Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 12:10 - ພຣະຄຳພີສັກສິ

10 ຈົ່ງ​ຮັກ​ຊຶ່ງກັນແລະກັນ​ເໝືອນ​ສັນ​ພີ່ນ້ອງ ສ່ວນ​ການ​ໃຫ້ກຽດ​ຊຶ່ງກັນແລະກັນ​ນັ້ນ ຈົ່ງ​ຖື​ວ່າ​ຜູ້ອື່ນ​ດີກວ່າ​ຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ຈົ່ງ​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ ຈົ່ງ​ໃຫ້​ກຽດ​ເຊິ່ງກັນແລະກັນ​ໂດຍ​ຖື​ວ່າ​ຜູ້​ອື່ນ​ດີ​ກວ່າ​ຕົນ.

Uka jalj uñjjattʼäta Copia luraña




ໂຣມ 12:10
30 Jak'a apnaqawi uñst'ayäwi  

ສະນັ້ນ ໃຫ້​ພວກເຮົາ​ແຍກທາງ​ກັນ​ເສຍ. ຈົ່ງ​ເລືອກ​ເອົາ​ທີ່ດິນ​ທີ່​ເຈົ້າ​ຕ້ອງການ. ຖ້າ​ເຈົ້າ​ໄປ​ທາງ​ຊ້າຍ ຂ້ອຍ​ກໍ​ຈະ​ໄປ​ທາງ​ຂວາ ຖ້າ​ເຈົ້າ​ໄປ​ທາງ​ຂວາ ຂ້ອຍ​ກໍ​ຈະ​ໄປ​ທາງ​ຊ້າຍ.”


ພວກ​ລູກຊາຍ​ຂອງ​ໂຢບ​ໄດ້​ຕົກຜຽນ​ກັນ​ຈັດ​ງານກິນລ້ຽງ​ຂຶ້ນ ຊຶ່ງ​ລູກຊາຍ​ຄົນອື່ນໆ​ກໍ​ມີ​ໜ້າ​ຢູ່​ໃນ​ທີ່ນັ້ນ​ທຸກຄົນ ແລະ​ພວກເຂົາ​ໄດ້​ເຊີນ​ນ້ອງສາວ​ສາມ​ຄົນ​ມາ​ຮ່ວມ​ນຳ​ສະເໝີ.


ເປັນ​ການດີ​ແທ້ໆ ຊ່າງ​ສຸກໃຈ​ອີຫລີ ທີ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢູ່​ຮ່ວມກັນ ດ້ວຍ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ


ລາວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ເອົາ​ຜ້າ​ຂາດ​ຮອງ​ຂີ້ແຮ້​ຂ້າພະເຈົ້າ​ໄວ້ ເພື່ອ​ວ່າ​ເຊືອກ​ຈະ​ບໍ່​ບາດ​ຕົວ​ຂ້າພະເຈົ້າ. ຂ້າພະເຈົ້າ​ຈຶ່ງ​ເຮັດ​ຕາມ​ທີ່​ລາວ​ໄດ້​ບອກ


ແຕ່​ໃນ​ທ່າມກາງ​ພວກເຈົ້າ​ບໍ່​ເປັນ​ດັ່ງນັ້ນ, ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ໃຫຍ່ ຜູ້ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ


ແຕ່​ເມື່ອ​ມີ​ຄົນ​ເຊີນ​ເຈົ້າ​ໄປ​ໃນ​ງານ ຈົ່ງ​ໄປ​ນັ່ງ​ບ່ອນ​ຕໍ່າ​ທີ່ສຸດ ເພື່ອ​ວ່າ​ເມື່ອ​ເຈົ້າພາບ​ມາ​ແລ້ວ ເຂົາ​ຈະ​ເວົ້າ​ກັບ​ເຈົ້າ​ວ່າ, ‘ສະຫາຍ​ເອີຍ ເຊີນ​ໄປ​ນັ່ງ​ບ່ອນ​ສູງ​ກວ່າ.’ ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດ ຕໍ່ໜ້າ​ບັນດາ​ແຂກ​ທຸກຄົນ ທີ່​ໄດ້​ຖືກ​ເຊີນ​ມາ​ນັ້ນ.


ນີ້ແຫລະ ແມ່ນ​ຂໍ້ຄວາມ​ທີ່​ເຮົາ​ສັ່ງ​ພວກເຈົ້າ​ຄື: ‘ຈົ່ງ​ຮັກ​ຊຶ່ງກັນແລະກັນ.”’


ເພື່ອ​ໃຫ້​ພວກເຂົາ​ທັງໝົດ​ເປັນ​ອັນໜຶ່ງ​ອັນດຽວກັນ, ໂອ ພຣະບິດາເຈົ້າ​ເອີຍ ຂໍໂຜດ​ໃຫ້​ພວກເຂົາ​ຢູ່​ໃນ​ເຮົາ​ທັງສອງ​ເໝືອນ​ກັນ ເໝືອນ​ດັ່ງ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຢູ່​ໃນ​ພຣະອົງ, ຂໍ​ໃຫ້​ພວກເຂົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ ເພື່ອ​ໂລກ​ຈະ​ເຊື່ອ​ວ່າ​ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໃຊ້​ຂ້ານ້ອຍ​ມາ.


ຄົນ​ທັງຫລາຍ​ທີ່​ເຊື່ອ​ນັ້ນ ກໍ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ແລະ​ບໍ່ມີ​ຜູ້ໃດ​ຈັກ​ຄົນ ອ້າງ​ວ່າ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ, ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງໝົດ​ເປັນ​ຂອງ​ກາງ.


ຈົ່ງ​ໃຫ້​ແກ່​ທຸກຄົນ ຕາມ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ ສ່ວຍສາ​ອາກອນ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ພາສີ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ຄວາມ​ຢຳເກງ​ຄວນ​ມີ​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ກຽດຕິຍົດ​ຄວນ​ໃຫ້​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ນັ້ນ​ເປັນ​ຊ່ອງທາງ​ປ່ອຍຕົວ​ໄປ​ຕາມ​ຕັນຫາ​ຂອງ​ຮ່າງກາຍ ແຕ່​ຈົ່ງ​ຮັບໃຊ້​ຊຶ່ງກັນແລະກັນ​ດ້ວຍ​ຄວາມຮັກ​ເທີ້ນ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື: ຄວາມຮັກ, ຄວາມ​ຊົມຊື່ນ​ຍິນດີ, ສັນຕິສຸກ, ຄວາມ​ອົດທົນ​ດົນນານ, ຄວາມ​ເມດຕາປານີ, ຄວາມດີ, ຄວາມ​ສັດຊື່,


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ດ້ວຍວ່າ, ພວກເຮົາ​ໄດ້ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ເຢຊູ ແລະ​ເຖິງ​ເລື່ອງ​ຄວາມຮັກ​ຂອງ​ພວກເຈົ້າ ທີ່​ມີ​ຕໍ່​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ.


ສ່ວນ​ເລື່ອງ​ການ​ຮັກ​ພີ່ນ້ອງ​ທັງຫລາຍ​ນັ້ນ ເຮົາ​ບໍ່​ຈຳເປັນ​ຈະ​ຂຽນ​ຝາກ​ມາ​ໃຫ້​ພວກເຈົ້າ ເພາະ​ເຈົ້າ​ເອງ​ກໍໄດ້​ຮັບ​ການ​ຊົງ​ສັ່ງສອນ​ຈາກ​ພຣະເຈົ້າ​ແລ້ວ​ວ່າ ໃຫ້​ຮັກ​ກັນແລະກັນ.


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ຕະຫລອດ​ເວລາ ກ່ຽວກັບ​ເລື່ອງ​ພວກເຈົ້າ ຊຶ່ງ​ເປັນ​ສິ່ງ​ທີ່​ສົມຄວນ​ສຳລັບ​ພວກເຮົາ ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະເລີນ​ຫລາຍ​ຂຶ້ນ ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ທຸກຄົນ​ທີ່​ມີ​ແກ່​ກັນແລະກັນ ກໍ​ທະວີ​ຂຶ້ນ​ຫລາຍກວ່າ​ເກົ່າ.


ຈົ່ງ​ໃຫ້​ຄວາມຮັກ​ຢ່າງ​ພີ່ນ້ອງ ມີ​ຢູ່​ຕໍ່ກັນ​ສະເໝີ​ໄປ.


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ຈົ່ງ​ໃຫ້ກຽດ​ແກ່​ທຸກໆ​ຄົນ ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວກັນ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຈົ່ງ​ເຄົາຣົບ​ນັບຖື​ຜູ້​ທີ່​ມີ​ອຳນາດ​ສູງສຸດ.


ໃນທຳນອງ​ດຽວກັນ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນກວ່າ ຈົ່ງ​ນ້ອມຟັງ​ຕໍ່​ພວກ​ອາວຸໂສ. ພວກເຈົ້າ​ທຸກຄົນ ຈົ່ງ​ສວມ​ຄວາມ​ຖ່ອມໃຈ ເພື່ອ​ຮັບໃຊ້​ຊຶ່ງກັນແລະກັນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ​ແກ່​ຜູ້​ທີ່​ຖ່ອມໃຈ​ລົງ.”


ເອົາ​ຄວາມຮັກ​ພີ່ນ້ອງ​ເພີ່ມ​ຄວາມ​ເຫຼື້ອມໃສ​ໃນ​ພຣະເຈົ້າ ແລະ​ເອົາ​ຄວາມຮັກ​ຄົນ​ທົ່ວໄປ​ເພີ່ມ​ຄວາມຮັກ​ພີ່ນ້ອງ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຖ້າ​ພຣະເຈົ້າ​ຊົງ​ຮັກ​ພວກເຮົາ​ຢ່າງ​ນັ້ນ​ແລ້ວ ພວກເຮົາ​ຄວນ​ຮັກ​ຊຶ່ງກັນແລະກັນ.


ຖ້າ​ຜູ້ໃດ​ເວົ້າ​ວ່າ, “ຂ້າພະເຈົ້າ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງຕົນ​ຢູ່ ຜູ້ນັ້ນ​ກໍ​ເປັນ​ຄົນ​ຂີ້ຕົວະ. ດ້ວຍວ່າ, ເມື່ອ​ລາວ​ບໍ່​ຮັກ​ພີ່ນ້ອງ​ທີ່​ຕາ​ເຫັນ​ແລ້ວ ຈະ​ສາມາດ​ຮັກ​ພຣະເຈົ້າ​ທີ່​ຕາ​ບໍ່​ເຫັນ​ໄດ້​ຢ່າງ​ໃດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka