Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:11 - ພຣະຄຳພີສັກສິ

11 ດັ່ງນັ້ນ ເຮົາ​ຈຶ່ງ​ຖາມ​ວ່າ, ເມື່ອ​ພວກ​ອິດສະຣາເອນ​ຕຳ​ສະດຸດ​ນັ້ນ ພວກເຂົາ​ໄດ້​ລົ້ມ​ລົງ​ສູນເສຍ​ໄປ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ແຕ່​ຍ້ອນ​ພວກເຂົາ​ໄດ້​ສະດຸດ​ລົ້ມ​ລົງ​ແລ້ວ ຄວາມ​ພົ້ນ​ຈຶ່ງ​ມາ​ເຖິງ​ຄົນຕ່າງຊາດ, ເພື່ອ​ຈະ​ເຮັດ​ໃຫ້​ພວກເຂົາ​ເກີດ​ມີ​ໃຈ​ຫຶງຫວງ​ຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ເຮົາ​ຈຶ່ງ​ຖາມ​ອີກ​ວ່າ: ພວກເຂົາ​ສະດຸດ​ລົ້ມ​ຈົນ​ລຸກ​ບໍ່​ຂຶ້ນ​ບໍ? ບໍ່​ເປັນ​ຢ່າງນັ້ນ​ດອກ! ແຕ່​ຍ້ອນ​ການລ່ວງລະເມີດ​ຂອງ​ພວກເຂົາ, ຄວາມພົ້ນ​ຈຶ່ງ​ມາ​ເຖິງ​ຄົນຕ່າງຊາດ​ເພື່ອ​ເຮັດ​ໃຫ້​ຄົນອິດສະຣາເອນ​ມີ​ໃຈ​ອິດສາ.

Uka jalj uñjjattʼäta Copia luraña




ໂຣມ 11:11
14 Jak'a apnaqawi uñst'ayäwi  

ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຖາມ​ວ່າ, “ເຈົ້າ​ຄິດ​ວ່າ​ເຮົາ​ດີໃຈ​ບໍ​ທີ່​ເຫັນ​ຄົນ​ບາບ​ຜູ້ໜຶ່ງ​ຕາຍໄປ? ບໍ່ແມ່ນ​ດອກ ເຮົາ​ຈະ​ດີໃຈ​ຫລາຍກວ່າ ທີ່​ເຫັນ​ຄົນ​ບາບ​ຜູ້ໜຶ່ງ​ກັບໃຈ​ແລະ​ມີ​ຊີວິດ​ຢູ່.


ເຮົາ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕາຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ຈົ່ງ​ປະຖິ້ມ​ການບາບ​ທັງຫລາຍ​ຂອງ​ພວກເຈົ້າ​ສາ ແລະ​ມີ​ຊີວິດ​ຢູ່​ເຖີດ.”


ຈົ່ງ​ບອກ​ເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ເຮົາ​ຈະ​ບໍ່​ດີໃຈ​ເມື່ອ​ເຫັນ​ຄົນບາບ​ຜູ້ໜຶ່ງ​ຕາຍໄປ. ເຮົາ​ຈະ​ດີໃຈ​ຫລາຍກວ່າ​ເມື່ອ​ເຫັນ​ລາວ​ເຊົາ​ເຮັດ​ບາບ​ແລະ​ມີ​ຊີວິດ​ຢູ່. ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ເຮັດ​ການ​ຊົ່ວຮ້າຍ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?’


ເພິ່ນ​ຈະ​ມາ ແລະ​ຂ້າ​ຄົນ​ເຊົ່າສວນ​ເຫຼົ່ານັ້ນ​ເສຍ ແລະ​ຈະ​ຍົກ​ສວນ​ອະງຸ່ນ​ໃຫ້​ຄົນອື່ນ​ເຊົ່າ.” ເມື່ອ​ຄົນ​ເຫຼົ່ານັ້ນ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເກີດ​ເປັນ​ຢ່າງ​ນັ້ນ​ເທາະ.”


ເມື່ອ​ໂປໂລ​ກັບ​ບາຣະນາບາ ກຳລັງ​ຍ່າງ​ອອກ​ຈາກ​ທຳມະສາລາ​ໄປ​ນັ້ນ ປະຊາຊົນ​ກໍ​ເຊີນ​ທ່ານ​ທັງສອງ​ໃຫ້​ກັບຄືນ​ມາ​ອີກ​ໃນ​ວັນ​ຊະບາໂຕ​ຕໍ່ໄປ ເພື່ອ​ກ່າວ​ເຖິງ​ຂໍ້ຄວາມ​ນີ້​ອີກ.


ແຕ່​ເມື່ອ​ພວກ​ເຫຼົ່ານັ້ນ​ຂັດຂວາງ ແລະ​ກ່າວ​ຄຳ​ຫຍາບຊ້າ ໂປໂລ​ຈຶ່ງ​ສັ່ນ​ເສື້ອຜ້າ​ຕໍ່ສູ້​ພວກເຂົາ ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ໂທດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່ມີ​ໂທດ ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງຊາດ.”


ເຮົາ​ຖາມ​ອີກ​ວ່າ, “ພວກ​ອິດສະຣາເອນ​ບໍ່​ຮູ້ຈັກ​ບໍ?” ໂມເຊ​ເອງ​ເປັນ​ຄົນ​ທຳອິດ​ທີ່​ຕອບ​ວ່າ, “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ ເກີດ​ຄວາມ​ອິດສາ​ຊົນຊາດ​ ທີ່​ຍັງ​ບໍ່​ເປັນ​ປະເທດ, ເຮົາ​ຈະ​ຍົວະ​ໃຫ້​ພວກເຈົ້າ ເຄືອງແຄ້ນ​ປະເທດ​ທີ່​ເປັນ​ຊົນຊາດ​ທີ່​ໂງ່.”


ເມື່ອ​ເປັນ​ດັ່ງນັ້ນ ເຮົາ​ຈຶ່ງ​ຖາມ​ວ່າ, “ພຣະເຈົ້າ​ໄດ້​ປະຖິ້ມ​ໄພ່ພົນ​ຂອງ​ພຣະອົງ​ແລ້ວ​ບໍ?” ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ເພາະ​ເຮົາ​ເອງ​ກໍ​ເປັນ​ຄົນ​ອິດສະຣາເອນ, ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ເປັນ​ຄົນ​ໃນ​ເຜົ່າ​ເບັນຢາມິນ.


ແຕ່​ຖ້າ​ການ​ສະດຸດ​ລົ້ມ​ລົງ​ຂອງ​ຄົນ​ອິດສະຣາເອນ ໄດ້​ນຳ​ເອົາ​ພຣະພອນ​ອັນ​ໃຫຍ່​ມາ​ສູ່​ຊາວ​ໂລກ ແລະ​ຖ້າ​ຄວາມ​ພ່າຍແພ້​ຂອງ​ພວກເຂົາ ເປັນ​ເຫດ​ໃຫ້​ເກີດ​ຄວາມ​ສົມບູນ​ຂຶ້ນ ຫາກ​ໄດ້​ພວກເຂົາ​ເຂົ້າ​ມາ​ເພີ່ມ​ດ້ວຍ ກໍ​ຈະ​ມີ​ພຣະພອນ​ດີກວ່າ​ນັ້ນ​ຈັກ​ພຽງ​ໃດ​ໜໍ.


ເພື່ອ​ເຮົາ​ຈະ​ໄດ້​ຊັກຊວນ​ເພື່ອນ​ຮ່ວມ​ຊາດ​ຂອງເຮົາ ໃຫ້​ເກີດ​ມີ​ໃຈ​ຫຶງຫວງ ເພື່ອ​ຈະ​ຊ່ວຍ​ພວກເຂົາ​ບາງຄົນ​ໃຫ້​ພົ້ນ.


ບັດນີ້ ເຂົາ​ເຫຼົ່ານັ້ນ​ກໍ​ບໍ່ໄດ້​ເຊື່ອຟັງ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ພຣະ​ກະລຸນາ​ດ້ວຍ​ພຣະຄຸນ ທີ່​ໄດ້​ຊົງ​ໂຜດ​ແກ່​ເຈົ້າ​ທັງຫລາຍ​ສັນນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka