Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 13:2 - ພຣະຄຳພີສັກສິ

2 ເຫດສະນັ້ນ ຜູ້ໃດ​ທີ່​ຕໍ່ຕ້ານ​ອຳນາດ​ການ​ປົກຄອງ ກໍ​ຕໍ່ຕ້ານ​ຜູ້​ທີ່​ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ຂຶ້ນ ແລະ​ຜູ້ໃດ​ທີ່​ກະທຳ​ເຊັ່ນນັ້ນ ຈະ​ຖືກ​ພິພາກສາ​ລົງໂທດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເຫດສະນັ້ນ ຜູ້ໃດ​ທີ່​ຕໍ່ຕ້ານ​ຜູ້​ມີ​ອຳນາດ​ກໍ​ກຳລັງ​ຕໍ່ຕ້ານ​ຜູ້​ທີ່​ພຣະເຈົ້າ​ໄດ້​ແຕ່ງຕັ້ງ ແລະ ຜູ້ໃດ​ທີ່​ເຮັດ​ເຊັ່ນ​ນັ້ນ​ກໍ​ຈະ​ນຳ​ການຕັດສິນ​ລົງໂທດ​ມາ​ສູ່​ຕົນເອງ.

Uka jalj uñjjattʼäta Copia luraña




ໂຣມ 13:2
14 Jak'a apnaqawi uñst'ayäwi  

ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ​ໃນ​ຕອນແລງ ແລະ​ຈະ​ໃຫ້​ມີ​ເຂົ້າຈີ່​ກິນ​ຢ່າງ​ບໍຣິບູນ​ໃນ​ຕອນເຊົ້າ ເພາະວ່າ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ​ຢ່າງ​ຮຸນແຮງ. ເມື່ອ​ພວກເຈົ້າ​ຈົ່ມຮ້າຍ​ຕໍ່​ພວກເຮົາ ພວກເຮົາ​ທັງ​ສອງ​ແມ່ນ​ຜູ້ໃດ, ຄວາມ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ຕໍ່ສູ້​ພວກເຮົາ, ແຕ່​ຕໍ່ສູ້​ພຣະເຈົ້າຢາເວ.”


ພວກເຂົາ​ນະມັດສະການ​ເຮົາ​ທຸກ​ວັນ​ໂດຍ​ອ້າງ​ວ່າ ພວກຕົນ​ຢາກ​ຮູ້​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ ແລະ​ຢາກ​ປະຕິບັດ​ຕາມ​ຂໍ້​ກົດບັນຍັດ​ຂອງເຮົາ. ພວກເຂົາ​ບອກ​ວ່າ, ຕ້ອງການ​ກົດບັນຍັດ​ທີ່​ທ່ຽງທຳ ແລະ​ພວກເຂົາ​ກໍ​ມີ​ຄວາມສຸກ​ໃນ​ການ​ນະມັດສະການ​ເຮົາ.”


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [


ພວກເຂົາ​ສໍ້ໂກງ​ເອົາ​ສິ່ງ​ຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ​ເຮັດ​ທຳ​ທ່າ​ພາວັນນາ​ອະທິຖານ​ໃຫ້​ຍືດຍາວ ຄົນ​ພວກ​ນີ້​ຈະ​ຖືກ​ໂທດ​ໜັກ​ທີ່ສຸດ.”


ນອກຈາກນີ້ ພວກເຂົາ​ຍັງ​ສໍ້ໂກງ​ເອົາ​ສິ່ງຂອງ ຂອງ​ພວກ​ແມ່ໝ້າຍ ແລະ​ເຮັດ​ທຳທ່າ​ພາວັນນາ​ອະທິຖານ​ຢ່າງ​ຍືດຍາວ ໂທດ​ຂອງ​ຄົນ​ເຫຼົ່ານີ້​ແມ່ນ​ໜັກ​ທີ່ສຸດ.”


ທຸກຄົນ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ ເພາະວ່າ​ບໍ່ມີ​ອຳນາດ​ໃດ ທີ່​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ແລະ​ຜູ້​ທີ່​ມີ​ອຳນາດ​ນັ້ນ ກໍ​ແມ່ນ​ພຣະເຈົ້າ​ເທົ່ານັ້ນ​ທີ່​ຊົງ​ແຕ່ງຕັ້ງ​ຂຶ້ນ.


ດ້ວຍວ່າ, ພວກ​ຜູ້ປົກຄອງ​ນັ້ນ ບໍ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ການ​ດີ, ແຕ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ການ​ຊົ່ວ, ເຈົ້າ​ບໍ່​ຢາກ​ຢ້ານ​ຜູ້​ມີ​ສິດ​ອຳນາດ​ບໍ? ຖ້າດັ່ງນັ້ນ ໃຫ້​ເຈົ້າ​ເຮັດ​ແຕ່​ການ​ດີ ແລະ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຊົມເຊີຍ​ຈາກ​ເພິ່ນ.


ດ້ວຍເຫດນີ້ ເຈົ້າ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ ບໍ່​ພຽງແຕ່​ເພາະ​ເຫັນ​ແກ່​ຄວາມ​ຢ້ານ​ການ​ຕັດສິນ​ລົງໂທດ​ຂອງ​ພຣະເຈົ້າ​ແຕ່​ສິ່ງ​ດຽວ ແຕ່​ເພາະ​ເຫັນ​ແກ່​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ດ້ວຍ.


ແລ້ວ​ເຈົ້າ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ຍັງ​ຊົງ​ຕິຕຽນ​ຢູ່? ຜູ້ໃດ​ຈະ​ຂັດຂືນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ໄດ້?”


ຈົ່ງ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ຢູ່​ໃຕ້​ບັງຄັບ​ຜູ້ປົກຄອງ ແລະ​ຜູ້​ມີ​ອຳນາດ ຄື​ໃຫ້​ນ້ອມຟັງ​ແລະ​ມີ​ໃຈ​ພ້ອມ​ທີ່​ຈະ​ເຮັດ​ການ​ດີ​ທຸກຢ່າງ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ໄດ້​ພາກັນ​ເປັນ​ອາຈານ​ຈຳນວນ​ຫລວງຫລາຍ ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ເຮົາ​ທັງຫລາຍ​ທີ່​ເປັນ​ຜູ້​ສອນ​ນັ້ນ ຈະ​ໄດ້​ຮັບ​ການ​ຊົງ​ພິພາກສາ​ໜັກໜ່ວງ​ກວ່າ​ຜູ້​ອື່ນ.


ເພາະ​ເຫັນແກ່​ອົງພຣະ​ຜູ້​ເປັນເຈົ້າ ເຈົ້າ​ທັງຫລາຍ​ຈົ່ງ​ຍອມ​ຢູ່​ໃຕ້​ຂໍ້​ບັງຄັບ​ທຸກຢ່າງ ທີ່​ມະນຸດ​ຕັ້ງ​ໄວ້ ບໍ່​ວ່າ​ຜູ້ນັ້ນ​ຈະ​ເປັນ​ກະສັດ​ຜູ້​ສູງສຸດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka