Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 10:6 - ພຣະຄຳພີສັກສິ

6 ແຕ່​ຄວາມ​ຊອບທຳ ຊຶ່ງ​ມີ​ຄວາມເຊື່ອ​ເປັນ​ຫລັກ ກໍ​ກ່າວ​ໄວ້​ດັ່ງນີ້​ວ່າ, “ຢ່າ​ຄິດ​ໃນ​ໃຈ​ວ່າ, ‘ຜູ້ໃດ​ຈະ​ຂຶ້ນ​ໄປ​ເທິງ​ສະຫວັນ?”’ (ຄື​ນຳ​ເອົາ​ພຣະຄຣິດ​ລົງ​ມາ).

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ແຕ່​ຄວາມຊອບທຳ​ໂດຍ​ຄວາມເຊື່ອ​ກ່າວ​ວ່າ, “ຢ່າ​ຄິດ​ໃນ​ໃຈ​ວ່າ, ‘ຜູ້ໃດ​ຈະ​ຂຶ້ນ​ໄປ​ເທິງ​ສະຫວັນ?’” (ຄື​ນໍາ​ເອົາ​ພຣະຄຣິດເຈົ້າ​ລົງ​ມາ)

Uka jalj uñjjattʼäta Copia luraña




ໂຣມ 10:6
15 Jak'a apnaqawi uñst'ayäwi  

ຜູ້ໃດ​ທີ່​ມີ​ຄວາມ​ຮອບຮູ້ ກ່ຽວກັບ​ສະຫວັນ​ແດ່​ເດ? ຜູ້ໃດ​ແດ່​ທີ່​ເຄີຍ​ໃຊ້​ມື​ຂອງຕົນ​ຈັບ​ລົມ? ຫລື​ເອົາ​ຜ້າ​ມາ​ຫໍ່​ນໍ້າ​ເໝືອນ​ດັ່ງ​ຫໍ່​ສິ່ງຂອງ​ໄດ້? ຫລື​ໝາຍ​ເຂດແດນ​ທີ່​ເທິງ​ແຜ່ນດິນ​ໂລກ​ເຮົາ? ເພິ່ນ​ຄື​ໃຜ? ເຈົ້າ​ຮູ້​ບໍ່​ໃຜ​ເປັນ​ລູກ​ຂອງ​ເພິ່ນ?


ດ້ວຍວ່າ, ເຂົ້າ​ຈີ່​ທີ່​ພຣະເຈົ້າ​ໃຫ້​ນັ້ນ ຄື​ທ່ານ​ຜູ້​ທີ່​ລົງ​ມາ​ຈາກ​ສະຫວັນ ແລະ​ປະທານ​ຊີວິດ​ໃຫ້​ແກ່​ໂລກ.”


ເພາະ​ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ ບໍ່ແມ່ນ​ເພື່ອ​ເຮັດ​ຕາມ​ໃຈ​ຂອງ​ຕົນເອງ ແຕ່​ເພື່ອ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.


ນີ້ແຫລະ ເປັນ​ເຂົ້າ​ຈີ່​ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ ບໍ່​ເໝືອນ​ກັບ​ທີ່​ປູ່ຍ່າຕາຍາຍ​ຂອງ​ເຈົ້າ​ທັງຫລາຍ​ໄດ້​ກິນ​ແລ້ວ​ໄດ້​ຕາຍໄປ ແຕ່​ຜູ້​ທີ່​ກິນ​ເຂົ້າ​ຈີ່​ນີ້​ຈະ​ມີ​ຊີວິດ​ນິຣັນດອນ.”


ຄື​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ຊົງ​ປະທານ​ແກ່​ຜູ້​ທີ່​ເຊື່ອ​ທຸກຄົນ ດ້ວຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພາະວ່າ ຄົນ​ທັງຫລາຍ​ສະເໝີ​ກັນ​ທຸກຄົນ.


ທີ່​ພຣະເຈົ້າ​ໄດ້​ຊົງ​ໃຫ້​ປາກົດ​ນັ້ນ ເພື່ອ​ໃຫ້​ເປັນ​ຜູ້​ໄຖ່​ໂທດ​ແທນ​ບາບກຳ ໂດຍ​ຄວາມເຊື່ອ​ໃນ​ພຣະ​ໂລຫິດ​ຂອງ​ພຣະອົງ ອັນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ອົດກັ້ນ​ພຣະໄທ​ໄວ້ ແລະ​ບໍ່ໄດ້​ຊົງ​ລົງໂທດ​ມະນຸດ​ທີ່​ໄດ້​ເຮັດ​ຜິດ​ໄປ​ແລ້ວ​ນັ້ນ


ພຣະເຈົ້າ​ໄດ້​ສັນຍາ​ກັບ​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ວ່າ ໂລກນີ້​ຈະ​ເປັນ​ຂອງ​ເພິ່ນ ພຣະເຈົ້າ​ໃຫ້​ຄຳສັນຍາ​ນີ້ ບໍ່ແມ່ນ​ຍ້ອນ​ອັບຣາຮາມ​ຖື​ຮັກສາ​ກົດບັນຍັດ ແຕ່​ຍ້ອນ​ເພິ່ນ​ໄດ້​ເຊື່ອ ແລະ​ພຣະເຈົ້າ​ຖື​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.


ແລະ​ຈະ​ໄດ້​ປາກົດ​ຢູ່​ໃນ​ພຣະອົງ ໂດຍ​ບໍ່ມີ​ຄວາມ​ຊອບທຳ​ໃນ​ເຮົາ​ເອງ ຊຶ່ງ​ໄດ້​ມາ​ໂດຍ​ກົດບັນຍັດ ແຕ່​ມີ​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດ ເປັນ​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ອາໄສ​ຄວາມເຊື່ອ.


ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.


ເພາະ​ໂນອາ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຕັກເຕືອນ​ໃຫ້​ຮູ້​ເຖິງ​ເຫດການ​ທີ່​ຍັງ​ບໍ່​ປາກົດ ເພິ່ນ​ຈຶ່ງ​ຢຳເກງ​ແລະ​ສ້າງ​ເຮືອ ເພື່ອ​ໃຫ້​ຄອບຄົວ​ຂອງຕົນ​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ຕັດສິນ​ລົງໂທດ​ໃສ່​ມະນຸດ​ສະໂລກ ແລະ​ໄດ້​ກາຍເປັນ​ຜູ້​ຮັບ​ມໍຣະດົກ ຄື​ຄວາມ​ຊອບທຳ ຊຶ່ງ​ເກີດ​ມາ​ຈາກ​ຄວາມເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka