Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 10:16 - ພຣະຄຳພີສັກສິ

16 ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ຍອມ​ຟັງ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະອົງເຈົ້າ​ເອີຍ, ມີ​ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອຟັງ​ໃນ​ຖ້ອຍຄຳ ຕາມ​ທີ່​ພວກເຂົາ​ໄດ້ຍິນ​ຈາກ​ພວກ​ຂ້ານ້ອຍ​ນັ້ນ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ແຕ່​ບໍ່ແມ່ນ​ວ່າ​ຄົນ​ອິດສະຣາເອນ​ທຸກຄົນ​ຈະ​ຍອມຮັບ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພວກເຮົາ?”

Uka jalj uñjjattʼäta Copia luraña




ໂຣມ 10:16
21 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ທຸກຄົນ​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ເຊື່ອຟັງ​ຄຳສັ່ງສອນ​ຂອງ​ຜູ້ຮັບໃຊ້​ພຣະເຈົ້າ ເຖິງ​ວ່າ​ທາງ​ທີ່​ເດີນ​ໄປ​ນັ້ນ​ມືດມົວ​ກໍ​ຈິງ ແຕ່​ຈົ່ງ​ໄວ້ວາງໃຈ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ ແລະ​ເພິ່ງ​ພຣະເຈົ້າ​ແຫ່ງຕົນ.


ປະຊາຊົນ​ຖາມ​ຄືນ​ວ່າ, “ຜູ້ໃດ​ແດ່​ໄດ້​ເຊື່ອ ເລື່ອງ​ທີ່​ພວກເຮົາ​ລາຍງານ​ດຽວນີ້? ຜູ້ໃດ​ແດ່​ໄດ້​ເຫັນ​ຢ່າງ​ປະຈັກຕາ​ຕົນເອງ ສິ່ງ​ທີ່​ພຣະເຈົ້າຢາເວ​ທຳການ​ໃນ​ເລື່ອງນີ້?


ດັ່ງນັ້ນ ຈຶ່ງ​ເປັນ​ຈິງ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, ‘ປະຊາຊົນ​ນີ້​ຈະ​ຟັງ ເມື່ອ​ຟັງ​ແລ້ວ ແຕ່​ກໍ​ບໍ່​ເຂົ້າໃຈ​ຈັກເທື່ອ, ພວກເຂົາ​ຈະ​ເບິ່ງ ເມື່ອ​ເບິ່ງ​ແລ້ວ ແຕ່​ກໍ​ບໍ່​ເຫັນ​ຈັກເທື່ອ


ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອ ເພາະ​ພວກເຈົ້າ​ບໍ່ແມ່ນ​ຝູງແກະ​ຂອງເຮົາ.


ບາງຄົນ​ກໍ​ເຊື່ອ​ຕາມ​ຄຳ​ທີ່​ໂປໂລ​ກ່າວ​ນັ້ນ ແຕ່​ຄົນອື່ນ​ນັ້ນ​ບໍ່​ເຊື່ອ.


ໂດຍ​ທາງ​ພຣະອົງ​ນີ້ແຫຼະ ເຮົາ​ໄດ້​ຮັບ​ພຣະຄຸນ ແລະ​ໜ້າທີ່​ເປັນ​ອັກຄະສາວົກ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ໃຫ້​ໄປ​ປະກາດ​ທ່າມກາງ​ຊົນຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອຟັງ.


ແຕ່​ຖ້າ​ພຣະເຈົ້າ​ຊົງ​ຫັກ​ກິ່ງກ້ານ​ບາງ​ສ່ວນ​ຂອງ​ຕົ້ນ​ໝາກກອກເທດ​ບ້ານ​ອອກ​ເສຍ ແລ້ວ​ໄດ້​ຊົງ​ໂຜດ​ນຳ​ເຈົ້າ ຜູ້​ເປັນ​ກິ່ງ​ຕົ້ນ​ໝາກກອກເທດ​ປ່າ ມາ​ແທນ​ກິ່ງ​ເຫຼົ່ານັ້ນ ແລະ​ໃຫ້​ເຂົ້າ​ຮ່ວມ​ຮັບ​ນໍ້າ​ຫລໍ່ລ້ຽງ​ອັນ​ບໍຣິບູນ​ຈາກ​ຮາກ​ຕົ້ນກອກເທດ​ນັ້ນ.


ແຕ່​ດຽວນີ້ ກໍໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ ຕາມ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້ ແລະ​ໂດຍ​ຄຳສັ່ງ​ຂອງ​ພຣະເຈົ້າ ອົງ​ດຳລົງ​ຢູ່​ຖາວອນ​ກໍໄດ້​ເປີດເຜີຍ​ໃຫ້​ປະຊາຊາດ​ທັງປວງ​ເຫັນແຈ້ງ ເພື່ອ​ວ່າ ພວກເຂົາ​ທຸກຄົນ​ຈະ​ໄດ້​ເຊື່ອຟັງ​ແລະ​ປະຕິບັດ​ຕາມ.


ແຕ່​ພຣະອົງ​ຈະ​ຊົງ​ສຳແດງ​ຄວາມ​ໂກດຮ້າຍ​ອັນ​ເຜັດຮ້ອນ​ແກ່​ຄົນ​ທັງຫລາຍ​ທີ່​ຄິດ​ໃຫຍ່​ໃຝ່ສູງ ແລະ​ແກ່​ຜູ້​ທີ່​ບໍ່​ເຊື່ອ​ວາງ​ໃຈ​ໃນ​ຄວາມຈິງ ແຕ່​ຍອມ​ເຮັດ​ຕາມ​ຄວາມຊົ່ວ.


ເຖິງ​ແມ່ນ​ມີ​ບາງຄົນ​ບໍ່​ສັດຊື່ ຄວາມ​ບໍ່​ສັດຊື່​ຂອງ​ພວກເຂົາ​ນັ້ນ ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ຫລື?


ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ເມື່ອ​ກ່ອນ​ພວກເຈົ້າ​ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ເຊື່ອຟັງ​ຫລັກ​ຄຳ​ສອນ​ນັ້ນ ຊຶ່ງ​ຊົງ​ໃຫ້​ຄອບຄອງ​ພວກເຈົ້າ.


ໂອ ຊາວ​ຄາລາເຕຍ​ຜູ້​ບໍ່ມີ​ຄວາມຄິດ​ເອີຍ, ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້​ສະກົດ​ຈິດໃຈ​ຂອງ​ພວກເຈົ້າ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ແກ່​ຕາ​ພວກເຈົ້າ​ຢ່າງ​ຄັກແນ່​ແລ້ວ


ພວກເຈົ້າ​ແລ່ນ​ແຂ່ງຂັນ​ດີ​ຢູ່​ແລ້ວ ແມ່ນ​ຜູ້ໃດ​ຂັດຂວາງ​ພວກເຈົ້າ​ບໍ່​ໃຫ້​ເຊື່ອຟັງ​ຄວາມຈິງ?


ເພື່ອ​ລົງໂທດ​ຜູ້​ທີ່​ປະຕິເສດ​ພຣະເຈົ້າ ແລະ​ຜູ້​ທີ່​ບໍ່​ຍອມ​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.


ເພາະວ່າ​ພວກເຮົາ​ໄດ້ຍິນ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ພວກເຂົາ ແຕ່​ວ່າ​ພວກເຂົາ​ບໍ່ໄດ້​ຮັບ​ປະໂຫຍດ​ຈາກ​ຂ່າວປະເສີດ​ນັ້ນ ເພາະ​ພວກເຂົາ​ບໍ່ໄດ້​ຮັບ​ດ້ວຍ​ຄວາມເຊື່ອ.


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະບຸດ ເຖິງ​ທີ່​ສຳເລັດ​ແລ້ວ ພຣະບຸດ​ນັ້ນ ຈຶ່ງ​ໄດ້​ເກີດ​ເປັນ​ຕົ້ນ​ກຳເນີດ​ແຫ່ງ​ຄວາມ​ລອດພົ້ນ​ອັນ​ຕະຫລອດໄປ​ເປັນນິດ ແກ່​ຄົນ​ທັງປວງ​ທີ່​ເຊື່ອຟັງ​ພຣະອົງ,


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ແລະ “ເປັນ​ຫີນ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕຳ​ສະດຸດ ແລະ​ເປັນ​ຫີນ​ທີ່​ເຮັດ​ໃຫ້​ ພວກເຂົາ​ສະດຸດ​ລົ້ມ” ທີ່​ພວກເຂົາ​ສະດຸດ​ນັ້ນ ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະທຳ ພວກເຂົາ​ກໍ​ຖືກ​ຊົງ​ກຳນົດ​ໄວ້ ສຳລັບ​ການ​ນີ້​ແຫຼະ.


ຝ່າຍ​ເຈົ້າ​ທັງຫລາຍ​ຜູ້​ເປັນ​ເມຍ​ກໍ​ເໝືອນກັນ ຈົ່ງ​ຍອມ​ຟັງ​ຜົວ​ຂອງຕົນ ເພື່ອ​ວ່າ​ຖ້າ​ຜົວ​ຜູ້ໃດ​ບໍ່​ເຊື່ອຟັງ​ພຣະທຳ​ຂອງ​ພຣະເຈົ້າ ການ​ປະຕິບັດ​ຂອງ​ເມຍ ກໍ​ອາດ​ຈະ​ຈູງໃຈ​ຜົວ​ໄດ້ ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ​


Jiwasaru arktasipxañani:

Anuncios ukanaka


Anuncios ukanaka