Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 12:2 - ພຣະຄຳພີສັກສິ

2 ຢ່າ​ດຳເນີນ​ຊີວິດ​ເໝືອນ​ຢ່າງ​ຊາວ​ໂລກນີ້ ແຕ່​ຈົ່ງ​ຮັບ​ການ​ຊົງ​ປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ອຸປະນິໄສ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ປ່ຽນ​ໃໝ່ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ຈະ​ຮູ້​ວ່າ​ອັນ​ໃດ​ດີ ອັນ​ໃດ​ເປັນ​ທີ່​ພໍພຣະໄທ ແລະ​ອັນ​ໃດ​ດີທີ່ສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຢ່າ​ດຳເນີນຊີວິດ​ເໝືອນ​ຢ່າງ​ຄົນ​ໃນ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ພວກເຈົ້າ​ຈະ​ສາມາດ​ພິສູດ ແລະ ຢືນຢັນ​ໄດ້​ວ່າ​ສິ່ງໃດ​ຄື​ຄວາມ​ປະສົງ​ທີ່​ດີ, ເປັນ​ທີ່​ຍອມ​ຮັບ ແລະ ສົມບູນແບບ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 12:2
61 Jak'a apnaqawi uñst'ayäwi  

ບັດນີ້ ໃຫ້​ພວກທ່ານ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກທ່ານ ແລະ​ປະພຶດ​ໃຫ້​ພຣະອົງ​ພໍພຣະໄທ. ຈົ່ງ​ແຍກຕົວ​ອອກ​ຈາກ​ຄົນຕ່າງຊາດ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຮົາ ແລະ​ກຳຈັດ​ພວກເມຍ​ຕ່າງຊາດ​ຂອງ​ພວກເຈົ້າ​ໃຫ້​ອອກ​ໜີໄປ​ເສຍ.”


ຣົດຊາດ​ແຫ່ງ​ຖ້ອຍຄຳ​ຂອງ​ພຣະອົງ​ຫວານຊື່ນ​ເຫລືອຫລາຍ ບໍ່ມີ​ສິ່ງໃດ​ປຽບປານ ຄື​ຫວານ​ຫລາຍກວ່າ​ນໍ້າເຜິ້ງ​ທີ່​ຢູ່​ໃນ​ປາກ​ຂອງ​ຂ້ານ້ອຍ.


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ເຮັດ​ຕາມ​ທຸກ​ຄຳແນະນຳ​ຂອງ​ພຣະອົງ ເພາະວ່າ​ຂ້ານ້ອຍ​ກຽດຊັງ​ການ​ປະພຶດ​ຜິດ​ທຸກຢ່າງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຄອງຄອຍ​ການ​ໂຜດ​ຊ່ວຍ​ຂອງ​ພຣະອົງ ຫວັງ​ແຕ່​ໃຫ້​ພຣະອົງ​ຊ່ວຍຊູ. ຂ້ານ້ອຍ​ພົບ​ຄວາມສຸກ​ໃນ​ກົດບັນຍັດ​ຂອງ​ພຣະອົງ.


ກົດບັນຍັດ​ທີ່​ພຣະອົງ​ໃຫ້ ມີ​ຄວາມໝາຍ​ແກ່​ຂ້ານ້ອຍ ຫລາຍກວ່າ​ເງິນຄຳ​ທັງໝົດ​ທີ່​ມີ​ຢູ່​ໃນ​ໂລກນີ້.


ຂ້ານ້ອຍ​ຮັກ​ກົດບັນຍັດ​ຂອງ​ພຣະອົງ​ຫລວງຫລາຍ​ທີ່ສຸດ ຂ້ານ້ອຍ​ພາວັນນາ​ເຖິງ​ກົດບັນຍັດ​ຢູ່​ຕະຫລອດ​ວັນ.


ຈົ່ງ​ພິສູດ​ດ້ວຍ​ຕົນເອງ​ເຖີດ​ວ່າ​ພຣະເຈົ້າຢາເວ​ດີ​ສໍ່າໃດ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ປອດໄພ​ຢູ່​ໃນ​ພຣະເຈົ້າ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສ້າງ​ຈິດໃຈ​ຂ້ານ້ອຍ​ໃຫ້​ບໍຣິສຸດ ສວມ​ຈິດວິນຍານ​ໃໝ່​ທັງ​ສັດຊື່​ໃສ່​ໃນ​ຂ້ານ້ອຍ​ດ້ວຍ.


ຢ່າ​ເຂົ້າ​ຂ້າງ​ສຽງ​ສ່ວນຫລາຍ​ເມື່ອ​ພວກເຂົາ​ເຮັດ​ຜິດ ຫລື​ເມື່ອ​ພວກເຂົາ​ສະແດງ​ຫຼັກຖານ ເພື່ອ​ນຳ​ໄປ​ໃຊ້​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ.


ຈົ່ງ​ເລີກ​ເຮັດ​ການຊົ່ວ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ດຳເນີນ​ຢູ່​ນັ້ນ​ສາ ແລະ​ຈົ່ງ​ຕັ້ງ​ຄວາມຄິດ​ໃໝ່​ແລະ​ເອົາ​ຈິດໃຈ​ໃໝ່. ເປັນຫຍັງ​ຊາວ​ອິດສະຣາເອນ ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຄວາມຄິດ ແລະ​ຈິດໃຈ​ໃໝ່. ເຮົາ​ຈະ​ເອົາ​ຈິດໃຈ​ດື້ດ້ານ​ທີ່​ແຂງ​ດັ່ງ​ຫີນ​ໜີໄປ ແລະ​ຈະ​ເອົາ​ຈິດໃຈ​ເປັນ​ເນື້ອໜັງ​ທີ່​ເຊື່ອຟັງ​ໃຫ້​ພວກເຈົ້າ.


ບາງ​ເມັດ​ທີ່​ຕົກ​ໃສ່​ກາງ​ຟຸ່ມ​ໜາມ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແຕ່​ຍັງ​ກັງວົນ​ເຖິງ​ຊີວິດ​ຢູ່​ໃນ​ໂລກນີ້ ແລະ​ຄວາມ​ຢາກ​ຮັ່ງ​ຢາກ​ມີ​ຫຸ້ມຮັດ​ພຣະທຳ​ນັ້ນ​ເສຍ​ຈຶ່ງ​ບໍ່​ເກີດຜົນ.


ແຕ່​ເຂົາ​ມີ​ຄວາມ​ກັງວົນ​ເຖິງ​ຊີວິດ​ນີ້, ການ​ຢາກຮັ່ງ​ຢາກມີ, ຕະຫລອດ​ທັງ​ຄວາມ​ຕ້ອງການ​ທຸກສິ່ງ​ທຸກຢ່າງ ໄດ້​ເຂົ້າ​ມາ​ຫຸ້ມ​ຮັດ​ພຣະທຳ​ໄວ້ ພຣະທຳ​ຈຶ່ງ​ບໍ່​ເກີດຜົນ


ແຕ່​ນີ້​ໄປ ເຮົາ​ຈະ​ບໍ່​ສົນທະນາ​ຫລາຍ​ຄຳ​ກັບ​ພວກເຈົ້າ ເພາະ​ຜູ້ປົກຄອງ​ໂລກນີ້​ກຳລັງ​ມາ ຜູ້​ນັ້ນ​ບໍ່ມີ​ສິດອຳນາດ​ເໜືອ​ເຮົາ


ຖ້າ​ເຈົ້າ​ທັງຫລາຍ​ເປັນ​ຝ່າຍ​ໂລກ ໂລກ​ກໍ​ຈະ​ຮັກແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ ແຕ່​ເພາະ​ເຈົ້າ​ທັງຫລາຍ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ ແລະ​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ອອກ​ຈາກ​ໂລກນີ້ ເພາະສະນັ້ນ ໂລກ​ຈຶ່ງ​ກຽດຊັງ​ພວກເຈົ້າ.


ຝ່າຍ​ຂ້ານ້ອຍ​ໄດ້​ມອບ​ພຣະຄຳ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ແລ້ວ ແລະ​ໂລກນີ້​ໄດ້​ກຽດຊັງ​ພວກເຂົາ ເພາະ​ພວກເຂົາ​ບໍ່​ເປັນ​ຂອງ​ໂລກ ເໝືອນ​ດັ່ງ​ຂ້ານ້ອຍ​ບໍ່​ເປັນ​ຂອງ​ໂລກ.


ໂລກ​ບໍ່​ສາມາດ​ກຽດຊັງ​ພວກເຈົ້າ ແຕ່​ວ່າ​ມັນ​ກຽດຊັງ​ເຮົາ ເພາະ​ເຮົາ​ເປັນ​ພະຍານ​ວ່າ​ກິດຈະການ​ຂອງ​ໂລກ​ນັ້ນ​ຊົ່ວຮ້າຍ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ອັນ​ມີ​ຊີວິດ ເປັນ​ອັນ​ບໍຣິສຸດ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ຊຶ່ງ​ເປັນ​ການ​ນະມັດສະການ​ໃຫ້​ສົມ​ກັບ​ຝ່າຍ​ວິນຍານ​ຂອງ​ເຈົ້າ​ທັງຫລາຍ.


ແຕ່​ຈົ່ງ​ປະດັບ​ຕົວ​ດ້ວຍ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຢ່າ​ຈັດ​ຫາ​ອັນ​ໃດ​ເພື່ອ​ສະໜອງ​ຕັນຫາ​ຂອງ​ເນື້ອກາຍ.


ດ້ວຍເຫດນັ້ນ ກົດບັນຍັດ​ຈຶ່ງ​ເປັນ​ສິ່ງ​ສັກສິດ​ໃນ​ຕົວ ແລະ​ຂໍ້​ບັນຍັດ​ກໍ​ສັກສິດ, ຍຸດຕິທຳ ແລະ​ດີ​ງາມ.


ພວກເຮົາ​ຮູ້​ແລ້ວ​ວ່າ ກົດບັນຍັດ​ເປັນ​ມາ​ໂດຍ​ຝ່າຍ​ພຣະວິນຍານ, ແຕ່​ສ່ວນ​ເຮົາ​ເປັນ​ຝ່າຍ​ມະນຸດ​ທຳມະດາ​ທີ່​ຕາຍ​ເປັນ ຊຶ່ງ​ໄດ້​ຖືກ​ຂາຍ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ບາບ.


ສ່ວນ​ເລິກ​ໃນ​ຈິດໃຈ​ຂອງເຮົາ​ແລ້ວ ເຮົາ​ກໍ​ພໍໃຈ​ປິຕິ​ຍິນດີ​ກັບ​ກົດບັນຍັດ​ຂອງ​ພຣະເຈົ້າ.


ດ້ວຍວ່າ, ປັນຍາ​ຂອງ​ໂລກນີ້ ກໍ​ເປັນ​ຄວາມ​ໂງ່​ຕໍ່ສາຍຕາ​ຂອງ​ພຣະເຈົ້າ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຈັບ​ຄົນມີ​ປັນຍາ​ດ້ວຍ​ອຸບາຍ​ຂອງ​ເຂົາ​ເອງ.”


ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.


ເຫດສະນັ້ນ, ຖ້າ​ຜູ້ໃດ​ຢູ່​ໃນ​ພຣະຄຣິດ ຜູ້ນັ້ນ​ກໍ​ເປັນ​ຄົນ​ທີ່​ຖືກ​ຊົງ​ສ້າງ​ຂຶ້ນ​ໃໝ່​ແລ້ວ ຖານະ​ເກົ່າ​ເຫຼົ່ານັ້ນ​ກໍ​ລ່ວງ​ໄປ​ແລ້ວ ເບິ່ງແມ! ກາຍເປັນ​ສິ່ງ​ໃໝ່​ທັງ​ນັ້ນ.


ເພື່ອ​ໂຜດ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຍຸກ​ອັນ​ຊົ່ວຊ້າ​ໃນ​ປະຈຸບັນ​ນີ້ ພຣະຄຣິດ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ການບາບ​ຂອງ​ພວກເຮົາ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ພວກເຮົາ.


ແລະ​ຂໍ​ຊົງ​ໂຜດ​ໃຫ້​ຕາ​ພາຍ​ໃນ​ຂອງ​ເຈົ້າ​ທັງຫລາຍ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ໃນ​ການ​ທີ່​ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ນັ້ນ ພຣະອົງ​ໄດ້​ຊົງ​ປະທານ​ຄວາມຫວັງ​ອັນ​ໃດ​ແກ່​ພວກເຈົ້າ ແລະ​ຮູ້​ວ່າ​ມໍຣະດົກ​ຂອງ​ພຣະອົງ​ສຳລັບ​ພວກ​ໄພ່ພົນ​ຂອງ​ພຣະອົງ​ນັ້ນ ມີ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ພຽງ​ໃດ.


ໃນ​ເວລາ​ນັ້ນ ພວກເຈົ້າ​ໄດ້​ປະຕິບັດ​ຕາມ​ທາງ​ອັນ​ຊົ່ວຊ້າ​ແຫ່ງ​ໂລກນີ້ ຄື​ພວກເຈົ້າ​ເຊື່ອຟັງ​ຕາມ​ຜູ້​ທີ່​ມີ​ຣິດອຳນາດ​ປົກຄອງ​ຢູ່​ໃນ​ຍ່ານ​ອາກາດ ຄື​ວິນຍານ​ຊຶ່ງ​ຄອບງຳ​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ບໍ່​ເຊື່ອຟັງ​ພຣະເຈົ້າ.


ສະນັ້ນ ຢ່າ​ສູ່​ເປັນ​ຄົນໂງ່ຈ້າ ແຕ່​ຈົ່ງ​ຊອກ​ຮູ້​ວ່າ ສິ່ງໃດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຢາກ​ໃຫ້​ພວກເຈົ້າ​ເຮັດ.


ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ.


ແລະ​ສວມ​ສະພາບ​ມະນຸດ​ຄົນ​ໃໝ່​ແລ້ວ ໄດ້​ຖືກ​ຊົງ​ສ້າງ​ຂຶ້ນ​ໃຫ້​ເປັນ​ຄົນ​ໃໝ່​ຢູ່​ສະເໝີ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ເໝືອນ​ພຣະອົງ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ຮູ້ຈັກ​ພຣະອົງ​ຢ່າງ​ຄົບຖ້ວນ​ບໍລິບູນ.


ເອປາ​ຟາ ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ ເພິ່ນ​ພາວັນນາ​ອະທິຖານ​ຢ່າງ​ຮ້ອນຮົນ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ໂດຍ​ຂໍ​ພຣະເຈົ້າ​ບັນດານ​ໃຫ້​ພວກເຈົ້າ​ຕັ້ງໝັ້ນ​ຢູ່ ເປັນ​ຜູ້​ໃຫຍ່​ຄົບຖ້ວນ ແລະ​ເປັນ​ຜູ້​ທີ່​ມີ​ຄວາມ​ໝັ້ນໃຈ ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ສິ່ງ​ນີ້​ແຫຼະ ແມ່ນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຈົ້າ​ເປັນ​ຄົນ​ບໍຣິສຸດ ແລະ​ເວັ້ນ​ຈາກ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ.


ພຣະອົງ​ໄດ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ບໍ່ແມ່ນ​ຍ້ອນ​ກິດຈະການ​ອັນ​ຊອບທຳ​ທີ່​ພວກເຮົາ​ເອງ​ໄດ້​ເຮັດ ແຕ່​ພຣະອົງ​ໄດ້​ຊົງ​ພຣະ​ກະລຸນາ​ຊຳລະ​ໃຫ້​ພວກເຮົາ​ມີ​ໃຈ​ບັງເກີດ​ໃໝ່ ແລະ​ຊົງ​ສ້າງ​ພວກເຮົາ​ຂຶ້ນ​ໃໝ່ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


ໂອ ຄົນ​ຫລິ້ນຊູ້​ເອີຍ, ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ການ​ເປັນ​ມິດ​ຕໍ່​ໂລກ ກໍ​ຄື​ການ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ? ສະນັ້ນ ຜູ້ໃດ​ທີ່​ຢາກ​ເປັນ​ມິດ​ຕໍ່​ໂລກ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ.


ຈົ່ງ​ເປັນ​ລູກ​ທີ່​ເຊື່ອຟັງ ແລະ​ຢ່າ​ດຳເນີນ​ຊີວິດ​ຕາມ​ຕັນຫາ​ແບບ​ເກົ່າ ທີ່​ພວກເຈົ້າ​ເຄີຍ​ມີ​ໃນ​ຄາວ​ຍັງ​ໂງ່​ຢູ່​ນັ້ນ.


ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ ພວກເຈົ້າ​ຖືກ​ໄຖ່​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່ມີ​ປະໂຫຍດ ທີ່​ສືບທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຈົ້າ ບໍ່ແມ່ນ​ໄຖ່​ດ້ວຍ​ສິ່ງຂອງ​ທີ່​ເສື່ອມສູນ​ໄປ ເໝືອນ​ດັ່ງ​ເງິນ ຫລື​ຄຳ


ພວກເຈົ້າ​ໄດ້​ຄົ້ນ​ພົບ ແລະ​ສຳພັດ​ດ້ວຍ​ຕົນເອງ​ແລ້ວ​ວ່າ, ອົງພຣະ​ຜູ້​ເປັນເຈົ້າ​ປະກອບ​ດ້ວຍ​ພຣະ​ເມດຕາ​ກະລຸນາ.


ເພື່ອ​ຈະ​ບໍ່​ດຳເນີນ​ຊີວິດ​ທີ່​ຍັງເຫລືອ​ຢູ່​ໃນ​ໂລກ ຕາມ​ຄວາມ​ປາຖະໜາ​ຂອງ​ມະນຸດ ແຕ່​ດຳເນີນ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ດ້ວຍ​ສິ່ງ​ເຫຼົ່ານັ້ນ ພຣະອົງ​ໄດ້​ຊົງ​ປະທານ​ພຣະສັນຍາ​ປະເສີດ​ອັນ​ໃຫຍ່ຫລວງ​ແກ່​ເຮົາ​ທັງຫລາຍ ເພື່ອ​ວ່າ​ດ້ວຍ​ສິ່ງ​ເຫຼົ່ານີ້ ພວກເຈົ້າ​ຈຶ່ງ​ໜີ​ພົ້ນ​ໄດ້​ຈາກ​ຄວາມ​ເສື່ອມໂຊມ​ທີ່​ມີ​ຢູ່​ໃນ​ໂລກນີ້​ເພາະ​ຕັນຫາ ແລະ​ຈະ​ໄດ້​ຮັບ​ສ່ວນ​ໃນ​ສະພາບ​ຂອງ​ພຣະອົງ.


ເພາະວ່າ ຖ້າ​ຫລັງຈາກ​ທີ່​ພວກເຂົາ​ພົ້ນ​ແລ້ວ ຈາກ​ກິເລດ​ຕັນຫາ​ຂອງ​ໂລກນີ້. ດ້ວຍ​ການ​ທີ່​ພວກເຂົາ​ຮູ້ຈັກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ, ພວກເຂົາ​ກັບ​ໄປ​ພົວພັນ ແລະ​ຖືກ​ພ່າຍແພ້​ແກ່​ຄົນຊົ່ວຮ້າຍ​ນັ້ນ​ອີກ. ສະພາບ​ບັ້ນປາຍ​ຂອງ​ພວກເຂົາ ກໍ​ກັບ​ຊົ່ວຮ້າຍ​ກວ່າ​ບັ້ນຕົ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ໂລກນີ້​ກຽດຊັງ​ພວກເຈົ້າ​ຢ່າ​ປະຫລາດ​ໃຈ.


ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ພວກເຮົາ​ເກີດ​ຈາກ​ພຣະເຈົ້າ ມະນຸດສະໂລກ​ທັງໝົດ​ຈົມ​ຢູ່​ໃຕ້​ອຳນາດ​ຂອງ​ມານຊົ່ວຮ້າຍ.


ພະຍານາກ​ໃຫຍ່ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ​ທີ່​ເຂົາ​ເອີ້ນ​ວ່າ ມານຮ້າຍ ແລະມານຊາຕານ ຜູ້​ຫລອກລວງ​ມະນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສຍ ມັນ​ກັບ​ບໍລິວານ​ຂອງ​ມັນ ກໍ​ຖືກ​ຊັດຖິ້ມ​ລົງ​ເທິງ​ແຜ່ນດິນ​ໂລກ.


ບັນດາ​ຄົນ​ທັງໝົດ​ທີ່​ຢູ່​ໃນ​ໂລກ​ຈະ​ບູຊາ​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ທະບຽນ​ແຫ່ງ​ຊີວິດ ຕັ້ງແຕ່​ຊົງ​ສ້າງ​ໂລກ ຄື​ທະບຽນ​ພຣະ​ເມສານ້ອຍ​ທີ່​ຊົງ​ຖືກ​ຂ້າ​ເສຍ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka