Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 10:8 - ພຣະຄຳພີສັກສິ

8 ແຕ່​ຄວາມ​ຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ໄດ້​ກ່າວ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ໃກ້​ເຈົ້າ ຢູ່​ທີ່​ສົບ​ປາກ ແລະ​ຢູ່​ໃນ​ໃຈ​ຂອງ​ເຈົ້າ” (ໝາຍ​ເຖິງ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ ທີ່​ພວກເຮົາ​ປະກາດ​ຢູ່​ນັ້ນ).

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່​ຄວາມຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງໃດ? “ຖ້ອຍຄຳ​ນີ້​ຢູ່​ໃກ້​ເຈົ້າ ຢູ່​ໃນ​ປາກ​ຂອງ​ເຈົ້າ ແລະ ຢູ່​ໃນ​ໃຈ​ຂອງ​ເຈົ້າ” ຄື​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ທີ່​ພວກເຮົາ​ກຳລັງ​ປະກາດ​ຢູ່​ນັ້ນ,

Uka jalj uñjjattʼäta Copia luraña




ໂຣມ 10:8
14 Jak'a apnaqawi uñst'ayäwi  

ເຮົາ​ໃຫ້​ສັນຕິສຸກ​ແກ່​ທຸກຄົນ ທັງ​ຜູ້​ທີ່​ຢູ່​ໄກ​ແລະ​ຜູ້​ທີ່​ຢູ່​ໃກ້, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເຮົາ​ຈະ​ປິ່ນປົວ​ປະຊາຊົນ​ຂອງເຮົາ​ໃຫ້​ດີ.


ຜູ້ທຳນວາຍ​ທຸກຄົນ​ກໍໄດ້​ກ່າວ​ເຖິງ​ພຣະອົງ​ໂດຍ​ປະກາດ​ວ່າ ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ ຈະ​ໄດ້​ຮັບ​ການອະໄພ​ບາບກຳ​ໂດຍ​ນາມຊື່​ຂອງ​ພຣະອົງ.”


ພວກເພິ່ນ​ຕອບ​ວ່າ, “ຈົ່ງ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ ແລ້ວ​ເຈົ້າ​ກັບ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ໄດ້​ພົ້ນ.”


ດັ່ງນັ້ນ ຄວາມເຊື່ອ​ເກີດຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້ຍິນ ແລະ​ການ​ໄດ້ຍິນ​ເກີດຂຶ້ນ​ໄດ້ ກໍ​ເພາະ​ການ​ປະກາດ​ເລື່ອງ​ພຣະຄຣິດ.


ເຮົາ​ຢາກ​ຮູ້​ຂໍ້​ດຽວ​ຈາກ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ໄດ້​ຮັບ​ພຣະວິນຍານ​ນັ້ນ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຫລື? ຫລື​ວ່າ​ໄດ້​ຮັບ​ໂດຍ​ການ​ເຊື່ອຟັງ​ຂໍ້ຄວາມ​ທີ່​ໄດ້ຍິນ​ນັ້ນ?


ພຣະອົງ​ຜູ້​ຊົງ​ປະທານ​ພຣະວິນຍານ​ແກ່​ເຈົ້າ​ທັງຫລາຍ ແລະ​ຊົງ​ສຳແດງ​ອິດທິຣິດ​ທ່າມກາງ​ພວກເຈົ້າ ຊົງ​ກະທຳ​ການ​ເຫຼົ່ານັ້ນ ເພາະ​ດ້ວຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ບໍ? ຫລື​ວ່າ​ເພາະ​ດ້ວຍ​ການ​ເຊື່ອຟັງ​ຂໍ້ຄວາມ​ທີ່​ໄດ້ຍິນ​ນັ້ນ


ເພື່ອ​ຊົງ​ຕັ້ງ​ຄຣິສຕະຈັກ​ນັ້ນ​ໄວ້​ສຳລັບ​ພຣະເຈົ້າ ໂດຍ​ການ​ຊົງ​ຊຳລະ​ດ້ວຍ​ນໍ້າ​ກັບ​ດ້ວຍ​ຖ້ອຍຄຳ,


ບໍ່ແມ່ນ​ຢ່າງນັ້ນ​ດອກ ຄຳສັ່ງ​ນັ້ນ​ຢູ່​ກັບ​ພວກເຈົ້າ. ພວກເຈົ້າ​ຮູ້​ແລະ​ຍົກ​ມາ​ເປັນ​ຂໍ້​ອ້າງອີງ​ໄດ້. ດັ່ງນັ້ນ ບັດນີ້​ຈົ່ງ​ເຊື່ອຟັງ​ຕາມນັ້ນ​ເຖີດ.


ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.


ດ້ວຍວ່າ, ເຈົ້າ​ທັງຫລາຍ​ໄດ້​ເກີດ​ໃໝ່​ແລ້ວ ບໍ່ແມ່ນ​ເກີດ​ຈາກ​ແນວ​ປູກ​ທີ່​ອາດ​ເປື່ອຍເນົ່າ ແຕ່​ເກີດ​ຈາກ​ແນວ​ປູກ​ທີ່​ບໍ່​ອາດ​ເປືອຍເນົ່າ ຄື​ເກີດ​ຈາກ​ພຣະທຳ​ຂອງ​ພຣະເຈົ້າ ອັນ​ຊົງ​ຊີວິດ​ແລະ​ຕັ້ງໝັ້ນຄົງ.


ແຕ່​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງໝັ້ນຄົງ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ.” ພຣະຄຳ​ນັ້ນ ຄື​ຂ່າວປະເສີດ ທີ່​ໄດ້​ປະກາດ​ໃຫ້​ພວກເຈົ້າ​ຮູ້​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka