Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 13:4 - ພຣະຄຳພີສັກສິ

4 ເພາະ​ຜູ້ປົກຄອງ​ນັ້ນ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ເກີດຜົນ​ປະໂຫຍດ​ສຳລັບ​ເຈົ້າ, ແຕ່​ຖ້າ​ເຈົ້າ​ເຮັດ​ການ​ຊົ່ວ ເຈົ້າ​ຈົ່ງ​ຢ້ານ​ເພິ່ນ ເພາະ​ຜູ້ປົກຄອງ​ນັ້ນ ບໍ່ໄດ້​ຖື​ດາບ​ໄວ້​ລ້າໆ, ແຕ່​ເພິ່ນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ດຳເນີນ​ການ​ຕັດສິນ​ລົງໂທດ​ແກ່​ທຸກຄົນ​ທີ່​ເຮັດ​ການ​ຊົ່ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ຜູ້​ມີ​ອຳນາດ​ນັ້ນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ເກີດ​ຜົນປະໂຫຍດ​ຂອງ​ເຈົ້າ ແຕ່​ຖ້າ​ເຈົ້າ​ເຮັດ​ຜິດ​ກໍ​ຈົ່ງ​ຢ້ານ ເພາະ​ພວກຜູ້ປົກຄອງ​ນັ້ນ​ບໍ່​ໄດ້​ຖື​ດາບ​ໄວ້​ລ້າໆ. ພວກເພິ່ນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເປັນ​ຕົວແທນ​ຂອງ​ຄວາມໂກດຮ້າຍ​ທີ່​ຈະ​ນຳ​ເອົາ​ການລົງໂທດ​ມາ​ສູ່​ຜູ້​ທີ່​ເຮັດ​ຜິດ.

Uka jalj uñjjattʼäta Copia luraña




ໂຣມ 13:4
23 Jak'a apnaqawi uñst'ayäwi  

ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ພຣະອົງ​ໄດ້​ສຳແດງ​ໃຫ້​ເຫັນ​ວ່າ​ພຣະອົງ​ພໍໃຈ​ນຳ​ທ່ານ​ຫລາຍ​ທີ່ສຸດ ຈຶ່ງ​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ. ເພາະ​ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ສຳລັບ​ຊາດ​ອິດສະຣາເອນ​ມີ​ຕະຫລອດໄປ ພຣະອົງ​ຈຶ່ງ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ ເພື່ອ​ທ່ານ​ຈະ​ຮັກສາ​ກົດບັນຍັດ​ແລະ​ຄວາມ​ຍຸດຕິທຳ​ໄວ້.”


ແລະ​ໄດ້​ແນະນຳ​ພວກເຂົາ​ວ່າ, “ເມື່ອ​ກ່າວ​ຄຳ​ຕັດສິນ​ນັ້ນ ຈົ່ງ​ລະວັງ​ໃຫ້​ດີ; ພວກທ່ານ​ບໍ່ໄດ້​ເຮັດ​ຕາມ​ອຳນາດ​ຂອງ​ມະນຸດ, ແຕ່​ເຮັດ​ຕາມ​ອຳນາດ​ຂອງ​ພຣະເຈົ້າຢາເວ ແລະ​ພຣະອົງ​ສະຖິດ​ຢູ່​ນຳ​ພວກທ່ານ​ເມື່ອ​ພວກທ່ານ​ກ່າວ​ຄຳ​ຕັດສິນ​ລົງໂທດ.


ຄົນມີ​ປັນຍາ​ຍ່ອມ​ເຮັດ​ໃຫ້​ກະສັດ​ມີ​ຄວາມສຸກ ຖ້າ​ກະສັດ​ເກີດ​ໂມໂຫ​ກໍ​ເຮັດ​ໃຫ້​ບາງຄົນ​ຕ້ອງ​ເສຍ​ຊີວິດ.


ຈົ່ງ​ຢ້ານ​ກະສັດ​ໂກດຮ້າຍ​ດັ່ງ​ຢ້ານ​ໂຕສິງ​ຮ້ອງ​ແຜດສຽງ ເຮັດ​ໃຫ້​ເພິ່ນ​ໂກດຮ້າຍ​ກໍ​ສໍ່າກັບ​ຂ້າ​ຕົວ​ຕາຍ.


ກະສັດ​ທີ່​ມີ​ປັນຍາ​ຈະ​ຮູ້ວ່າ​ແມ່ນ​ໃຜ​ເຮັດ​ຜິດ ແລະ​ລົງໂທດ​ທັນ​ໂດຍ​ບໍ່ມີ​ຄວາມ​ເມດຕາ​ຈັກດີ້.


ເມື່ອ​ກະສັດ​ນັ່ງ​ຕັດສິນ​ຄະດີ ເພິ່ນ​ກໍ​ຮູ້​ທັນທີ​ເມື່ອ​ແນມ​ເຫັນ​ຄົນ​ຊົ່ວຮ້າຍ.


ແລະ​ຈົ່ງ​ຮຽນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຈົ່ງ​ສະແຫວງ​ຫາ​ຄວາມ​ຍຸດຕິທຳ​ເຊັ່ນ: ຊ່ວຍ​ຜູ້​ທີ່​ຖືກ​ຂົ່ມເຫັງ, ໃຫ້​ສິດທິ​ແກ່​ບັນດາ​ເດັກ​ກຳພ້າ ແລະ​ຄຸ້ມຄອງ​ພວກ​ແມ່ໝ້າຍ.”


ຈຶ່ງ​ຕຸ້ຍພີ​ແລະ​ມີ​ອາຫານ​ກິນ​ຢ່າງ​ອຸດົມສົມບູນ. ການ​ເຮັດ​ຊົ່ວ​ຂອງ​ພວກເຂົາ​ບໍ່ມີ​ຂອບເຂດ. ພວກເຂົາ​ບໍ່​ຍອມ​ໃຫ້​ລູກກຳພ້າ​ມີ​ສິດທິ ຫລື​ບໍ່​ຍອມ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຜູ້​ທີ່​ຖືກ​ກົດຂີ່.”


ບັນດາ​ເຈົ້ານາຍ​ຂອງ​ອິດສະຣາເອນ​ເປັນ​ດັ່ງ​ໝາປ່າ​ທີ່​ກຳລັງ​ຈີກ​ສັດ ຊຶ່ງ​ພວກ​ຕົນ​ໄດ້​ຂ້າ​ນັ້ນ​ເປັນ​ຕ່ອນໆ. ພວກເຂົາ​ກໍ່​ການ​ຄາດຕະກຳ​ເພື່ອ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ຕົນ.


ຊາດ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ ຈະ​ແກ້ແຄ້ນ​ດິນແດນ​ເອໂດມ​ໃຫ້​ເຮົາ; ແລະ​ພວກເຂົາ​ຈະ​ເຮັດ​ໃຫ້​ເອໂດມ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ຫ້ຽມໂຫດ​ຂອງເຮົາ. ເອໂດມ​ຈະ​ຮູ້ວ່າ​ການ​ຕົກ​ເປັນ​ເປົ້າ​ແຫ່ງ​ການ​ແກ້ແຄ້ນ​ຂອງເຮົາ​ນັ້ນ ໝາຍຄວາມວ່າ​ຢ່າງໃດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ຟັງ​ຂ້າພະເຈົ້າ​ເທີ້ນ ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ທີ່​ກຽດຊັງ​ຄວາມ​ຍຸດຕິທຳ​ແລະ​ປ່ຽນ​ຖືກ​ໃຫ້​ເປັນ​ຜິດ.


ພວກ​ທີ່ຮັກ​ຂອງເຮົາ​ເອີຍ ຢ່າ​ແກ້ແຄ້ນ​ເລີຍ, ແຕ່​ຈົ່ງ​ມອບ​ການ​ນັ້ນ​ໃຫ້​ພຣະເຈົ້າ ເປັນ​ຜູ້​ພິພາກສາ​ລົງໂທດ​ແທນ, ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ການ​ແກ້ແຄ້ນ​ເປັນ​ທຸລະ​ຂອງເຮົາ ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບແທນ”


ຍ້ອນ​ເຫດຜົນ​ຢ່າງ​ດຽວກັນ​ນີ້​ແຫຼະ ພວກເຈົ້າ​ຈົ່ງ​ເສຍ​ພາສີ ເພາະ​ຜູ້​ມີ​ອຳນາດ​ນັ້ນ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພິ່ນ​ກຳລັງ​ເຮັດ​ໜ້າທີ່​ນີ້​ຢູ່.


ໃນ​ເລື່ອງ​ນີ້ ຢ່າ​ໃຫ້​ຄົນ​ໃດ​ລ່ວງ​ເຮັດ​ຜິດ​ຕໍ່​ພີ່ນ້ອງ​ຄຣິສຕຽນ​ຂອງຕົນ ຕາມ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ ແລະ​ພວກເຮົາ​ກໍໄດ້​ເຕືອນ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໃນ​ເລື່ອງ​ນີ້.


ຖ້າ​ຜູ້​ທີ່​ຕາມ​ຫາ​ແກ້ແຄ້ນ​ມາ​ເຖິງ​ເມືອງ​ນັ້ນ ຊາວ​ເມືອງ​ກໍ​ຈະ​ບໍ່​ຕ້ອງ​ມອບ​ເຂົາ​ໃຫ້​ຜູ້​ທີ່​ຕາມຫາ​ນັ້ນ. ພວກເຂົາ​ຕ້ອງ​ປ້ອງກັນ​ຄົນ​ເຫຼົ່ານີ້​ໄວ້ ເພາະ​ເຂົາ​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ແລະ​ບໍ່ແມ່ນ​ຍ້ອນ​ຄວາມ​ຄຽດແຄ້ນ​ແຕ່​ຢ່າງ​ໃດ.


ບ່ອນ​ເຫຼົ່ານີ້​ແມ່ນ​ເມືອງ​ລີ້ໄພ ຊຶ່ງ​ໄດ້​ຖືກ​ເລືອກ​ໄວ້​ໃຫ້​ປະຊາຊົນ​ອິດສະຣາເອນ ແລະ​ໃຫ້​ຄົນຕ່າງຊາດ​ທັງຫລາຍ​ທີ່​ອາໄສ​ຢູ່​ກັບ​ພວກເຂົາ. ຜູ້ໃດ​ຜູ້ໜຶ່ງ​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ຈະ​ໄດ້​ຮັບ​ການ​ຄຸ້ມຄອງ​ຈາກ​ຜູ້​ຕາມຫາ​ແກ້ແຄ້ນ​ໃນ​ບ່ອນ​ນີ້; ຈະ​ບໍ່ມີ​ໃຜ​ຖືກ​ຂ້າ ໂດຍ​ບໍ່ໄດ້​ຮັບ​ການ​ຕັດສິນ​ຕໍ່ໜ້າ​ມະຫາຊົນ​ສາກ່ອນ.


ຫລື​ບັນດາ​ຜູ້ປົກຄອງ​ທີ່​ໄດ້​ຮັບ​ແຕ່ງຕັ້ງ​ຈາກ​ເພິ່ນ ໃຫ້​ລົງໂທດ​ຜູ້​ທີ່​ເຮັດ​ຊົ່ວ​ແລະ​ຍ້ອງຍໍ​ຜູ້​ທີ່​ເຮັດ​ດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka