Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:16 - ພຣະຄຳພີສັກສິ

16 ຖ້າ​ເຂົ້າຈີ່​ກ້ອນ​ທຳອິດ ຖືກ​ຖວາຍ​ເປັນ​ຜົນແລກ​ແກ່​ພຣະເຈົ້າ​ນັ້ນ ເປັນ​ຂອງ​ສັກສິດ ແປ້ງ​ທີ່​ນວດ​ແລ້ວ​ທັງ​ອ່າງ ກໍ​ເປັນ​ຂອງ​ສັກສິດ​ແລ້ວ​ເໝືອນກັນ ຖ້າ​ຮາກ​ຕົ້ນໄມ້​ຖືກ​ຖວາຍ​ນັ້ນ ເປັນ​ບໍຣິສຸດ​ແລ້ວ ກິ່ງກ້ານ​ທັງໝົດ​ກໍ​ເປັນ​ອັນ​ບໍຣິສຸດ​ຂອງ​ພຣະອົງ​ດ້ວຍ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ຖ້າ​ແປ້ງ​ສ່ວນ​ທີ່​ໄດ້​ຖວາຍ​ເປັນ​ຜົນທຳອິດ​ນັ້ນ​ບໍລິສຸດ ແປ້ງ​ທັງກ້ອນ​ນັ້ນ​ກໍ​ຍ່ອມ​ບໍລິສຸດ, ຖ້າ​ຮາກ​ຕົ້ນໄມ້​ບໍລິສຸດ ກິ່ງ​ທັງໝົດ​ກໍ​ບໍລິສຸດ​ເໝືອນກັນ.

Uka jalj uñjjattʼäta Copia luraña




ໂຣມ 11:16
17 Jak'a apnaqawi uñst'ayäwi  

ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ລະຫວ່າງ​ເຮົາ ກັບ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ໃຫ້​ເປັນ​ພັນທະສັນຍາ​ສືບ​ໄປ​ສຳລັບ​ຄົນ​ເຊັ່ນ​ຕໍ່ໆໄປ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ.


ຈົ່ງ​ນຳ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ທີ່​ຕ້ອງ​ຖວາຍ​ຕາມ​ກຳນົດ​ນັ້ນ​ມາ​ຖວາຍ​ແກ່​ເຮົາ. ຈົ່ງ​ຖວາຍ​ລູກຊາຍກົກ​ຂອງ​ພວກເຈົ້າ​ແກ່​ເຮົາ.


ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບກ່ຽວ ເມື່ອ​ພວກເຈົ້າ​ເລີ່ມ​ເກັບກ່ຽວ​ຜົນລະປູກ​ຜົນແຮກ​ທີ່​ເກີດ​ຈາກ​ແຮງງານ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ຫວ່ານ​ພືດ​ລົງ​ໃນ​ນາ. ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບ​ພືດຜົນ​ປາຍປີ ເມື່ອ​ເຈົ້າ​ເກັບ​ພືດຜົນ​ຈາກ​ທົ່ງນາ​ອັນ​ເປັນ​ຜົນງານ​ຂອງ​ເຈົ້າ.


ຈົ່ງ​ນຳ​ພືດຜົນ​ທີ່​ດີ​ເລີດ ຊຶ່ງ​ໄດ້​ເກັບກ່ຽວ​ຄັ້ງແຮກ ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ແມ່​ຂອງ​ມັນ.


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ດ້ວຍ​ຊັບສິນ​ຂອງຕົນ ດ້ວຍ​ຜົນ​ທໍາອິດ​ອັນ​ດີທີ່ສຸດ​ຈາກ​ຜົນລະປູກ​ທັງໝົດ​ຂອງເຈົ້າ.


ເຮົາ​ໄດ້​ປູກ​ເຈົ້າ​ໄວ້​ດັ່ງ​ປູກ​ຕົ້ນອະງຸ່ນ​ພັນ​ດີ ໂດຍ​ເລືອກເຟັ້ນ​ເອົາ​ມາ​ຈາກ​ພັນ​ດີທີ່ສຸດ​ດ້ວຍ. ແຕ່​ເບິ່ງແມ! ເຈົ້າ​ກາຍເປັນຫຍັງ​ໄປ​ແລ້ວ​ຮູ້​ບໍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ເໜົ່າ​ຫາ​ຄຸນຄ່າ​ບໍ່ໄດ້.


ພວກ​ປະໂຣຫິດ​ຈະ​ໄດ້​ຮັບ​ພືດຜົນ​ດີທີ່ສຸດ​ໃນ​ລະດູ​ເກັບກ່ຽວ​ຄັ້ງ​ທຳອິດ ແລະ​ສິ່ງ​ອື່ນໆ​ທຸກຢ່າງ​ທີ່​ໄດ້​ຖວາຍ​ແກ່​ເຮົາ. ທຸກ​ເທື່ອ​ທີ່​ປະຊາຊົນ​ເຮັດ​ເຂົ້າຈີ່ ພວກເຂົາ​ຕ້ອງ​ເອົາ​ເຂົ້າຈີ່​ກ້ອນ​ທຳອິດ​ໃຫ້​ປະໂຣຫິດ​ເປັນ​ເຄື່ອງ​ຖວາຍ ແລະ​ພຣະພອນ​ຂອງເຮົາ​ກໍ​ຈະ​ດຳລົງ​ຢູ່​ໃນ​ຄອບຄົວ​ຂອງ​ພວກ​ເຂົາເຈົ້າ.


ແຕ່​ຖ້າ​ພຣະເຈົ້າ​ຊົງ​ຫັກ​ກິ່ງກ້ານ​ບາງ​ສ່ວນ​ຂອງ​ຕົ້ນ​ໝາກກອກເທດ​ບ້ານ​ອອກ​ເສຍ ແລ້ວ​ໄດ້​ຊົງ​ໂຜດ​ນຳ​ເຈົ້າ ຜູ້​ເປັນ​ກິ່ງ​ຕົ້ນ​ໝາກກອກເທດ​ປ່າ ມາ​ແທນ​ກິ່ງ​ເຫຼົ່ານັ້ນ ແລະ​ໃຫ້​ເຂົ້າ​ຮ່ວມ​ຮັບ​ນໍ້າ​ຫລໍ່ລ້ຽງ​ອັນ​ບໍຣິບູນ​ຈາກ​ຮາກ​ຕົ້ນກອກເທດ​ນັ້ນ.


ແລະ​ບໍ່​ພຽງແຕ່​ການ​ເນຣະມິດ​ສ້າງ​ເທົ່ານັ້ນ​ທີ່​ໂອ່ຍຄາງ, ແຕ່​ພວກເຮົາ​ຜູ້​ທີ່​ໄດ້​ຮັບ​ພຣະວິນຍານ​ເປັນ​ຜົນ​ທຳອິດ ຕົວ​ເຮົາ​ເອງ​ກໍ​ເໝືອນກັນ​ຍັງ​ໂອ່ຍຄາງ​ຄອງຄອຍ​ຖ້າ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ຮັບ​ເປັນ​ບຸດ ຄື​ທີ່​ຈະ​ຊົງ​ໃຫ້​ເນື້ອກາຍ​ຂອງ​ພວກເຮົາ​ພົ້ນ​ຈາກ​ຕາຍ.


ເພາະວ່າ ຜົວ​ທີ່​ບໍ່​ເຊື່ອ ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ເມຍ​ຂອງຕົນ ແລະ​ເມຍ​ທີ່​ບໍ່​ເຊື່ອ​ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ຜົວ​ຂອງຕົນ ຖ້າບໍ່​ດັ່ງນັ້ນ ລູກ​ຂອງ​ພວກເຂົາ ກໍ​ຄົງ​ຈະ​ເປັນ​ດັ່ງ​ລູກ​ຂອງ​ຄົນ​ທີ່​ບໍ່​ບໍຣິສຸດ ແຕ່​ບັດນີ້ ລູກ​ນັ້ນ​ບໍຣິສຸດ​ແລ້ວ.


ພວກເຂົາ​ຈະ​ໄດ້​ຮັບ​ພືດຜົນ​ຫົວປີ​ເປັນ​ສ່ວນແບ່ງ​ເຊັ່ນ: ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ຂົນແກະ.


ສະນັ້ນ ບັດນີ້ ຂ້ານ້ອຍ​ຈຶ່ງ​ນຳ​ພືດຜົນ​ທຳອິດ​ທີ່​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ນັ້ນ​ມາ​ຖວາຍ​ແດ່​ພຣະອົງ.’ ແລ້ວ​ພວກເຈົ້າ​ຈົ່ງ​ປົງ​ກະຕ່າ​ລົງ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ກົ້ມຂາບ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ທີ່​ນັ້ນ.


ໂດຍ​ນໍ້າພຣະໄທ​ຂອງ​ພຣະອົງ​ເອງ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ບັນດານ​ໃຫ້​ພວກເຮົາ​ບັງເກີດ​ດ້ວຍ​ພຣະທຳ​ອັນ​ສັດຈິງ ເພື່ອ​ພວກເຮົາ​ຈະ​ເປັນ​ຢ່າງ​ຜົນ​ທຳອິດ ແຫ່ງ​ສິ່ງ​ທັງຫລາຍ​ທີ່​ພຣະອົງ​ຊົງ​ສ້າງ.


ຄົນ​ເຫຼົ່ານີ້ ເປັນ​ຜູ້​ທີ່​ບໍ່ມີ​ຄວາມຊົ່ວ​ມົວໝອງ​ກັບ​ແມ່ຍິງ ເພາະ​ພວກເຂົາ​ເປັນ​ພວກ​ພົມມະຈາຣີ. ພຣະ​ເມສານ້ອຍ​ສະເດັດ​ໄປ​ທາງ​ໃດ ແມ່ນ​ຄົນ​ເຫຼົ່ານີ້ ທີ່​ຕາມ​ສະເດັດ​ໄປ. ພວກເພິ່ນ​ໄດ້ຖືກ​ຊົງ​ໄຖ່​ໄວ້​ຈາກ​ມວນ​ມະນຸດ ເພື່ອ​ເປັນ​ຜົນ​ທໍາອິດ​ຖວາຍ​ແດ່​ພຣະເຈົ້າ ແລະ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka