Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:10 - ພຣະຄຳພີສັກສິ

10 ຂໍ​ຊົງ​ໃຫ້​ຕາ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ຈະ​ເບິ່ງ​ບໍ່​ເຫັນ ແລະ​ໃຫ້​ຫລັງ​ຂອງ​ພວກເຂົາ​ກ່ອມ​ລົງ ຢູ່​ຕະຫລອດໄປ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ຂໍ​ໃຫ້​ຕາ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ພວກເຂົາ​ຈະ​ເບິ່ງ​ບໍ່​ເຫັນ ແລະ ຂໍ​ໃຫ້​ຫລັງ​ຂອງ​ພວກເຂົາ​ກົ່ງ​ຕະຫລອດໄປ”.

Uka jalj uñjjattʼäta Copia luraña




ໂຣມ 11:10
13 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ງານລ້ຽງ​ອັນ​ໃຫຍ່ໂຕ​ນັ້ນ​ທຳລາຍ​ພວກເຂົາ​ລົງ ຂໍ​ໃຫ້​ການລ້ຽງ​ອັນ​ສັກສິດ​ເຮັດ​ໃຫ້​ພວກເຂົາ​ຫຼົ້ມຈົມ​ເຖີດ.


ຂໍ​ພຣະອົງ​ເຮັດ​ໃຫ້​ພວກເຂົາ​ຕາບອດ​ໄປ ຂໍ​ໃຫ້​ຫລັງ​ຂອງ​ພວກເຂົາ​ກົ່ງ​ຢູ່​ເລື້ອຍໆ​ໄປ.


ເຮົາ​ຈະ​ເອົາ​ໃຫ້​ພວກ​ທີ່​ກົດຂີ່​ເຈົ້າ​ດື່ມ​ແທນ ຄື​ພວກ​ທີ່​ໃຫ້​ເຈົ້າ​ນອນ​ກາງ​ຫົນທາງ​ນັ້ນ ແລະ​ພວກເຂົາ​ກໍໄດ້​ຢຽບຢໍ່າ​ເຈົ້າ​ລົງ ດັ່ງ​ຢຽບ​ຂີ້ຝຸ່ນ​ດິນ​ທີ່​ພື້ນ​ຕີນ​ຂອງ​ເຂົາເຈົ້າ.”


ຊາຕາກຳ​ຂອງ​ພວກເຈົ້າ​ຄື​ການຕາຍ​ຢ່າງ​ໂຫດຫ້ຽມ ເພາະ​ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ ຫລື​ຍອມ​ຟັງ​ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ. ພວກເຈົ້າ​ເລືອກ​ເອົາ​ການ​ບໍ່​ເຊື່ອຟັງ​ແລະ​ການ​ເຮັດຊົ່ວ.


ເຄາະກຳ​ເປັນ​ຂອງ​ຄົນລ້ຽງແກະ​ທີ່​ບໍ່​ມີ​ຄ່າ​ເສຍ​ແລ້ວ ລາວ​ໄດ້​ປະຖິ້ມ​ຝູງແກະ​ຂອງ​ລາວ. ເສິກ​ສົງຄາມ​ຈະ​ທຳລາຍ​ອຳນາດ​ຂອງ​ລາວ​ລົງ. ແຂນ​ຂອງ​ລາວ​ຈະ​ລີບ​ເຂົ້າ​ແລະ​ຕາ​ກໍ້າ​ຂວາ​ຂອງ​ລາວ​ກໍ​ຈະ​ບອດ​ດ້ວຍ.”


ເພາະ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ແຕ່​ພວກເຂົາ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະອົງ ສົມກັບ​ການ​ຊົງ​ເປັນ​ພຣະເຈົ້າ ທັງ​ບໍ່ໄດ້​ໂມທະນາ​ພຣະຄຸນ​ຂອງ​ພຣະອົງ ກົງກັນຂ້າມ ຄວາມ​ຄິດ​ຂອງ​ພວກເຂົາ​ຊໍ້າ​ກາຍເປັນ​ສິ່ງ​ໄຮ້​ປະໂຫຍດ ແລະ​ໃຈ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຄວາມ​ຄິດ ແລະ​ຈິດໃຈ​ຂອງ​ພວກເຂົາ​ປຶກຕັນ ແລະ​ຈົນເຖິງ​ທຸກ​ວັນນີ້​ຕາ​ຂອງ​ພວກເຂົາ​ກໍ​ເບິ່ງ​ບໍ່​ເຫັນ ແລະ​ຫູ​ກໍ​ບໍ່ໄດ້ຍິນ.”


ໂດຍ​ທີ່​ຄວາມ​ຄິດ​ຂອງ​ພວກເຂົາ​ມືດມົນ​ໄປ ແລະ​ພວກເຂົາ​ຢູ່​ຫ່າງ​ຈາກ​ຊີວິດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພາະ​ເຫດ​ຄວາມ​ຮູ້ເທົ່າບໍ່​ເຖິງການ ທີ່​ມີ​ຢູ່​ໃນ​ຕົວ​ພວກເຂົາ ອັນ​ເນື່ອງ​ຈາກ​ໃຈ​ແຂງ​ກະດ້າງ​ຂອງ​ພວກເຂົາ.


ພວກ​ຄູສອນ​ປອມ​ເຫຼົ່ານີ້ ເປັນ​ເໝືອນ​ບໍ່​ທີ່​ຂາດ​ນໍ້າ ເປັນ​ດັ່ງ​ໝອກ​ທີ່​ຖືກ​ລົມພະຍຸ​ພັດ​ໄປ ພຣະເຈົ້າ​ໄດ້​ຈັດ​ຂຸມ​ມືດ​ອັນ​ເລິກ​ໄວ້​ສຳລັບ​ພວກເຂົາ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ຝູງ​ເທວະດາ​ທີ່​ໄດ້​ເຮັດ​ບາບ​ນັ້ນ, ແຕ່​ໄດ້​ຊົງ​ຊຸກ​ພວກເຂົາ​ລົງ​ໄປ​ສູ່​ພື້ນ​ທໍລະນີ​ເລິກ ຂັງ​ພວກເຂົາ​ໄວ້​ໃນ​ຂຸມ​ມືດ ຄຸມ​ໄວ້​ຈົນເຖິງ​ວັນ​ພິພາກສາ.


ພວກເຂົາ​ເປັນ​ດັ່ງ​ຄື້ນ​ຟອງ​ນໍ້າ​ອັນ​ຮ້າຍແຮງ​ໃນ​ມະຫາສະໝຸດ ທີ່​ພົ່ນ​ການ​ກະທຳ​ອັນ​ໜ້າລະອາຍ​ຂອງຕົນ​ອອກ​ມາ​ຄື​ດັ່ງ​ປູມປວກ. ເປັນ​ດັ່ງ​ດາວ​ລ່ອງລອຍ​ນອກ​ວົງ​ໂຄຈອນ ທີ່​ຊົງ​ຈັດຕຽມ​ບ່ອນ​ໜຶ່ງ​ໄວ້​ຖ້າ​ແລ້ວ ໃນ​ຄວາມມືດ​ອັນ​ໜາຕຶບ​ນິຣັນດອນ.


ຈົ່ງ​ຈົດຈຳ​ບັນດາ​ເທວະດາ ທີ່​ບໍ່​ຢູ່​ໃນ​ຂອບເຂດ​ແຫ່ງ​ສິດ​ອຳນາດ​ຂອງຕົນ, ແຕ່​ໄດ້​ປະຖິ້ມ​ບ່ອນ​ຢູ່​ອາໄສ​ຂອງ​ຕົນເອງ ພວກເຂົາ​ໄດ້​ຖືກ​ປະ​ໄວ້​ໃນ​ຄວາມມືດ​ເບື້ອງ​ລຸ່ມ, ຖືກ​ລ່າມໂສ້​ໄວ້​ຕະຫລອດໄປ​ສຳລັບ​ວັນ​ຍິ່ງໃຫຍ່​ທີ່​ຈະ​ມີ​ການ​ຕັດສິນ​ລົງໂທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka