Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:5 - ພຣະຄຳພີສັກສິ

5 ດັ່ງນັ້ນ ໃນ​ປະຈຸບັນ​ນີ້​ກໍ​ເຊັ່ນດຽວ​ກັນ​ຍັງ​ມີ​ພວກ​ທີ່​ເຫຼືອ​ຢູ່ ຕາມ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ດ້ວຍເຫດນັ້ນ ໃນ​ປັດຈຸບັນ​ນີ້​ກໍ​ຍັງ​ມີ​ຄົນ​ທີ່​ເຫລືອ​ຢູ່ ເຊິ່ງ​ຖືກ​ເລືອກ​ໄວ້​ໂດຍ​ພຣະຄຸນ.

Uka jalj uñjjattʼäta Copia luraña




ໂຣມ 11:5
7 Jak'a apnaqawi uñst'ayäwi  

ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ຂ້າຣາຊການ​ຊັ້ນສູງ​ຂອງ​ເພິ່ນ ມາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໄດ້ຍິນ​ຄຳໝິ່ນປະໝາດ​ນີ້ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ລົງໂທດ​ຜູ້​ທີ່​ກ່າວ​ດ້ວຍ. ສະນັ້ນ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ສຳລັບ​ປະຊາຊົນ​ຂອງ​ພວກເຮົາ​ທີ່​ລອດຊີວິດ​ຢູ່​ນີ້​ດ້ວຍ​ເທີ້ນ.”


ທຸກຄົນ​ທີ່​ເຫລືອຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກໄວ້​ໃຫ້​ມີ​ຊີວິດ​ຢູ່ ຄົນ​ຈະ​ເອີ້ນ​ເຂົາ​ວ່າ ບໍຣິສຸດ.


ຍ້ອນ​ພວກ​ຢິວ​ບໍ່​ຍອມ​ຮັບ​ເອົາ​ຂ່າວປະເສີດ ພວກເຂົາ​ຈຶ່ງ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພື່ອ​ປະໂຫຍດ​ຂອງ​ພວກເຈົ້າ​(ຄົນຕ່າງຊາດ) ແຕ່​ຍ້ອນ​ການ​ຊົງ​ເລືອກ​ຂອງ​ພຣະເຈົ້າ ພວກເຂົາ​ຈຶ່ງ​ເປັນ​ຜູ້​ທີ່​ພຣະເຈົ້າ​ຊົງ​ຮັກ ເພາະ​ເຫັນ​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ.


ແລະ ເພື່ອ​ພຣະ​ປະສົງ​ໃນ​ການ​ຊົງ​ເລືອກ​ຜູ້ໜຶ່ງ​ໄວ້​ນັ້ນ​ຈະ​ຕັ້ງໝັ້ນ​ຢູ່ ພຣະອົງ​ຈຶ່ງ​ຊົງ​ກ່າວ​ແກ່​ນາງ​ວ່າ, “ອ້າຍ​ຈະ​ຮັບໃຊ້​ນ້ອງ” ພຣະອົງ​ຊົງ​ກ່າວ​ໄວ້​ດັ່ງນັ້ນ ເມື່ອ​ລູກ​ທັງສອງ​ນັ້ນ​ຍັງ​ບໍ່​ທັນ​ເກີດ​ມາ ທັງ​ບໍ່ໄດ້​ເຮັດ​ການ​ດີ ຫລື​ຊົ່ວ, ເພື່ອ​ການ​ຊົງ​ເລືອກ​ນັ້ນ ບໍ່ໄດ້​ເປັນ​ໄປ​ຕາມ​ການ​ປະຕິບັດ, ແຕ່​ເປັນ​ໄປ​ຕາມ​ທີ່​ພຣະອົງ​ຊົງ​ເອີ້ນ.


ເອຊາຢາ​ປະກາດ​ກ່ຽວກັບ​ຊາດ​ອິດສະຣາເອນ​ວ່າ, “ເຖິງ​ແມ່ນ​ລູກ​ຂອງ​ຊາວ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ທີ່​ແຄມ​ທະເລ ແຕ່​ມີ​ໜ້ອຍ​ຄົນ​ຈະ​ໄດ້​ພົ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka