Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:8 - ພຣະຄຳພີສັກສິ

8 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຄວາມ​ຄິດ ແລະ​ຈິດໃຈ​ຂອງ​ພວກເຂົາ​ປຶກຕັນ ແລະ​ຈົນເຖິງ​ທຸກ​ວັນນີ້​ຕາ​ຂອງ​ພວກເຂົາ​ກໍ​ເບິ່ງ​ບໍ່​ເຫັນ ແລະ​ຫູ​ກໍ​ບໍ່ໄດ້ຍິນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ໄດ້​ໃຫ້​ວິນຍານ​ແຫ່ງ​ຄວາມ​ມຶນຊາ​ແກ່​ພວກເຂົາ, ຕາ​ທີ່​ເບິ່ງ​ບໍ່​ເຫັນ ແລະ ຫູ​ທີ່​ບໍ່​ສາມາດ​ຍິນ ຈົນ​ເຖິງ​ທຸກ​ວັນ​ນີ້”.

Uka jalj uñjjattʼäta Copia luraña




ໂຣມ 11:8
13 Jak'a apnaqawi uñst'ayäwi  

ທຸກ​ວັນນີ້ ພວກເຂົາ​ຍັງ​ເຮັດ​ຕາມ​ຮີດຄອງ​ເກົ່າ​ຢູ່. ພວກເຂົາ​ບໍ່ໄດ້​ນະມັດສະການ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ເຊື່ອຟັງ​ກົດບັນຍັດ ຫລື​ຂໍ້ຄຳສັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ມີ​ໄວ້​ແກ່​ເຊື້ອສາຍ​ຂອງ​ຢາໂຄບ ຜູ້​ທີ່​ພຣະອົງ​ໃສ່​ຊື່​ໃຫ້​ວ່າ ອິດສະຣາເອນ.


ສະນັ້ນ ປະຊາຊົນ​ເຫຼົ່ານັ້ນ​ຈຶ່ງ​ໄດ້​ນະມັດສະການ​ພຣະເຈົ້າຢາເວ​ແດ່ ແຕ່​ກໍ​ຍັງ​ຂາບໄຫວ້​ຮູບ​ພະ​ຂອງ​ພວກເຂົາ​ຄືກັນ ແລະ​ທຸກ​ວັນນີ້ ບັນດາ​ລູກຫລານ​ຂອງ​ພວກເຂົາ​ກໍ​ຍັງ​ສືບຕໍ່​ເຮັດ​ຄື​ເກົ່າ​ຕາມ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດມາ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ງ້ວງນອນ ພ້ອມ​ທີ່​ຈະ​ລົ້ມລົງ​ນອນ​ຢ່າງ​ຫລັບ​ສະໜິດ. ພວກ​ຜູ້ທຳນວາຍ​ຄວນ​ຈະ​ເປັນ​ສາຍຕາ​ໃຫ້​ແກ່​ປະຊາຊົນ ແຕ່​ພຣະເຈົ້າ​ໄດ້​ອັດຕາ​ຂອງ​ພວກເຂົາ​ໄວ້​ສາ​ແລ້ວ.


ສະນັ້ນ ພຣະອົງ​ຈຶ່ງ​ສັ່ງ​ຂ້າພະເຈົ້າ​ໄປ​ບອກ​ປະຊາຊົນ​ດັ່ງນີ້: “ແມ່ນ​ວ່າ​ພວກເຈົ້າ​ຈະ​ຟັງ​ຫລາຍ​ປານໃດ ພວກເຈົ້າ​ກໍ​ຈະ​ບໍ່​ເຂົ້າໃຈ. ແມ່ນ​ວ່າ​ພວກເຈົ້າ​ຈະ​ເບິ່ງ​ຄັກ​ປານໃດ ພວກເຈົ້າ​ກໍ​ຈະ​ບໍ່​ຮູ້​ເຫັນ​ວ່າ ແມ່ນ​ຫຍັງ​ກຳລັງ​ເກີດຂຶ້ນ.”


ຊົນຊາດ​ທີ່​ໂງ່ຈ້າ ແລະ​ບໍ່ມີ​ຄວາມຄິດ​ເອີຍ ຈົ່ງ​ເອົາໃຈໃສ່ ຜູ້​ທີ່​ມີ​ຕາ ແຕ່​ເບິ່ງ​ບໍ່​ເຫັນ ຜູ້​ທີ່​ມີ​ຫູ ແຕ່​ຟັງ​ບໍ່ໄດ້ຍິນ.


“ມະນຸດ​ເອີຍ ເຈົ້າ​ກຳລັງ​ຢູ່​ທ່າມກາງ​ປະຊາຊົນ​ທີ່​ກະບົດ. ພວກເຂົາ​ມີ​ຕາ ແຕ່​ພວກເຂົາ​ເບິ່ງ​ບໍ່​ເຫັນ​ຫຍັງ ພວກເຂົາ​ມີ​ຫູ ແຕ່​ພວກເຂົາ​ຟັງ​ບໍ່ໄດ້ຍິນ​ຫຍັງ ເພາະ​ພວກເຂົາ​ເປັນ​ຄົນ​ກະບົດ.”


ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ເປັນ​ມົນທິນ​ກັບ​ເຄື່ອງຖວາຍ​ຕ່າງໆ​ຂອງ​ພວກເຂົາ​ເອງ; ແລະ​ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ຖວາຍບູຊາ​ລູກຊາຍກົກ​ຂອງ​ພວກເຂົາ. ອັນນີ້​ແມ່ນ​ເພື່ອ​ລົງໂທດ​ພວກເຂົາ ແລະ​ສະແດງ​ໃຫ້​ພວກເຂົາ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ພຣະອົງ​ຊົງ​ກ່າວ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ລັບເລິກ ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ສຳລັບ​ຄົນອື່ນ​ນັ້ນ ເຮົາ​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ ເມື່ອ​ພວກເຂົາ​ເບິ່ງ ແຕ່​ຈະ​ບໍ່​ເຫັນ ແລະ​ເມື່ອ​ພວກເຂົາ​ຟັງ ແຕ່​ຈະ​ບໍ່​ເຂົ້າໃຈ.”


ວ່າ, ‘ຈົ່ງ​ໄປ​ຫາ​ພົນລະເມືອງ​ນີ້ ແລະ​ກ່າວ​ວ່າ, ເຈົ້າ​ທັງຫລາຍ​ຈະ​ໄດ້ຍິນ​ແທ້ ແຕ່​ຈະ​ບໍ່​ເຂົ້າໃຈ​ຈັກເທື່ອ, ຈະ​ໄດ້​ເຫັນ​ແທ້ ແຕ່​ຈະ​ບໍ່​ສັງເກດ​ຈັກເທື່ອ.


ພຣະເຈົ້າຢາເວ​ບໍ່ໄດ້​ປະທານ​ຕາ​ທີ່​ເຫັນ​ໄດ້ ໃຈ​ທີ່​ເຂົ້າໃຈ ຫູ​ທີ່​ຍິນ​ໄດ້​ແກ່​ພວກເຈົ້າ​ຈົນເຖິງ​ວັນນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka