Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 12:11 - ພຣະຄຳພີສັກສິ

11 ຈົ່ງ​ເຮັດ​ວຽກ​ຢ່າງ​ເຕັມ​ກຳລັງ ແລະ​ຢ່າ​ກຽດຄ້ານ ຈົ່ງ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ຈິດໃຈ​ຮ້ອນຮົນ​ດ້ວຍ​ພຣະວິນຍານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ຢ່າ​ຂາດ​ຄວາມ​ກະຕືລືລົ້ນ ແຕ່​ຈົ່ງ​ຮັກສາ​ຄວາມຮ້ອນຮົນ​ຝ່າຍ​ຈິດວິນຍານ​ຂອງ​ພວກເຈົ້າ​ໄວ້ ແລະ ຮັບໃຊ້​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 12:11
33 Jak'a apnaqawi uñst'ayäwi  

ກະສັດ​ຟາໂຣ​ຈຶ່ງ​ຕອບ​ວ່າ, “ພວກເຈົ້າ​ຂີ້ຄ້ານ​ແລະ​ບໍ່​ຢາກ​ເຮັດ​ວຽກ ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຂໍ​ອະນຸຍາດ​ໄປ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ.


ນໍ້າສົ້ມ​ກັບ​ແຂ້ວ​ແລະ​ຄວັນໄຟ​ກັບ​ຕາ​ບໍ່​ຖືກ​ກັນ​ສັນໃດ ຄົນ​ຂີ້ຄ້ານ​ກັບ​ນາຍຈ້າງ​ກໍ​ບໍ່​ຫ່ອນ​ຖືກ​ກັນ​ສັນນັ້ນ.


ຄົນ​ຂີ້ຄ້ານ​ຈະ​ບໍ່ໄດ້​ສິ່ງ​ທີ່​ຕົນ​ໄຝ່ຝັນ, ແຕ່​ຄົນ​ດຸໝັ່ນ​ຈະ​ໄດ້​ຕາມ​ທີ່​ຕົນ​ຕ້ອງການ​ທັງນັ້ນ.


ຄົນ​ຂີ້ຄ້ານ​ກໍ​ຊົ່ວຊ້າ​ສໍ່າກັບ​ຄົນ​ທີ່​ທຳລາຍ​ໝູ່ເພື່ອນ​ຂອງຕົນເອງ.


ຈົ່ງ​ນຳ​ເອົາ​ຄົນ​ທີ່​ເຮັດ​ວຽກ​ດີ​ມາ​ໃຫ້​ຂ້ອຍ​ເບິ່ງ ແລະ​ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ເຮັດ​ວຽກ​ດີ​ຍອດຢ້ຽມ ແລະ​ສົມ​ທີ່​ຈະ​ເປັນ​ເພື່ອນ​ຂອງ​ບັນດາ​ກະສັດ.


ນາງ​ນອນເດິກ​ແລະ​ຕື່ນເຊົ້າ ຈັດຕຽມ​ອາຫານ​ໃຫ້​ຄອບຄົວ ແລະ​ທັງ​ບອກ​ວຽກ​ໃຫ້​ສາວໃຊ້​ນຳ​ໄປ​ປະຕິບັດ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ພຣະອົງ​ກ່າວ​ວ່າ, “ບັນດາ​ຜູ້ນຳ​ທັງໝົດ ຄື​ຜູ້​ທີ່​ຖືກ​ສົ່ງ​ມາ​ຕັກເຕືອນ​ປະຊາຊົນ​ຂອງເຮົາ​ນັ້ນ​ຕາບອດ​ໝົດ ພວກເຂົາ​ບໍ່​ຮູ້ຈັກ​ຫຍັງ. ພວກເຂົາ​ເປັນ​ດັ່ງ​ໝາ​ນອນ​ເຝົ້າ​ທີ່​ບໍ່​ເຫົ່າ ຄື​ມັກ​ເອ່ນ​ຕົວ​ລົງ ແລະ​ເພີ້ຝັນ. ພວກເຂົາ​ມັກ​ນອນ​ຫລາຍ​ແທ້.


ຄວາມ​ຊົ່ວຮ້າຍ​ຈະ​ແຜ່​ກວ້າງ​ຢູ່​ທຸກ​ແຫ່ງ​ຫົນ ຄວາມຮັກ​ຂອງ​ຄົນ​ສ່ວນ​ຫລາຍ​ເຢັນ​ລົງ.


ນາຍ​ຂອງ​ລາວ​ຕອບ​ວ່າ, ‘ອ້າຍ​ຄົນ​ໃຊ້​ຜູ້​ຊົ່ວຊ້າ​ແລະ​ກຽດຄ້ານ​ເອີຍ ເຈົ້າ​ຮູ້​ວ່າ ເຮົາ​ເກັບກ່ຽວ​ເອົາ​ຜົນ​ໃນ​ບ່ອນ​ທີ່​ເຮົາ​ບໍ່ໄດ້​ຫວ່ານ ແລະ​ຮວບຮວມ​ເອົາ​ຜົນລະປູກ​ໃນ​ບ່ອນ​ທີ່​ເຮົາ​ບໍ່ໄດ້​ຝັດ?’


ລາວ​ໄດ້​ຮັບ​ການ​ຝຶກຝົນ​ໃນ​ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ກ່າວ​ສັ່ງສອນ​ເຖິງ​ເລື່ອງ​ຂອງ​ພຣະເຢຊູເຈົ້າ​ຢ່າງ​ຖືກຕ້ອງ ແລະ​ໜັກແໜ້ນ. ເຖິງ​ປານ​ນັ້ນ​ເພິ່ນ​ເອງ​ກໍ​ຮູ້​ພຽງແຕ່​ບັບຕິສະມາ​ຂອງ​ໂຢຮັນ​ເທົ່ານັ້ນ.


ຂ້າພະເຈົ້າ​ໄດ້​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍ​ຄວາມ​ຖ່ອມຕົວ​ທຸກຢ່າງ ດ້ວຍ​ນໍ້າຕາ​ໄຫລ ແລະ​ໂດຍ​ຜ່ານ​ຜ່າ​ຄວາມ​ຍາກ​ລຳບາກ​ນາໆ​ປະການ ທີ່​ຂ້າພະເຈົ້າ​ໄດ້​ຮັບ ເພາະ​ການ​ປອງຮ້າຍ​ຂອງ​ພວກ​ຢິວ.


ດ້ວຍວ່າ, ຜູ້​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ ເມື່ອ​ຍັງ​ເປັນ​ທາດຮັບໃຊ້​ຢູ່​ກໍ​ເປັນ​ອິດສະຫລະ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ໃນທຳນອງ​ດຽວກັນ ຜູ້​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ ເມື່ອ​ເປັນ​ອິດສະຫລະ ກໍ​ເປັນ​ທາດຮັບໃຊ້​ຂອງ​ພຣະຄຣິດ.


ຝ່າຍ​ຄົນ​ທີ່​ເຄີຍ​ລັກ​ກໍ​ຈົ່ງ​ເຊົາ​ລັກ​ຕໍ່ໄປ, ແຕ່​ໃຫ້​ລົງ​ມື​ເຮັດ​ວຽກ​ເພື່ອ​ລ້ຽງຊີບ​ໃນ​ທາງ​ສັດຊື່ ເພື່ອ​ຈະ​ໄດ້​ມີ​ສ່ວນ​ຊ່ວຍເຫລືອ​ຄົນ​ຍາກຈົນ.


ຝ່າຍ​ນາຍ​ທັງຫລາຍ ຈົ່ງ​ປະຕິບັດ​ຕໍ່​ຄົນຮັບໃຊ້​ຂອງຕົນ ຢ່າງ​ຖືກຕ້ອງ​ແລະ​ທ່ຽງທຳ, ຈົ່ງ​ຮູ້​ໄວ້​ວ່າ ພວກເຈົ້າ​ກໍ​ມີ​ນາຍ​ອົງ​ໜຶ່ງ​ຢູ່​ໃນ​ສະຫວັນ​ເໝືອນກັນ.


ນອກ​ນັ້ນ​ພວກເຂົາ​ຍັງ​ເປັນ​ຄົນ​ມັກ​ຢູ່​ລ້າ ທຽວ​ຂຶ້ນ​ເຮືອນນັ້ນ​ເຮືອນນີ້ ຍິ່ງ​ຮ້າຍ​ກວ່າ​ນັ້ນ ພວກເຂົາ​ມັກ​ເວົ້າຂວັນ​ນິນທາ ມັກ​ຫຍຸ້ງກ່ຽວ​ຢູ່​ກັບ​ກິດທຸລະ​ຂອງ​ຄົນອື່ນ ແລະ​ມັກ​ເວົ້າ​ແຕ່​ສິ່ງ​ທີ່​ບໍ່​ສົມຄວນ.


ເຫດສະນັ້ນ ເນື່ອງ​ດ້ວຍ​ພວກເຮົາ​ຮັບ​ແຜ່ນດິນ​ທີ່​ຫວັ່ນໄຫວ​ບໍ່ໄດ້​ແລ້ວ, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພື່ອ​ພວກເຮົາ​ຈະ​ໄດ້​ບົວລະບັດ​ພຣະເຈົ້າ ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ດ້ວຍ​ຄວາມ​ເຄົາຣົບ​ຢຳເກງ.


ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ​ໝົດ ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ ເພາະ​ຄວາມຮັກ​ກໍ​ປິດບັງ​ຄວາມ​ຜິດບາບ​ໄວ້​ຢ່າງ​ຫລວງຫລາຍ.


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ ຄື​ເຈົ້າ​ໄດ້​ປະຖິ້ມ​ຄວາມຮັກ​ເດີມ​ຂອງ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka