ໂຣມ 11:7 - ພຣະຄຳພີສັກສິ7 ຖ້າດັ່ງນັ້ນແລ້ວຈະວ່າຢ່າງໃດ? ປະຊາຊົນອິດສະຣາເອນບໍ່ໄດ້ພົບສິ່ງທີ່ພວກເຂົາຊອກຫານັ້ນ, ແຕ່ແມ່ນຄົນທີ່ພຣະເຈົ້າໄດ້ເລືອກໄວ້ເທົ່ານັ້ນ ທີ່ເປັນຄົນໄດ້ພົບ, ສ່ວນຄົນອື່ນນັ້ນແມ່ນຄົນທີ່ຊົງໃຫ້ເກີດມີໃຈແຂງກະດ້າງໄປ, Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ຖ້າດັ່ງນັ້ນແລ້ວຈະວ່າຢ່າງໃດ? ປະຊາຊົນອິດສະຣາເອນບໍ່ໄດ້ຮັບໃນສິ່ງທີ່ພວກເຂົາດິ້ນລົນຊອກຫາ ແຕ່ຜູ້ທີ່ເລືອກໄວ້ນັ້ນເປັນຜູ້ທີ່ໄດ້ຮັບ, ສ່ວນຄົນອື່ນນັ້ນກໍຖືກເຮັດໃຫ້ມີໃຈແຂງກະດ້າງໄປ Uka jalj uñjjattʼäta |
ຄືຜູ້ທີ່ພຣະເຈົ້າ ພຣະບິດາເຈົ້າໄດ້ຊົງເລືອກໄວ້ແລ້ວ ຕາມທີ່ພຣະອົງໄດ້ຊົງຮູ້ລ່ວງໜ້າໄວ້ກ່ອນ ເພື່ອພຣະວິນຍານຈະຊົງຊຳລະໃຫ້ບໍຣິສຸດ ຈະໃຫ້ນົບນ້ອມເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະຈະໃຫ້ຮັບການຊຳລະດ້ວຍພຣະໂລຫິດຂອງພຣະອົງ. ຂໍພຣະຄຸນ ແລະສັນຕິສຸກຈົ່ງບັງເກີດທະວີຄູນແກ່ເຈົ້າທັງຫລາຍເທີ້ນ.