Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 12:6 - ພຣະຄຳພີສັກສິ

6 ແລະ​ພວກເຮົາ​ໄດ້​ຮັບ​ຂອງ​ປະທານ​ຕ່າງ​ກັນ ຕາມ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ແກ່​ພວກເຮົາ​ນັ້ນ ຄື​ຖ້າ​ເປັນ​ການ​ປະກາດ​ພຣະທຳ ກໍ​ຈົ່ງ​ປະກາດ​ຕາມ​ຂະໜາດ​ຂອງ​ຄວາມເຊື່ອ​ທີ່​ຕົນ​ມີ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ພວກເຮົາ​ມີ​ຂອງປະທານ​ແຕກຕ່າງ​ກັນ ຕາມ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ພວກເຮົາ. ຖ້າ​ຜູ້ໃດ​ມີ​ຂອງປະທານ​ດ້ານ​ການ​ປະກາດ​ພຣະທຳ ກໍ​ຈົ່ງ​ໃຊ້​ຂອງປະທານ​ນີ້​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ຕົນ​ມີ.

Uka jalj uñjjattʼäta Copia luraña




ໂຣມ 12:6
31 Jak'a apnaqawi uñst'ayäwi  

ເພາະສະນັ້ນ ເຮົາ​ຈຶ່ງ​ໃຊ້​ພວກ​ຜູ້ທຳນວາຍ, ພວກ​ຜູ້​ມີ​ປັນຍາ ແລະ​ທຳມະຈານ​ທັງຫລາຍ​ມາ​ຫາ​ພວກເຈົ້າ, ເພື່ອ​ພວກເຈົ້າ​ຈະ​ຂ້າ​ບາງຄົນ​ແດ່, ຄຶງ​ບາງຄົນ​ທີ່​ໄມ້ກາງແຂນ​ແດ່, ຂ້ຽນຕີ​ບາງຄົນ​ໃນ​ທຳມະສາລາ​ຂອງ​ພວກເຈົ້າ​ແດ່ ແລະ​ຂົ່ມເຫັງ​ພວກເຂົາ​ໄລ່​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ​ແດ່.


ແລ້ວ​ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ສອງ​ຕະລັນຕົນ ກໍ​ເຂົ້າ​ມາ​ເໝືອນກັນ ແລະ​ເວົ້າ​ວ່າ, ‘ນາຍເອີຍ ທ່ານ​ໄດ້​ມອບ​ເງິນ​ສອງ​ຕະລັນຕົນ​ໃຫ້​ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍ​ໄດ້​ສອງ​ຕະລັນຕົນ​ມາ​ຕື່ມ.’


ດ້ວຍເຫດນີ້ ພຣະ​ປັນຍາ​ຂອງ​ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ໃຊ້​ພວກ​ຜູ້ທຳນວາຍ ແລະ ພວກ​ອັກຄະສາວົກ​ມາ​ຫາ​ພວກເຂົາ, ພວກເຂົາ​ຈະ​ຂ້າ​ບາງຄົນ ແລະ​ຈະ​ຂົ່ມເຫັງ​ບາງຄົນ.’


ຄາວນັ້ນ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ ມີ​ບາງຄົນ​ເປັນ​ຜູ້ທຳນວາຍ ແລະ​ອາຈານ ຄື​ບາຣະນາບາ, ຊີໂມນ​ຜູ້​ທີ່​ຄົນ​ເອີ້ນ​ວ່າ ນີເກີ, ລູກີໂອ​ຊາວ​ເມືອງ​ກີເຣເນ, ມານາເອນ ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ເຕີບ​ໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ ຜູ້​ປົກຄອງ ແລະ​ໂຊໂລ.


ຢູດາ​ກັບ​ຊີລາ ກໍ​ເປັນ​ຜູ້​ປະກາດ​ພຣະທຳ​ເໝືອນກັນ ໄດ້​ກ່າວ​ຢ່າງ​ຍືດຍາວ​ແກ່​ພວກ​ພີ່ນ້ອງ​ເພື່ອ​ໜູນໃຈ ແລະ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ.


‘ພຣະເຈົ້າ​ຊົງ​ກ່າວ​ວ່າ, ໃນ​ຍຸກ​ສຸດທ້າຍ​ນັ້ນ ເຮົາ​ຈະ​ຖອກ​ເທ​ພຣະວິນຍານ​ຂອງເຮົາ​ລົງ​ໃສ່​ມະນຸດ​ທັງປວງ. ລູກຊາຍ ແລະ ລູກ​ຍິງ​ຂອງ​ພວກເຈົ້າ ຈະ​ທຳນວາຍ ຊາຍ​ໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ ນິມິດ ແລະ​ພວກ​ຊາຍເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ.


ຟີລິບ​ມີ​ລູກສາວ​ສີ່​ຄົນ​ທີ່​ບໍ່​ທັນ​ແຕ່ງງານ​ເທື່ອ ແລະ​ຕ່າງ​ກໍ​ເປັນ​ຜູ້​ປະກາດ​ພຣະທຳ.


ດ້ວຍວ່າ, ເຮົາ​ປາຖະໜາ​ຢາກ​ເຫັນ​ພວກເຈົ້າ​ຫລາຍ ເພື່ອ​ຈະ​ໄດ້​ນຳ​ເອົາ​ຂອງ​ປະທານ​ຝ່າຍ​ຈິດ​ວິນຍານ​ບາງ​ຢ່າງ ມາ​ໃຫ້​ພວກເຈົ້າ​ເພື່ອ​ເສີມ​ກຳລັງ​ໃຈ​ພວກເຈົ້າ.


ເນື່ອງ​ຈາກ​ວ່າ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພຣະຄຸນ​ແກ່​ເຮົາ, ເຮົາ​ຈຶ່ງ​ຂໍ​ບອກ​ພວກເຈົ້າ​ທຸກຄົນ​ວ່າ ຢ່າ​ຄິດ​ຖືຕົວ​ເກີນ​ທີ່​ຕົນ​ເປັນ​ຢູ່ ແຕ່​ໃຫ້​ຄິດ​ສົມເຫດ​ສົມຜົນ ໃຫ້​ຄິດ​ສົມກັບ​ຂະໜາດ​ແຫ່ງ​ຄວາມເຊື່ອ ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ແຕ່ລະຄົນ​ນັ້ນ.


ທີ່​ຈິງ​ແລ້ວ ພຣະເຈົ້າ​ໄດ້​ຕັ້ງ​ອະໄວຍະວະ​ແຕ່ລະ​ພາກ​ສ່ວນ​ໄວ້​ຢູ່​ໃນ​ຮ່າງກາຍ ຕາມ​ທີ່​ພຣະອົງ​ຊົງ​ພໍພຣະໄທ.


ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້​ ແລະ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ​ທັງປວງ ແລະ​ມີ​ຄວາມຮູ້​ທັງ​ສິ້ນ ແລະ​ມີ​ຄວາມເຊື່ອ​ຢ່າງ​ຄົບຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນທີ່​ໄປ​ໄດ້, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ບໍ່ມີ​ຄ່າ​ອັນ​ໃດ.


ຈົ່ງ​ຕັ້ງ​ຈຸດ​ມຸ່ງໝາຍ​ຫາ​ຄວາມຮັກ ຈົ່ງ​ຮ້ອນ​ໃຈ​ສະແຫວງ​ຫາ​ຂອງ​ປະທານ​ຝ່າຍ​ພຣະວິນຍານ ໂດຍ​ສະເພາະ​ແມ່ນ​ຂອງ​ປະທານ​ໃນ​ການ​ປະກາດ​ພຣະທຳ.


ແຕ່​ຖ້າ​ທຸກຄົນ​ປະກາດ​ພຣະທຳ​ແລ້ວ ມີ​ຄົນ​ທີ່​ບໍ່​ເຊື່ອ ຫລື​ຄົນ​ທຳມະດາ​ເຂົ້າ​ມາ ທຸກຄົນ​ຈະ​ເປັນ​ເຫດ​ໃຫ້​ພວກເຂົາ​ຮູ້​ເມື່ອ​ຕົວ ແລະ​ເປັນ​ເຫດ​ໃຫ້​ພວກເຂົາ​ເກີດ​ຄວາມ​ສັງເກດ​ໃນ​ຈິດໃຈ​ຂອງ​ພວກເຂົາ.


ຝ່າຍ​ພວກ​ຜູ້​ປະກາດ​ພຣະທຳ​ນັ້ນ ໃຫ້​ກ່າວ​ແຕ່​ສອງ​ຫລື​ສາມ​ຄົນ ແລະ​ໃຫ້​ພວກ​ຄົນອື່ນ​ຮັບ​ພິຈາລະນາ​ເອົາ​ຂໍ້ຄວາມ​ທີ່​ເຂົາ​ກ່າວ​ນັ້ນ.


