ໂຣມ 12:16 - ພຣະຄຳພີສັກສິ16 ຈົ່ງເປັນນໍ້າໜຶ່ງໃຈດຽວກັນ ຢ່າຄິດອວດໃຫຍ່ໃຝ່ສູງ ຈົ່ງຮັບຮູ້ຄົນສາມັນຕໍ່າຕ້ອຍ. ແລະຢ່າຖືວ່າຕົນເປັນຄົນສະຫລາດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່16 ຈົ່ງຢູ່ຮ່ວມກັນດ້ວຍຄວາມປອງດອງ ຢ່າອວດອົ່ງຈອງຫອງ ແຕ່ຈົ່ງເຕັມໃຈຄົບຫາສະມາຄົມກັບຄົນທີ່ມີຖານະທີ່ຕ່ຳ ຢ່າອວດອົ່ງທະນົງຕົນ. Uka jalj uñjjattʼäta |
ພຽງແຕ່ໃຫ້ເຈົ້າທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ.