Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 12:7 - ພຣະຄຳພີສັກສິ

7 ຖ້າ​ເປັນ​ການ​ຮັບໃຊ້ ກໍ​ໃຫ້​ຮັບໃຊ້ ຖ້າ​ເປັນ​ການ​ສັ່ງສອນ ກໍ​ຈົ່ງ​ສັ່ງສອນ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ຖ້າ​ມີ​ດ້ານ​ການບົວລະບັດ​ຮັບໃຊ້ ກໍ​ຈົ່ງ​ບົວລະບັດ​ຮັບໃຊ້, ຖ້າ​ມີ​ດ້ານ​ການສັ່ງສອນ ກໍ​ຈົ່ງ​ສັ່ງສອນ,

Uka jalj uñjjattʼäta Copia luraña




ໂຣມ 12:7
31 Jak'a apnaqawi uñst'ayäwi  

ຈົ່ງ​ຟັງ​ເອົາ​ເຖີດ​ລູກຫລານ​ຂອງຂ້ອຍ​ເອີຍ ຂ້ອຍ​ຈະ​ແອບສອນ​ໃຫ້​ເຈົ້າ​ຢ້ານຢຳ​ພຣະເຈົ້າຢາເວ.


ແລ້ວ​ຂ້ານ້ອຍ​ກໍ​ຈະ​ສັ່ງສອນ​ຄົນ​ບາບ​ໃຫ້​ຮູ້ຈັກ ຂໍ້ຄຳສັ່ງ​ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຫາ​ພຣະອົງ.


ແຕ່​ຍ້ອນ​ວ່າ​ປັນຍາຈານ​ເປັນ​ຄົນມີ​ປັນຍາ ເພິ່ນ​ຈຶ່ງ​ສືບຕໍ່​ສອນ​ຄົນ​ເຖິງ​ສິ່ງ​ທີ່​ຕົນ​ໄດ້​ຮູ້. ເພິ່ນ​ໄດ້​ສຶກສາ​ສຸພາສິດ​ແລະ​ທົດລອງ​ເບິ່ງ​ຄວາມຈິງ​ຢ່າງ​ຖ້ວນຖີ່.


ຄົນເຝົ້າຍາມ​ໄດ້​ເອີ້ນ​ບອກ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ໄດ້​ຢືນ​ຍາມ​ທັງເວັນ​ທັງຄືນ.”


ເຫດສະນັ້ນ ພວກເຈົ້າ​ຈົ່ງ​ອອກ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ພຣະນາມ​ແຫ່ງ​ພຣະບິດາ, ພຣະບຸດ ແລະ ພຣະວິນຍານ​ບໍຣິສຸດເຈົ້າ


ຊາຍ​ຄົນ​ນີ້​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ຕອນ​ກາງຄືນ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ຮູ້​ດີ​ວ່າ ທ່ານ​ເປັນ​ຄູສອນ​ມາ​ຈາກ​ພຣະເຈົ້າ ເພາະ​ບໍ່ມີ​ຜູ້ໃດ​ທີ່​ເຮັດ​ການ​ອັດສະຈັນ​ທີ່​ທ່ານ​ເຮັດ​ນີ້​ໄດ້ ຖ້າ​ພຣະເຈົ້າ​ບໍ່​ສະຖິດ​ຢູ່​ນຳ​ຜູ້ນັ້ນ.”


ຄາວນັ້ນ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ ມີ​ບາງຄົນ​ເປັນ​ຜູ້ທຳນວາຍ ແລະ​ອາຈານ ຄື​ບາຣະນາບາ, ຊີໂມນ​ຜູ້​ທີ່​ຄົນ​ເອີ້ນ​ວ່າ ນີເກີ, ລູກີໂອ​ຊາວ​ເມືອງ​ກີເຣເນ, ມານາເອນ ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ເຕີບ​ໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ ຜູ້​ປົກຄອງ ແລະ​ໂຊໂລ.


ພວກທ່ານ​ກໍ​ຮູ້​ແລ້ວ​ວ່າ ຂ້າພະເຈົ້າ​ບໍ່ໄດ້​ຖ່ວງດຶງ​ສິ່ງໃດໆ ທີ່​ເປັນ​ຄຸນ​ປະໂຫຍດ​ແກ່​ພວກທ່ານ ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ​ຈາກ​ການ​ປະກາດ ຫລື​ສັ່ງສອນ​ພວກທ່ານ​ຕາມ​ທີ່​ປະຊຸມ ແລະ​ຕາມ​ບ້ານ​ເຮືອນ.


ທ່ານ​ທັງຫລາຍ ຈົ່ງ​ລະວັງ​ຕົວເອງ​ໃຫ້​ດີ ແລະ​ເຝົ້າ​ຮັກສາ​ຝູງແກະ ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ມອບ​ໄວ້​ໃຫ້​ພວກທ່ານ​ເປັນ​ຜູ້​ດູແລ, ຈົ່ງ​ບຳລຸງ​ລ້ຽງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ເປັນ​ເຈົ້າ​ຂອງ ໂດຍ​ພຣະບຸດ​ໄດ້​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ.


ໃນ​ຄາວ​ນັ້ນ ເມື່ອ​ຈຳນວນ​ພວກ​ສິດ​ກຳລັງ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ຊາວ​ຢິວ​ປາກ​ພາສາ​ກຣີກ ຈົ່ມ​ຕໍ່​ຊາວ​ຢິວ​ຄົນ​ພື້ນເມືອງ​ປາກ​ພາສາ​ເຮັບເຣີ​ວ່າ ໃນ​ແຕ່ລະ​ວັນ​ພວກ​ແມ່ໝ້າຍ​ຊາວ​ກຣິກ ບໍ່ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ການ​ແຈກຈ່າຍ​ອາຫານ.


ແລະ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ບາງຄົນ​ໄວ້​ໃນ​ຄຣິສຕະຈັກ​ຄື: ໜຶ່ງ​ແມ່ນ​ອັກຄະສາວົກ ສອງ​ແມ່ນ​ຜູ້​ປະກາດ​ພຣະທຳ ສາມ​ແມ່ນ​ອາຈານ ແລ້ວ​ຕໍ່​ຈາກ​ນັ້ນ​ກໍ​ມີ​ຜູ້​ເຮັດ​ການ​ອິດທິຣິດ​ຕ່າງໆ ຜູ້​ມີ​ອຳນາດ​ໃຫ້​ດີ​ພະຍາດ​ໂຣຄາ ຜູ້​ອຸປະຖຳ ຜູ້ປົກຄອງ ແລະ​ຜູ້​ເວົ້າ​ພາສາ​ແປກໆ.


ງານ​ຮັບໃຊ້​ມີ​ຫລາຍ​ຢ່າງ​ຕ່າງ​ກັນ ແຕ່​ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວກັນ.


ພີ່ນ້ອງ​ທັງຫລາຍ​ເອີຍ ກ່ຽວກັບ​ເລື່ອງ​ນີ້ ເຮົາ​ຈະ​ລົງ​ຄວາມ​ເຫັນ​ວ່າ​ຢ່າງ​ໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ, ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຮ້ອງເພງ​ສັນລະເສີນ, ບາງຄົນ​ສັ່ງສອນ ບາງຄົນ​ກໍ​ມີ​ບົດ​ຄວາມ​ທີ່​ຊົງ​ສຳແດງ​ມາ​ຈາກ​ພຣະເຈົ້າ ມີ​ບາງຄົນ​ກໍ​ເວົ້າ​ພາສາ​ແປກໆ ແລະ​ບາງຄົນ​ແປ​ພາສາ​ແປກໆ, ເຈົ້າ​ຈົ່ງ​ເຮັດ​ສິ່ງ​ທັງໝົດ​ນີ້ ເພື່ອ​ເສີມສ້າງ​ຄຣິສຕະຈັກ​ໃຫ້​ຈະເລີນ​ຂຶ້ນ.


ຄົນ​ທີ່​ຮັບ​ພຣະທຳ​ຄຳສອນ​ແລ້ວ ຈົ່ງ​ແບ່ງ​ສິ່ງ​ທີ່​ດີ​ທຸກຢ່າງ​ໃຫ້​ແກ່​ຜູ້​ທີ່​ສັ່ງສອນ​ຕົນ.


ຂອງ​ພຣະ​ຣາຊທານ​ຂອງ​ພຣະອົງ ກໍ​ຄື​ໃຫ້​ບາງຄົນ​ເປັນ​ອັກຄະສາວົກ, ບາງຄົນ​ເປັນ​ຜູ້​ປະກາດ​ພຣະທຳ, ບາງຄົນ​ເປັນ​ຜູ້​ປະກາດ​ຂ່າວປະເສີດ, ບາງຄົນ​ເປັນ​ສິດຍາພິບານ ແລະ ຄູ​ສາສະໜາ.


ພວກເຂົາ​ສັ່ງສອນ​ປະຊາຊົນ​ໃຫ້​ເຊື່ອຟັງ​ກົດບັນຍັດ​ທຸກຢ່າງ ທັງ​ຈະ​ຖວາຍບູຊາ​ໃຫ້​ພ້ອມ​ທີ່​ເທິງ​ແທ່ນບູຊາ.


ແລະ​ໃຫ້​ບອກ​ອາຂີໂປ​ວ່າ, “ສ່ວນ​ພາລະກິດ ຊຶ່ງ​ເຈົ້າ​ໄດ້​ຮັບ​ມອບໝາຍ ເພື່ອ​ບົວລະບັດ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ຈົ່ງ​ເຮັດ​ໃຫ້​ບັນລຸ​ຜົນ​ສຳເລັດ.”


ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປະກາດ ແລະ​ເປັນ​ອັກຄະສາວົກ ຄູສອນ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ແລະ​ຄວາມຈິງ ໃຫ້​ແກ່​ຄົນຕ່າງຊາດ (ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ).


ຜູ້​ປົກຄອງ​ຄຣິສຕະຈັກ ຕ້ອງ​ເປັນ​ຜູ້​ປາສະຈາກ​ການ​ຕຳໜິ​ຕິຕຽນ ລາວ​ຕ້ອງ​ມີ​ເມຍ​ຄົນ​ດຽວ​ເທົ່ານັ້ນ ຮູ້ຈັກ​ບັງຄັບ​ຕົນ ແລະ​ມີ​ສະຕິ​ອັນ​ດີ​ຮອບຄອບ ມີ​ກິຣິຍາ​ຮຽບຮ້ອຍ ລາວ​ຕ້ອງ​ມີ​ນໍ້າໃຈ​ເຫຼື້ອມໃສ​ໃນ​ການ​ຕ້ອນຮັບ​ແຂກ ເໝາະສົມ​ເປັນ​ຄູ​ທີ່​ດີ​


ຈົ່ງ​ລະວັງຕົວ​ຂອງ​ເຈົ້າ ແລະ​ຄຳສັ່ງສອນ​ຂອງ​ເຈົ້າ​ດ້ວຍ. ຈົ່ງ​ສືບຕໍ່​ດຳເນີນ​ການ​ເຫຼົ່ານີ້ ເພາະ​ຖ້າ​ເຈົ້າ​ປະຕິບັດ​ຢ່າງ​ນີ້ ເຈົ້າ​ກໍ​ຈະ​ຊ່ວຍ​ເຈົ້າ​ເອງ​ແລະ​ທຸກຄົນ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ.


ຈົ່ງ​ຖື​ວ່າ​ຜູ້ປົກຄອງ​ທັງຫລາຍ ທີ່​ນຳພາ​ຄຣິສຕະຈັກ​ເປັນ​ຢ່າງດີ​ນັ້ນ ກໍ​ສົມຄວນ​ໄດ້​ຮັບ​ກຽດ ແລະ​ການ​ບຳລຸງລ້ຽງ​ສອງ​ເທົ່າ ໂດຍ​ສະເພາະ​ຜູ້​ທີ່​ເຮັດ​ວຽກ​ຢ່າງ​ດຸໝັ່ນ ໃນ​ການ​ເທດສະໜາ​ແລະ​ການ​ສັ່ງສອນ.


ຈົ່ງ​ມອບ​ຄຳສອນ​ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ ໄວ້​ກັບ​ຄົນ​ສັດຊື່​ທີ່​ສາມາດ​ສອນ​ຄົນອື່ນ​ໄດ້​ດ້ວຍ.


ຜູ້ຮັບໃຊ້​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຕ້ອງ​ບໍ່​ເປັນ​ຄົນ​ວິວາດ​ຜິດຖຽງ​ກັນ, ແຕ່​ຕ້ອງ​ມີ​ໃຈ​ເມດຕາ​ແກ່​ທຸກຄົນ ເປັນ​ຄູ​ທີ່​ເໝາະສົມ ແລະ​ມີ​ໃຈ​ພຽນ​ອົດທົນ


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


ສ່ວນ​ຂ້າພະເຈົ້າ ພຣະເຈົ້າຢາເວ​ໄດ້​ຫ້າມ​ຂ້າພະເຈົ້າ​ບໍ່​ໃຫ້​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ເພາະ​ການ​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ​ນັ້ນ ເປັນ​ການ​ຜິດ​ຕໍ່​ພຣະອົງ; ແຕ່​ຂ້າພະເຈົ້າ​ຈະ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ສິ່ງ​ດີ​ແລະ​ສິ່ງ​ທີ່​ຖືກຕ້ອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka