ໂຣມ 12:8 - ພຣະຄຳພີສັກສິ8 ຖ້າເປັນການໜູນໃຈ ກໍຈົ່ງໜູນໃຈ ຖ້າເປັນການບໍລິຈາກ ກໍຈົ່ງເຮັດດ້ວຍໃຈສັດທາເພື່ອແຜ່ ຜູ້ມີສິດອຳນາດ ກໍຈົ່ງເຮັດດ້ວຍຄວາມເອົາໃຈໃສ່ ຜູ້ສະແດງຄວາມເມດຕາຕໍ່ຄົນອື່ນ ກໍຈົ່ງເຮັດດ້ວຍໃຈຍິນດີ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ຖ້າມີດ້ານການໜູນໃຈ ກໍຈົ່ງໜູນໃຈ, ຖ້າມີດ້ານການບໍລິຈາກ ກໍຈົ່ງບໍລິຈາກດ້ວຍໃຈກວ້າງຂວາງ, ຖ້າມີດ້ານການເປັນຜູ້ນຳ ກໍຈົ່ງປົກຄອງດ້ວຍຄວາມເອົາໃຈໃສ່, ຖ້າມີດ້ານການສະແດງຄວາມເມດຕາ ກໍຈົ່ງເຮັດດ້ວຍໃຈຍິນດີ. Uka jalj uñjjattʼäta |
ພຣະອົງຕ້ອນຮັບຄົນທີ່ພົບຄວາມຊົມຊື່ນຍິນດີເພາະເຮັດສິ່ງທີ່ຖືກຕ້ອງ ຄືຜູ້ທີ່ຈົດຈຳວ່າພຣະອົງຢາກໃຫ້ພວກເຂົາດຳເນີນຊີວິດຢ່າງໃດ. ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍ ແຕ່ພວກຂ້ານ້ອຍກໍຍັງເຮັດບາບຕໍ່ໄປ; ເຖິງແມ່ນວ່າ ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍຫຼາຍກໍຕາມ ພວກຂ້ານ້ອຍກໍຍັງສືບຕໍ່ເຮັດບາບຕັ້ງແຕ່ສະໄໝບູຮານມາ.
ຈົ່ງຊົມຊື່ນຍິນດີຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຮ່ວມກັບລູກຊາຍຍິງຂອງເຈົ້າ, ທາດຮັບໃຊ້ຂອງເຈົ້າ, ຊາວເລວີ, ຊາວຕ່າງດ້າວ ເດັກກຳພ້າ ແລະແມ່ໝ້າຍທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ. ຈົ່ງຈັດພິທີນີ້ຂຶ້ນຢູ່ໃນບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ ຊຶ່ງໃຫ້ນາມຊື່ຂອງພຣະອົງຕັ້ງຢູ່.