ຖ້າດັ່ງນັ້ນ ອາໂປໂລ​ແມ່ນ​ຜູ້ໃດ? ແລະ ໂປໂລ​ແມ່ນ​ຜູ້ໃດ? ກໍ​ເປັນ​ພຽງແຕ່​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ທີ່​ໄດ້​ນຳ​ພວກເຈົ້າ​ໃຫ້​ເຊື່ອ​ເທົ່ານັ້ນ, ພວກເຮົາ​ແຕ່ລະຄົນ ຮັບໃຊ້​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ມອບໝາຍ​ໃຫ້.


ເຮົາ​ປາຖະໜາ​ໃຫ້​ທຸກຄົນ​ເປັນ​ເໝືອນ​ຕົວ​ເຮົາ ແຕ່​ທຸກຄົນ​ກໍໄດ້​ຮັບ​ຂອງ​ປະທານ​ຈາກ​ພຣະເຈົ້າ​ອັນ​ເໝາະສົມ​ກັບ​ຕົນ ຜູ້ໜຶ່ງ​ໄດ້​ຮັບ​ຢ່າງ​ນັ້ນ ແລະ​ອີກ​ຜູ້ໜຶ່ງ​ໄດ້​ຮັບ​ຢ່າງ​ນີ້.


ເພາະວ່າ ຖ້າ​ມີ​ນໍ້າໃຈ​ພ້ອມ​ຢູ່​ແລ້ວ ພຣະເຈົ້າ​ກໍ​ຊົງ​ພໍພຣະໄທ​ທີ່​ຈະ​ຊົງ​ຮັບ​ຕາມ​ທີ່​ທຸກຄົນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ພວກເຂົາ​ບໍ່ມີ.


ຊຶ່ງ​ໃນ​ສະໄໝ​ກ່ອນ ພຣະອົງ​ບໍ່ໄດ້​ໃຫ້​ມະນຸດສະໂລກ​ຮູ້​ຄວາມ​ເລິກລັບ​ນີ້ ແຕ່​ບັດນີ້​ພຣະອົງ​ໄດ້​ເປີດເຜີຍ​ເລື່ອງ​ນັ້ນ ໃຫ້​ແກ່​ບັນດາ​ອັກຄະສາວົກ​ທີ່​ບໍຣິສຸດ​ຂອງ​ພຣະອົງ ແລະ​ພວກ​ຜູ້​ປະກາດ​ພຣະທຳ​ໂດຍ​ທາງ​ພຣະວິນຍານ.


ຂອງ​ພຣະ​ຣາຊທານ​ຂອງ​ພຣະອົງ ກໍ​ຄື​ໃຫ້​ບາງຄົນ​ເປັນ​ອັກຄະສາວົກ, ບາງຄົນ​ເປັນ​ຜູ້​ປະກາດ​ພຣະທຳ, ບາງຄົນ​ເປັນ​ຜູ້​ປະກາດ​ຂ່າວປະເສີດ, ບາງຄົນ​ເປັນ​ສິດຍາພິບານ ແລະ ຄູ​ສາສະໜາ.


ເຮົາ​ທຸກຄົນ​ທີ່​ເປັນ​ຜູ້​ໃຫຍ່​ແລ້ວ​ຝ່າຍ​ຄວາມເຊື່ອ ຄວນ​ຄິດ​ຢ່າງ​ດຽວກັນ​ນີ້ ແຕ່​ຖ້າ​ບາງຄົນ​ໃນ​ພວກເຈົ້າ​ຄິດ​ຢ່າງ​ອື່ນ ພຣະເຈົ້າ​ກໍ​ຈະ​ໃຫ້​ພວກເຈົ້າ​ເຂົ້າໃຈ​ເລື່ອງ​ນີ້​ຢ່າງ​ຈະແຈ້ງ.


ຢ່າ​ປະໝາດ​ຄຳທຳນວາຍ.


ກ່ອນ​ອື່ນ​ເຈົ້າ​ທັງຫລາຍ​ຕ້ອງ​ເຂົ້າໃຈ​ຂໍ້​ນີ້ ຄື​ຜູ້ໃດ​ຜູ້ໜຶ່ງ​ຈະ​ຕີ​ຄວາມໝາຍ​ຂອງ​ຄຳທຳນວາຍ ໃນ​ພຣະຄຳພີ​ເອົາ​ເອງ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka