ແມ່ນແຕ່ເມືອງທີ່ເຮົາໄດ້ເລືອກໄວ້ເອງ ເຮົາກໍຈະລົງມືທຳລາຍ. ສ່ວນພວກເຂົານັ້ນຄິດວ່າພວກຕົນຈະບໍ່ຖືກລົງໂທດບໍ? ບໍ່ເປັນຢ່າງນັ້ນດອກ ພວກເຂົາຈະຖືກລົງໂທດ ເພາະເຮົາຈະສົ່ງເສິກສົງຄາມ ມາສູ່ປະຊາຊົນທັງໝົດເທິງແຜ່ນດິນໂລກນີ້. ເຮົາຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.”