ​ດາວິດ​ໄດ້​ປົກຄອງ​ທົ່ວ​ທັງ​ປະເທດ​ອິດສະຣາເອນ ແລະ​ໃຫ້​ປະຊາຊົນ​ຂອງຕົນ​ໄດ້​ຮັບ​ຄວາມ​ທ່ຽງທຳ ແລະ​ຄວາມ​ຍຸດຕິທຳ​ສະເໝີມາ.


ຂ້າແດ່​ພະຣາຊາ ຖ້າ​ເມືອງ​ນີ້​ຖືກ​ສ້າງ​ຂຶ້ນ​ໃໝ່​ແລະ​ກຳແພງ​ເມືອງ​ຖືກ​ສ້າງ​ສຳເລັດ​ແລ້ວ​ປະຊາຊົນ​ຈະ​ຢຸດ​ເສຍສ່ວຍ ແລະ​ລາຍໄດ້​ຂອງ​ຫລວງ​ກໍ​ຈະ​ລົດໜ້ອຍ​ຖອຍລົງ.


ບັນດາ​ກະສັດ​ຜູ້​ມີ​ອຳນາດ​ໃຫຍ່​ໄດ້​ຂຶ້ນ​ຄອງ​ຢູ່​ທີ່​ນັ້ນ ແລະ​ໄດ້​ປົກຄອງ​ທົ່ວ​ແຂວງ​ທັງໝົດ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ໂດຍ​ໃຊ້​ອິດທິພົນ​ເກັບ​ພາສີ ແລະ​ຫາ​ລາຍໄດ້.


ດັ່ງນັ້ນ ເຮົາ​ຈຶ່ງ​ສັ່ງ​ໃຫ້​ພວກທ່ານ​ຊ່ວຍ​ພວກເຂົາ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່. ຄ່າ​ໃຊ້​ຈ່າຍ​ໃຫ້​ເອົາ​ໄດ້​ທັນທີ​ຈາກ​ຄັງຫລວງ ທີ່​ເປັນ​ເງິນ​ໄດ້​ມາ​ຈາກ​ການ​ເສຍສ່ວຍ​ປະຈຳ​ແຂວງ ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ເພື່ອ​ວ່າ​ວຽກ​ນີ້​ຈະ​ດຳເນີນ​ໄປ​ຢ່າງ​ບໍ່ມີ​ການ​ຢຸດ​ສະງັກ.


ຍັງ​ມີ​ຄົນອື່ນ​ອີກ​ເວົ້າ​ວ່າ, “ພວກເຮົາ​ຈຳເປັນ​ຕ້ອງ​ໄປ​ຢືມ​ເງິນ ເພື່ອ​ມາ​ເສຍ​ພາສີ​ໄຮ່​ນາ ແລະ​ສວນອະງຸ່ນ​ໃຫ້​ແກ່​ກະສັດ.


ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເລີ່ມ​ກ່າວ​ຟ້ອງ​ພຣະອົງ​ວ່າ, “ພວກເຮົາ​ຈັບ​ຄົນ​ນີ້​ໄດ້ ໃນ​ຂະນະທີ່​ກຳລັງ​ຊັກຊວນ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ກໍ່​ການ​ປັ່ນປ່ວນ ໂດຍ​ຫ້າມ​ບໍ່​ໃຫ້​ເສຍສ່ວຍ​ແກ່​ຈັກກະພັດ ແລະ​ອ້າງ​ຕົນ​ວ່າ ເປັນ​ພຣະຄຣິດ​ຄື​ກະສັດ​ຜູ້ໜຶ່ງ.”


ຖ້າ​ເປັນ​ການ​ໜູນໃຈ ກໍ​ຈົ່ງ​ໜູນໃຈ ຖ້າ​ເປັນ​ການ​ບໍລິຈາກ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈ​ສັດທາ​ເພື່ອ​ແຜ່ ຜູ້​ມີ​ສິດ​ອຳນາດ ກໍ​ຈົ່ງ​ເຮັດ​ດ້ວຍ​ຄວາມ​ເອົາໃຈໃສ່ ຜູ້​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນອື່ນ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈ​ຍິນດີ.


ດ້ວຍເຫດນີ້ ເຈົ້າ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ ບໍ່​ພຽງແຕ່​ເພາະ​ເຫັນ​ແກ່​ຄວາມ​ຢ້ານ​ການ​ຕັດສິນ​ລົງໂທດ​ຂອງ​ພຣະເຈົ້າ​ແຕ່​ສິ່ງ​ດຽວ ແຕ່​ເພາະ​ເຫັນ​ແກ່​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ດ້ວຍ.


ຈົ່ງ​ໃຫ້​ແກ່​ທຸກຄົນ ຕາມ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ ສ່ວຍສາ​ອາກອນ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ພາສີ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ຄວາມ​ຢຳເກງ​ຄວນ​ມີ​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ກຽດຕິຍົດ​ຄວນ​ໃຫ້​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka