ໂຣມ 10:5 - ພຣະຄຳພີສັກສິ5 ໂມເຊໄດ້ຂຽນເຖິງຄວາມຊອບທຳຕາມຫລັກກົດບັນຍັດວ່າ, “ຜູ້ໃດທີ່ປະຕິບັດຕາມຫລັກກົດບັນຍັດ ກໍຈະໄດ້ຊີວິດຕາມນັ້ນ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ໂມເຊໄດ້ຂຽນເຖິງຄວາມຊອບທຳຕາມກົດບັນຍັດໄວ້ຢ່າງນີ້ວ່າ, “ຜູ້ໃດທີ່ເຮັດສິ່ງເຫລົ່ານີ້ຈະມີຊີວິດຢູ່ໂດຍສິ່ງເຫລົ່ານີ້”. Uka jalj uñjjattʼäta |
ແຕ່ປະຊາຊົນອິດສະຣາເອນຊໍ້າພັດທ້າທາຍເຮົາແມ່ນແຕ່ໃນຖິ່ນແຫ້ງແລ້ງກັນດານ. ພວກເຂົາໄດ້ຝ່າຝືນບັນດາກົດບັນຍັດຂອງເຮົາ ແລະປະຖິ້ມຂໍ້ຄຳສັ່ງຂອງເຮົາ ຊຶ່ງນຳຊີວິດມາສູ່ທຸກໆຄົນທີ່ປະຕິບັດຕາມ. ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕເປັນມົນທິນ. ສະນັ້ນ ເຮົາຈຶ່ງພ້ອມແລ້ວ ທີ່ຈະໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາ ໃນຖິ່ນແຫ້ງແລ້ງກັນດານນັ້ນແລະທຳລາຍພວກເຂົາຖິ້ມ.
ແຕ່ຄົນລຸ້ນນີ້ໄດ້ທ້າທາຍເຮົາຄືກັນ. ພວກເຂົາໄດ້ຝ່າຝືນບັນດາກົດບັນຍັດຂອງເຮົາ ແລະບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາ ຊຶ່ງໃຫ້ຊີວິດແກ່ທຸກໆຄົນທີ່ປະຕິບັດຕາມ. ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕເປັນມົນທິນ. ສະນັ້ນ ເຮົາຈຶ່ງພ້ອມແລ້ວທີ່ຈະໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາໃນຖິ່ນແຫ້ງແລ້ງກັນດານນັ້ນ ແລະສັງຫານພວກເຂົາທັງໝົດຖິ້ມ.