ໂຣມ 13:1 - ພຣະຄຳພີສັກສິ1 ທຸກຄົນຕ້ອງຍອມຢູ່ໃຕ້ອຳນາດການປົກຄອງ ເພາະວ່າບໍ່ມີອຳນາດໃດ ທີ່ບໍ່ໄດ້ມາຈາກພຣະເຈົ້າ ແລະຜູ້ທີ່ມີອຳນາດນັ້ນ ກໍແມ່ນພຣະເຈົ້າເທົ່ານັ້ນທີ່ຊົງແຕ່ງຕັ້ງຂຶ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ທຸກຄົນຕ້ອງຍອມເຊື່ອຟັງຜູ້ມີອຳນາດປົກຄອງ ເພາະບໍ່ມີຜູ້ໃດມີອຳນາດເວັ້ນແຕ່ພຣະເຈົ້າແຕ່ງຕັ້ງຂຶ້ນ. ອຳນາດຕ່າງໆທີ່ມີຢູ່ນັ້ນກໍລ້ວນແຕ່ໄດ້ຮັບການແຕ່ງຕັ້ງຈາກພຣະເຈົ້າ. Uka jalj uñjjattʼäta |
ນີ້ແຫຼະຄືຄຳຕັດສິນຂອງຝູງເທວະດາຜູ້ອາລັກຂານັ້ນ. ສະນັ້ນ ຈົ່ງໃຫ້ຄົນທັງປວງທຸກທີ່ທຸກບ່ອນຮູ້ວ່າ ພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກຂອງມະນຸດ ແລະໃຫ້ຮູ້ວ່າພຣະອົງສາມາດມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງຕາມທີ່ພຣະອົງເລືອກເອົາກໍໄດ້ ເຖິງແມ່ນວ່າເປັນຜູ້ຕໍ່າຕ້ອຍທີ່ສຸດກໍຕາມ.”’
ເຈົ້າຈະຖືກຂັບໄລ່ອອກໄປຈາກສັງຄົມມະນຸດ ແລະຈະອາໄສຢູ່ກັບພວກສັດປ່າ ເຈົ້າຈະກິນຫຍ້າເໝືອນງົວເປັນເວລາເຈັດປີ. ຈົນກວ່າເຈົ້າຈະຍອມຮັບວ່າພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກທັງຫລາຍຂອງມະນຸດ ແລະຮູ້ວ່າພຣະອົງມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.”
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”